ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບໄທ ກ່າວວ່າ ເງື່ອ​ນ​ໄຂ ໃນ​ການ​ເລືອກ​ຕັ້ງ ຍັງ​ບໍ່​ພ້ອມ​ເທື່ອ (ວີດີໂອ)


Thailand Coup VOSOT
please wait
Embed

No media source currently available

0:00 0:01:46 0:00
ໃນວັນພະຫັດມື້ນີ້ ຄະນະປົກຄອງທະຫານ​ຂອງ​ໄທ ​ໄດ້​ກ່າວ​ວ່າ
ຕົນ​ຍັງ​ບໍ່​ຮູ້​ເທື່ອ​ວ່າປະ​ເທດ​ຊາດ​ຈະ​ກັບ​ໄປປົກຄອງ​ແບບ​ພົນລະ
​ເຮືອນ​ໄດ້​ເມື່ອ​ໃດ​ ນຶ່ງ​ອາທິດ​ ຫຼັງ​ຈາກ​ໄດ້ມີການ​ກໍ່ລັດຖະປະຫານ
​ແລ້ວ​ນັ້ນ.

ຮອງ​ເສນາທິການກອງທັບໄທ ທ່ານ Chatchalerm Chalerm-
sukh
​ໄດ້​ກ່າວວ່າ ​ເຖິງ​ແມ່ນ​ພວກ​ທະຫານ​ບໍ່​ປາດ​ຖະໜາ​ທີ່​ຈະກຳ
ອຳນາດຕໍ່ໄປກໍຕາມ ​ແຕ່​ເງື່ອນໄຂຕ່າງໆ​ແມ່ນ​ຍັງ​ບໍ່​ພ້ອມ​ທີ່​ຈະມີ​
ການ​ເລືອກ​ຕັ້ງ​ໄດ້.

ທ່ານ Chatchalerm ກ່າວວ່າ“ທຸກມື້​ນີ້​ແມ່ນ​ຍັງ​ມີ​ການ​ປະ​ທ້ວງ​ຢູ່
ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຜູ້​ຄົນບາງກຸ່ມ​ ຍັງ​ຢາກ​ຈະ​ສ້າງຄວາມ​ວຸ້ນວາຍຢູ່ ​ເພາະສະນັ້ນ ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະຈັດໃຫ້ ມີການ​ເລືອກ​ຕັ້ງ​ໃນ​ເວລາ​ນີ້​.”


ທ່ານ Chatchalerm ​ໄດ້​ກ່າວ​ວ່າ ການກໍ່ລັດຖະປະຫານ​ ຊຶ່ງເ​ປັນ​ຄັ້ງ​ທີ 12 ​ໃນ​ຮອບ 80 ປີ ນັ້ນ ​ແມ່ນ​ຈຳ​ເປັນ ເພື່ອບໍ່ໃຫ້ໄທ ກາຍ​ເປັນ​ປະ​ເທດທີ່​ລົ້ມ​ແຫຼວ.

ກອງທັບໄດ້​ຫ້າມບໍ່ໃຫ້ມີການປະ​ທ້ວງພ້ອມທັງຈັບ​ກຸມ​ເຈົ້າ​ໜ້າທີ່​ລັດຖະບານ​ ພວກນັກ​ການ​ເມືອງ ແລະບັນດາ​ນັກ​ເຄື່ອນ​ໄຫວ ທີ່​ຕໍ່ຕ້ານ​ພວກ​ກໍ່ລັດຖະປະຫານຈຳນວນ
ຫລາຍຮ້ອຍຄົນ ນັບ​ຕັ້ງ​ແຕ່່​ໄດ້​ຂຶ້ນ​ກຳ​ອຳນາດ.

ສ່ວນ​ໃຫຍ່​ຂອງພວກທີ່​ຖືກ​ຈັບ​ກຸມ​ນັ້ນ​ ໄດ້​ຖືກ​ປ່ອຍໃຫ້​ເປັນ​ອິດ​ສະລະ​ແລ້ວ ຫຼັງ​ຈາກ​ທີ່​ໄດ້​ໃຫ້ຄຳໝັ້ນສັນຍາວ່າ​ ຈະ​ບໍ່​ກັກ​ຂັງພວກ​ປະ​ທ້ວງ ​ແຕ່​ວ່າມີ​ຫຼາຍໆ​ຄົນ​ໄດ້​ຖືກສັ່ງ ​ໃຫ້​ໄປ
ສະເໜີ​ຕົວ ​ຫຼື​ບໍ່ ​ກໍ​ຈະ​ປະ​ເຊີນ​ກັບ​ການ​ຖືກລົງໂທດ.

ໃນ​ວັນ​ພະຫັດ​ມື້​ນີ້ ກຸ່ມປົກປ້ອງ​ສິດ​ທິມະນຸດ Human Rights Watch ​ໄດ້​ຮຽກຮ້ອງ​ໃຫ້​ທາງ​ ກອງທັບ​ໄທ ຍຸຕິ​ການ​ຈັບ​ກຸມພວກທີ່ຕິຕຽນ​ຢ່າງ​ສັນຕິ​ ແລະບໍ່ໃຫ້​ນຳເອົາ​ພົນລະ
ເຮືອນ ​ໄປຂຶ້ນສານ​ ​ທະຫານ​.
XS
SM
MD
LG