ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ບັນຊາການຕຳຫຼວດ ປາບປາມຢາເສບຕິດໄທ ຢືນຢັນວ່າ ຈະຍຶດຊັບສິນທັງໝົດ ໃນໄທ ຂອງຫົວໜ້າແກ່ງ ຄ້າຢາເສບຕິດລາວ


ທ້າວໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດລາຍໃຫຍ່ ຖືກຕຳຫລວດປາບປາມຢາເສບຕິດໄທຈັບໂຕໄດ້ທີ່ ສະໜາມບິນສຸວັນນະພູມ.
ທ້າວໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດລາຍໃຫຍ່ ຖືກຕຳຫລວດປາບປາມຢາເສບຕິດໄທຈັບໂຕໄດ້ທີ່ ສະໜາມບິນສຸວັນນະພູມ.

ຜູ້​ບັນຊາ​ການ​ປາງ​ປາມ​ຢາ​ເສບ​ຕິດ​ຂອງ​ໄທ​ຢືນຢັນ​ວ່າ ຈະ​ຕິດຕາ​ມຈັບ​ກຸມ​ເຄືອຂ່າຍ ​ແລະ​ຍຶດຊັບ​ສິນ​ໃນ​ໄທ ຂອງ​ຫົວໜ້າ​ແກ່ງ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ລາວ​ໃຫ້​ໄດ້​ທັງໝົດ.

ພົນ​ຕຳຫລວດ​ໂທ ສົມ​ໝາຍ ກອງ​ວິ​ໄສ​ສຸກ ຜູ້​ບັນຊາ​ການ​ຕຳຫລວດ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ໄທ ​ໄດ້​ໃຫ້ການ​ຢືນຢັນ​ພາຍຫລັງ​ຈາກ​ການ​ຈັບ​ກຸມ ທ້າວ​ໄຊຊະນະ ​ແກ້ວ​ພິມ​ພາ ຄົນ​ສັນຊາດ​ລາວ​ດ້ວຍຂໍ້​ຫາ​ລັກລອບ​ຄ້າ​ຢາ​ເສບ​ຕິດ ​ໃນ​ປະ​ເທດ​ໄທ ​ເມື່ອ​ວັນ​ທີ 19 ມັງກອນ ປີ 2017 ທີ່​ຜ່ານ​ມາ​ວ່າ ຈົນ​ເຖິງ​ປັດຈຸບັນ​ ​ໄດ້​ທຳ​ການຍຶດຊັບ​ສິນ​ຂອງ​ທ້າວ​ໄຊຊະນະ ​ແລະ​ເຄື່ອຂ່າຍ​ໃນ​ໄທ​ໄດ້​ແລ້ວ​ຫລາຍ​ກວ່າ 200 ຮ້ອຍລ້ານ​ໂດ​ລາ​ສະຫະລັດ ທັງ​ຍັງ​ເຊື່ອ​ວ່າ​ຍັງ​ເຫລືອຊັບ​ສິນ​ອີກເຖິງ 1,000 ລ້ານ​ບາດ​ທີ່​ຈະ​ຕ້ອງຕິດ​ຕາມ​ຍຶດ​ເອົາ​ໃຫ້​ໄດ້​ທັງ​ໝົດ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ ການ​ຢືນຢັນ​ວ່າ:

“ຈະ​ພະຍາຍາມເຮັດໃຫ້​ເຖິງ 1,000 ລ້ານ ​ເພາະວ່າ ຖ້າ​ລົດ​ຄັນ​ລະ​ສິບ​ລ້ານນີ້​ເທົ່າ​ໃດ​
ເຂົ້າ​ໄປ​ແລ້ວ ປະສົມກັບຊັບ​ສິນ​ບ້ານ​ສ່ອງ ​ໂຮ​ງ​ແຮມ ອະສັງຫາລິມະ​ຊັບ​ທີ່​ແພງໆ
ຣີຊອດ​ ທີ່​ພວກ​ເຮົາ​ຍັງ​ບໍ່​ທັນ​ພົບ​ເຫັນ​ເ​ຮື​ອ ເຮືອບິນ​ອາດ​ຈະ​ມີ ​ເຮົາ​ເບິ່ງ​ຈາກລົດ​ຊາດ​ນິ​
ຍົມ​ໃນ​ການ​ໃຊ້​ຍານ​ພາຫາ​ນະ ລົດ​ນິຍົມ​ການ​ຢູ່ໃນສັງຄົມ ຄົບ​ພວກ​ດາຣາ ດາຣາ
ຫລາຍ
ທ່ານກໍໃຊ້​ຢາ ເພາະສະ​ນັ້ນ​ບໍ່​ແປກ​ທີ່​ຄົນ​ພວກ​ນີ້​ຈະ​ຢູ່ໃກ້ຊິດ​ກັນ ຄົນ​ພວກ​ນີ້​ທຳ
ລາຍ​ລູກ​ຫລານ ທຳລາຍ​ຄອບຄົວ​ຂອງ​ພວກ​ເຮົາ ທີ່​ຫາ​ເຊົ້າ​ກິນ​ຄໍ່າ​ມາ​ດົນ​ນານ​ແລ້ວ

​ເພາະສະ​ນັ້ນ ຂ້າພະເຈົ້າ​ຢືນຢັນ​ວ່າ ຂ້າພະ​ເຈົ້າ​ຈະ​ເຮັດ​ໃຫ້​ມັນ​ຈົມ​ເນື້ອ​ຂໍ​ທານ​ໃຫ້​ໄດ້.”

ໂດຍ​ກ່ອນ​ໜ້າ​ນີ້ ທ້າວ​ໄຊຊະນະ ​ໄດ້ໃຫ້ການຮັບ​ສາລະພາບ​ວ່າ ຕົນ​ມີ​ຄວາມຜິດ​ພຽງ​ໃນ​ຖານະ​ທີ່ເປັນ​ຄົນ​ກາງ ​ໃນ​ການ​ຮັບຈ້າງ​ຂົນ​ສົ່ງ​ຢາ​ເສບ​ຕິດ​ເທົ່າ​ນັ້ັນ ​ໂດຍ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ໃນ​ແຕ່​ລະ​ຄັ້ງກໍ​ຈະ​ໄດ້ຮັບ​ຄ່າ​ຈ້າງ​ເຖິງ 1 ລ້ານ​ບາດ ຫາກ​ແຕ່​ວ່າ​ທາງ​ການ​ຕຳຫລວດ​ໄທ ກໍ​ບໍ່​ເຊື່ອ​ຕາມ​ການ​ສາລະພາບ​ດັ່ງກ່າວຂອງ​ທ້າວ​ໄຊຊະນະ ​ເພ​າະວ່າ​ຈາກ​ການ​ສືບ​ສວນສອບ​ສວນ ​ແລະ​ການ​ປະສານ​ງານ​ດ້ານ​ຂໍ້​ມູນ​ຂ່າວສານ​ຢ່າງ​ໃກ້ຊິດ​ລະຫວ່າງ​ທາງ​ການ​ຕຳຫລວດ​ລາວ-​ໄທ ​ໃນ​ລະຍະ​ 5 ປີທີ່​ຜ່ານ​ມາ​ນັ້ນ​ໄດ້ຂໍ້​ສະຫລຸບ​ຕົງກັນ​ວ່າ ທ້າວ​ໄຊຊະນະ ​ເປັນຫົວໜ້າ​ແກ່ງຄ້າຢາ​ເສບ​ຕິດ​ລາຍ​ໃຫຍ່ທີ່​ສຸດ​ໃນ​ລາວ ທັງ​ຍັງ​ມີ​ເຄື່ອຂ່າຍ​ຢ່າງ​ກວ້າງ​ຂວາງ ທັງ​ໃນ​ໄທ ມາ​ເລ​ເຊຍ ​ແລະ​ສິງກະ​ໂປ ດັ່ງ​ນັ້ນ​ການ​ທີ່​ສາມາດ​ຈັບ​ກຸມ​ໂຕ ທ້າວ​ໄຊຊະນະ​ ​ໄດ້​ທີ່​ສະໜາມ​ບິນ​ສຸວັນນະ​ພູມ ​ໃນ​ໄທເມື່ອວັນ​ທີ 19 ມັງກອນ ທີ່​ຜ່ານ​ມາຈຶ່ງ​ຖື​ເປັນ​ການ​ຮ່ວມ​ມື​ຄັ້ງ​ສຳຄັນ​ຂອງ​ທາງ​ການ​ຕຳຫລວດ​ລາວ​ກັບ​ໄທ ທີ່​ໄດ້​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ຜູ້ກ່ຽວ​ມາ​ເປັນ​ເວລາ​ເຖິງ 5 ປີ.

ພ້ອມ​ດຽວ​ກັນ​ນີ້ ທາງ​ການ​ຕຳຫລວດ​ໄທ​ກໍ​ຍັງ​ໄດ້ຈັບ​ກຸມ​ສະມາຊິກ​ອີກ 3 ຄົນ​ໃນ​ແກ່ງ​ດຽວ​ກັນກັບ ທ້າວ​ໄຊຊະນະ ​ໃນ​ມື້​ດຽວ​ກັນ ​ແລະ​ໄດ້​ຂະຫຍາຍ​ຜົນ​ການການ​ສອບ​ສວນ​ໄປ​ສູ່​ການ​ຍຶດຊັບ​ສິນ ທີ່​ໄດ້​ຈາກ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ໄທ ຄຶດ​ເປັນມູນ​ຄ່າ​ເຖິງ 200 ລ້ານ​ບາດ ທັງຍັງ​ໄດ້ປະສານ​ງານ ​ແລະ​ຂໍ​ການ​ຮ່ວມ​ມື​ຈາກ​ທາງ​ການ​ລາວ ​ເພື່ອ​ທຳ​ການກວດ​ສອບ ​ແລະ​ຍຶດຊັບ​ສິນ​ຂອງ ທ້າວ​ໄຊຊະນະ ​ແລະ​ເຄື່ອຂ່າຍ​ໃນ​ລາວ ທີ່​ທາງການ​ຕຳຫລວດ​ໄທ​ເຊື່ອ​ວ່າ​ມີ​ມູນ​ຄ່າ​ຫລາຍ​ກວ່າ 1,000 ລ້ານ​ບາດ​ອີກ​ດ້ວຍ.

ທ້າວ​ໄຊຊະນະ ​ແກ້ວ​ພິມ​ພາ ອາຍຸ 42 ປີ ມິ​ທຸລະ​ກິດ​ຫລາຍ​ກິດຈະການ​ຢູ່​ໃນ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ທຸລະ​ກິດ​ຄ້າ​ໄມ້ ທຸລະກິດ​ໂຮງ​ເລື່ອຍ ທຸລະ​ກິດ​ໂຮງ​ແຮມ ​ແລະ​ສະຖານ​ບັນ​ເທີ​ງຕ່າງໆ​ນັ້ນ ຖື​ເປັນ​ທຸລະ​ກິດ​ຫລັກ ​ໂດຍສານ​ອາຍາ​ຂອງໄທ​ໄດ້​ອອກ​ໝາຍ​ຈັບ ທ້າວ​ໄຊຊະນະ ພ້ອມ​ກັບ​ສະມາ ຊິກ​ໃນ​ແກ່ງ​ອີກ 8 ​ຄົນ ​ເມື່ອວັນ​ທີ 9 ມັງກອນ ປີ 2017 ​ໂດຍ​ສາມາດ​ຈັບ​ກຸມ ທ້າວ​ໄຊຊະນະ ​ແລະ​ສະມາຊິກ​ໃນ​ແກ່ງ​ທີ່​ເປັນ​ຄົນ​ໄທ​ 3 ຄົນ​ໄດ້​ໃນ​ໃນວັນ​ທີ 19 ມັງກອນ​ທີ່​ຜ່ານ​ມາ ສ່ວນ​ອີກ 5 ຄົນທີ​ເຫລືອເປັນ​ຄົນ​ໄທ 3 ຄົນ ​ແລະ​ຄົນ​ລາວ​ 2 ຄົນ​ນັ້ນ​ ທາງການ​ຕຳຫລວດ​ໄທກໍຈະ​ຕິດຕາມ​ຈັບ​ກຸມ​ໃຫ້​ໄດ້​ໄວ​ທີ່​ສຸດ ​ໂດຍ​ໄດ້​ຕັ້ງ​ລາງວັນ​ນຳ​ຈັບ​ໄວ້​ເຖິງ 4 ລ້ານ​ບາດ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ໜ່ວຍ​ປາບ​ປາ​ມຢາ​ເສບ​ຕິດ​ໃນ​ລາວ ຍອມຮັບ​ວ່າ​ມີ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈຳນວນ​ບໍ່​ໜ້ອຍ ທາງ​ໃນ​ວົງ​ການ​ທະຫານ ຕຳຫລວດ ​ແລະ​ລັດຖະບານ ທີ່​ໄດ້​ເຂົ້າ​ໄປ​ພົວພັນ ​ແລະ​ກ່ຽວ​ຂ້ອງ​ກັບ​ການ​ຄ້າ​ຢາ​ເສບ​ຕິດ ​ໂດຍ​ສະ​ເພາະ​ການ​ເຂົ້າ​ໄປ​ມີ​ຜົນ​ປະ​ໂຫຍ​ດ ​ໃນ​ການ​ຄ້າ​ຢາ​ຍ້ານັ້ນ​ກໍ​ຍັງ​ຖື​ເປັນສາ​ເຫ​ດສຳຄັນ ທີ່​ເຮັດ​ໃຫ້ການ​ລັກລອບ​ຂົນ​ສົ່ງ ​ແລະ​ການ​ຄ້າ​ຢາ​ບ້າ​ໃນ​ລາວ ​ໄດ້​ມີ​ການ​ຈັດ​ຕັ້ງ​ເປັນ​ຂະ​ບວນການທີ່​ມີ​ເຄື່ອຂ່າຍ​ຢ່າງ​ກວ້າງ​ຂວາງ ທັງ​ໃນ​ລາວ ​ແລະ​ປະ​ເທດ​ເພື່ອນ​ບ້າ​ນອີກ​ດ້ວຍ.

XS
SM
MD
LG