ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານໄທ ປິດລ້ອມ ທາງແຍກ ທີ່ສຳຄັນໆ ໃນ ບາງກອກ (ສະໄລດ໌/ວີດີໂອ)


ທະຫານໄທ ປິດລ້ອມເຂດສະຖານນີລົດເມ ເພຶ່ອປ້ອງກັນຕ້ານ ການເດີນປະທ້ວງຢູ່ ອະນຸສວາລີ ໄຊຊະໝໍລະພູມ
ທະຫານໄທ ປິດລ້ອມເຂດສະຖານນີລົດເມ ເພຶ່ອປ້ອງກັນຕ້ານ ການເດີນປະທ້ວງຢູ່ ອະນຸສວາລີ ໄຊຊະໝໍລະພູມ
ທະຫານ​ລັດຖະບານ​ໄທຫລາຍ​ຮ້ອຍຄົນ ໄດ້ປິດ​ລ້ອມ​ທາງ​
ແຍກ​ທີ່​ແອອັດໄປດ້ວຍ ການສັນຈອນໃນ​ບາງກອກ ​ໃນ​ວັນ​
ພະຫັດ​ວານ​ນີ້ ​ເພື່ອ​ຂັດຂວາງ ບໍ່ໃຫ້ມີການປະ ທ້ວງ ທີ່ວາງ
ແຜນໄວ້ ໂດຍ​ບັນດາ​ຜູ້​ບໍ່​ເຫັນ​ດີ​ກັບການກໍ່​ລັດຖະປະຫານ
ຂອງພວກທະຫານ ໃນອາທິດ​ແລ້ວ​ນີ້.

ລົດ​ຂົນ​ສົ່ງ​ທີ່​ມີ​ທະຫານ​ເຕັມລົດ ຫຼາຍໆຄັນ ​ໄດ້​ຕັນ​ທາງເຂົ້າ​
ໄປ​ຫາອະນຸສາ​ວະລີ ​ໄຊ​ສະ​ໝໍ​ລະ​ພູມ ​ຊຶ່ງເປັນ​ການສະ​ແດງ
ກຳລັງ​ຢ່າງ​ໃຫຍ່ ​ໃນ​ລະຫວ່າງຕອນ​ແລງ ທີ່ມີ​ການ​ສັນຈອນ
​ໄປມາຢ່າງ​ໜາ​ແໜ້ນ. ​ແຕ່ເຫັນມີ​ພວກ​ປະ​ທ້ວງ​ຈຳນວນ​ນຶ່ງໄດ້
ໄປປາກົດໂຕ​ໃນ​ເຂດດັ່ງກ່າວ ​ແລະ​ພວກ​ຂາຍ​ເຄື່ອງຢູ່ຕາມ​ຖະໜົນພາກັນຢຸດເຊົາແຕ່​ເວັນ.

ການສົ່ງ​ກຳລັງ​ທະຫານ​ ອອກ​ປະຕິບັດງານຢ່າງຫລວງຫຼາຍດັ່ງກ່າວ ​ມີ​ຂື້ນ​ນຶ່ງ​ມື້​ຫລັງ​
ຈາກ​ພວກປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ເຕົ້າ​ໂຮມ​ກັນ​ຢູ່ອະນຸສາ​ວະລີໄຊ​ສະ​ໝໍ​ລະ​ພູມ. ​ເວລາ
​ທະຫານ​ໄປປາກົດ​ໂຕ ​ການ​ຕໍ່ສູ້ກັນຢ່າງອຸດຕະຫຼຸດກໍໄດ້​ເລີ້ມຂື້ນ. ​ແກ້ວ​ນໍ້າ ​ແລະ​ສິ່ງ​ຂອງ​
ຕ່າງໆ ​ໄດ້ຖືກແກວ່ງ​ເຂົ້າໃສ່​ທະຫານ ​ແລະ​ລົດ​ທະຫານ​ສີຂຽວ ​ກໍມີການ​ຂຽນຄຳເວົ້າໃສ່
​ທີ່​ອ່ານ​ວ່າ “ບໍ່​ມີ​ລັດຖະປະຫານ ຈົ່ງໜີ​ໄປ.”

ຄະນະ​ປົກຄອງ​ທະຫານຂອງໄທ ​ໄດ້ປະກາດຫ້າມບໍ່ໃຫ້ມີການ​ປະທ້ວງ ​ແລະ​ກັກ​ຂັງ​ເຈົ້າ
​ໜ້າ​ທີ່​ລັດຖະບານ​ ນັກ​ການ​ເມືອງ ​ແລະ​ບັນດາ​ນັກ​ເຄຶ່ອນ​ໄຫວ ຫລາຍ​ຮ້ອຍຄົນ ນັບ​ແຕ່
​ໄດ້ຂຶ້ນ​ກຳ​ອຳນາດ​ໃນອາທິດ​ແລ້ວ​ນີ້. ​ສ່ວນໃຫຍ່​ໄດ້​ຖືກ​ປ່ອຍ​ໂຕ ໄປແລ້ວ ຫລັງ​ຈາກໄດ້
ໃຫ້​ຄຳ​ໝັ້ນ​ສັນຍາ​ ຈະ​ບໍ່ຈັດການ​ປະ​ທ້ວງ​ອີກແຕ່​ຄົນ​ອື່ນໆ ​ໄດ້​ປະ​ເຊີ​ນໜ້າ​ກັບ​ການຖືກ​
ລົງ​ໂທດ.
THAILAND COUP CNPK
please wait
Embed

No media source currently available

0:00 0:01:24 0:00
XS
SM
MD
LG