ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ບັນຊາ​ການ ​ທັບ​ບົກໄທ ປະຊຸມ​ ກັບ​ກຸ່ມ​ການ​ເມືອງ ທີ່ເປັນ ປໍລະປັກ​ (ວີດີໂອ/ສະໄລດ໌)


Thailand Politics SOTVO
please wait

No media source currently available

0:00 0:01:04 0:00
ຜູ້​ບັນຊາ​ການ​ທະຫານ​ບົກ ນາຍ​ພົນ ປຣະຍຸດ ຈັນ-​ໂອຊາ​ ​ໄດ້​
ເປີດປະຊຸມ​ ກັບ​ກຸ່ມ​ການ​ເມືອງທີ່ເປັນປໍລະປັກ​ຂອງ​ປະ​ເທດນຶ່ງ
​ມື້ ​ຫຼັງຈາກ​ທີ່​ທ່ານ​ໄດ້​ປະກາດໃຊ້ ກົດ​ໄອ​ຍະ​ການ​ເສິກ​ໄປ​ນັ້ນ.

ສະມາຊິກ​ຂອງ​ຄະນະ​ກຳມາທິການ​ເລືອກ​ຕັ້ງ​ ແລະ​ສະມາຊິກ​
ສະພາສູງກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມດັ່ງກ່າວໃນ​ຕອນ​ບ່າຍ​
ຂອງວັນ​ພຸດ​ມື້​ນີ້ ທີ່​ມີ​ຈຸດປະສົງ​ ເພື່ອ​ຫາ​ທາງ​ແກ້ໄຂວິກິດ​ການ​
ທາງ​ດ້ານການ​ເມືອງທີ່​ກຳລັງດຳເນີນຢູ່ໃນເວລານີ້.

ນາຍ​ພົນ ປຣະຍຸດ ກ່າວ​ວ່າ ກົດ​ໄອ​ຍະ​ການ​ເສິກນີ້​ແມ່ນ​ຈຳ​ເປັນ ​
ເພື່ອ​ປ້ອງ​ກັນ​ບໍ່ໃຫ້​ເກີດ​ຄວາມ​ຮຸນແຮງ​ຂຶ້ນ ຫຼັງ​ຈາກ​ທີ່​ສານລັດຖະ
ທຳມະນູນ ໄດ້​ສັ່ງປົດ ທ່ານນາງຍິ່ງລັກ ຊິນນະວັດ ​ອອກຈາກໜ້າທີ່ ໃນ​ຖານໃຊ້ອຳນາດ
ໄປໃນທາງທີ່ບໍ່ຖືກຕ້ອງ.

ພວກນາຍທະຫານ ໄດ້ປະຕິເສດຢ່າງແຂງຂັນວ່າ ຕົນບໍ່ໄດ້ກໍ່ການລັດຖະປະຫານ
​ແຕ່​ຢ່າງໃດ. ພວກ​ເຂົາ​ເຈົ້າໃຫ້ການຄ້ຳປະກັນຕໍ່ປະເທດຊາດວ່າ ລັດຖະບານແມ່ນ
ຍັງ​ປະຈຳ​ໜ້າທີ່ຢ່າງ​ເປັນ​ປົກກະຕິ ຕາມ​ຂອບເຂດຂອງລັດຖະທຳ​ມະນູນຂອງ​ປະ​ເທດ.

​ແຕ່​ແຫຼ​ງຂ່າວ​ຂອງ​ລັດຖະບານໄທ ​ໄດ້​ບອກ​ກັບ VOA ວ່າ ກົດໄອຍະການເສິກ​ຂອງ​
ທະຫານ ​ແມ່ນເຮັດ​ໃຫ້​ລັດຖະບານພົນລະ​ເຮືອນ ບໍ່​ສາມາດ​ປະຕິບັດໜ້າ​ໄດ້.

ທັງອົງການ​ສະຫະ​ປະຊາ​ຊາດ​ແລະທຳນຽບຂາວ ຕ່າງກໍ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ​
ໃນ​ປະ​ເທດ​ໄທ​ ​ແກ້​ໄຂ​ວິ​ກິດ​ການ​ດ້ວຍສັນຕິ​ວິທີ ​ແລະໃຫ້ການ​ເຄົາລົບຕໍ່ປະຊາທິປະໄຕ.
XS
SM
MD
LG