ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກພັດທະນາທຸລະກິດ ຈາກໄທ ແລະຈີນ ສຳເລັດ ການສຶກສາສຳຫຼວດ ພີື້ນທີ່ສຳລັບຮອງຮັບ ໂຄງການລົງທຶນຂະໜາດໃຫຍ່ 3 ໂຄງການ


ທິວທັດຂອງເມືອງອຸດົມໄຊ ສປປ ລາວ.
ທິວທັດຂອງເມືອງອຸດົມໄຊ ສປປ ລາວ.

ນັກພັດທະນາທຸລະກິດຈາກໄທ ແລະຈີນ ສຳເລັດການສຶກສາສຳຫຼວດ ພີື້ນທີ່ສຳລັບຮັອງ
ຮັບ ໂຄງການລົງທຶນຂະໜາດໃຫຍ່ 3 ໂຄງການ ໃນເຂດແຂວງອຸດົມໄຊ ແລະຄາດວ່າຈະ
ເລີ້ມການລົງທຶນໃນໄວໆນີ້ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານອ່ອນແກ້ວ ອຸ່ນອາຣົມ ຫົວໜ້າຜະແນກແຜນການ ແລະການລົງທຶນແຂວງ ອຸດົມໄຊ ຖະແຫຼງວ່າ ສະພາບການລົງທຶນໃນແຂວງອຸດົມໄຊ ຍັງມີທ່າອ່ຽງເພີ້ມ ຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າໃນໄລຍະນີ້ ຈະຖືກກະທົບຈາກການລະບາດຂອງ ເຊື້ອໄວຣັສ COVID-19 ກໍຕາມຫາກແຕ່ກໍເຊື່ອວ່າສະພາບການຈະເປັນປົກກະ ຕິໃນໄວໆນີ້ ຊຶ່ງກໍເຊັ່ນດຽວກັນກັບການລົງທຶນຂອງເອກກະຊົນ ທີ່ຈະເຂົ້າມາໃນ ແຂວງອຸດົມໄຊເພີ້ມຂຶ້ນ ໂດຍສະເພາະແມ່ນການລົງທຶນ ຂອງນັກທຸລະກິດໄທ ແລະຈີນ ທີ່ໄດ້ດຳເນີນການສຶກສາສຳຫຼວດພື້ນທີ່ສຳລັບຮອງຮັບໂຄງການລົງທຶນ ຂະໜາດໃຫຍ່ 3 ໂຄງການເສັດແລ້ວໃນປີ 2019 ແລະເຊື່ອວ່າ ຈະເລີ້ມການ ລົງທຶນໂຕຈິງໃນໄວໆນີ້ ດັ່ງທີ່ທ່ານອ່ອນແກ້ວ ໃຫ້ການຢືນຢັນວ່າ:

“ໃນນື່ງປີຜ່ານມາ ມັນກະມີຫຼາຍໂຄງການໃຫຍ່ທີ່ສະເໜີເຂົ້າມາລົງທຶນຢູ່ແຂວງ ອຸດົມໄຊນີ້ ໂດຍສະເພາະກໍຄືໂຄງການຂອງບໍລິສັດ AMATA ຂອງປະເທດໄທ ຫັ້ນ ກະເຂົ້າມາສຳຫຼວດເກັບກຳຂໍ້ມູນຢູ່ເມືອງນາໝໍ້ຫັ້ນ ເຂົາເຈົ້າຊິເຮັດເປັນໂຕ ເມືອງ Smart and Eco City ຫັ້ນ ແລ້ວກະມີບໍລິສັດດອກງີ້ວຄຳ ກະໄດ້ ມາສຳຫຼວດເກັບກຳຂໍ້ມູນ ນອກຈາກນັ້ນ ກໍມີໂຄງການບໍ່ເຕັນແດນງາມ ໃຫ້ ເຂົ້າມາສຳຫຼວດ ເພື່ອຈະລົງທຶນຢູ່ແຂວງອຸດົມໄຊຂອງພວກເຮົາ.”

ສ່ວນທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງ ຊາດ ຢືນຢັນວ່າ ປະຊາຊົນລາວຍັງ ບໍ່ເຫັນດີກັບໂຄງການລົງທຶນຂອງບໍລິສັດ AMATA ທີ່ຈະພັດທະນາເຂດເມືອງໃໝ່ທັນສະໄໝແລະຜະລິດສິນຄ້າກະສິກຳ ປອດສານພິດ ຫຼື Smart and Eco City ທີ່ເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ໃນແຂວງອຸດົມໄຊນັ້ນ ເພາະເຊື່ອວ່າໂຄງການນີ້ຈະສົ່ງຜົນກະທົບຢ່າງກວ້າງ ຂວາງທັງຕໍ່ຊີວິດ ແລະຊັບສິນ ຈຶ່ງໄດ້ພາກັນຮຽກຮ້ອງໃຫ້ດຳເນີນການກວດ ກາຢ່າງຮອບຄອບ ກ່ອນທີ່ຈະມີການອະນຸຍາດໃຫ້ສຳປະທານໂຄງການ ດັ່ງ ທີ່ທ່ານນາງຄຳຈັນ ໃຫ້ການຢືນຢັນວ່າ:

“ປະຊາຊົນບໍ່ເຫັນດີຕໍ່ໂຄງການກໍ່ສ້າງເມືອງ AMATA ຢູ່ແຂວງອຸດົມໄຊ ດ້ວຍ ຫຼາຍເຫດຜົນ ຂໍສະເໜີໃຫ້ພາກສ່ວນກ່ຽວຂ້ອງ ໄດ້ມີການຊີ້ແຈງອະທິບາຍ ໃຫ້ປະຊາຊົນມີຄວາມເຂົ້າໃຈຕໍ່ໂຄງການດັ່ງກ່າວ ຂໍໃຫ້ເອົາໃຈໃສ່ຢ່າງຈົດຈໍ່ ຕໍ່ຄວາມຮັບຜິດຊອບຂອງພະນັກງານ ທີ່ເຮັດໜ້າທີ່ໃນການກວດກາດ້ານວິ ຊາການ ເທັກນິກ ຄຸນນະພາບ ແລະອື່ນໆ ຕໍ່ໂຄງການທີ່ໄດ້ອະນຸມັດ ແລະ ທີ່ກຳລັງດຳເນີນການກໍ່ສ້າງໃນປັດຈຸບັນ.”

ທັ້ງນີ້ບໍລິສັດ AMATA ເປັນບໍລິສັດເອກກະຊົນໄທ ທີ່ປະສົບຄວາມສຳເລັດເປັນ ຢ່າງດີ ໃນການລົງທຶນພັດທະນານິຄົມອຸດສາຫະກຳທັງໃນຫວຽດນາມ ໄທແລະ ມຽນມາ ຈຶ່ງເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ຈະປະສົບຜົນສຳເລັດໃນການລົງທຶນພັດທະນາເມືອງໃໝ່ທັນສະໄໝ ແລະການຜະລິດກະສິກຳປອດສານຜິດ

ໃນລາວດ້ວຍເຊັ່ນກັນ ແຕ່ເນື່ອງຈາກວ່າເປັນໂຄງການຂະໜາດໃຫຍ່ ທີ່ໄດ້ຂໍສິດ ທິພິເສດໃນດ້ານການລົງທຶນຈາກລັດຖະບານລາວ ທັງຍັງຈະຕ້ອງນຳໃຊ້ທີ່ດິນ ຢ່າງກວ້າງຂວາງດ້ວຍນັ້ນ ຈຶ່ງເຮັດໃຫ້ປະຊາຊົນຢ້ານວ່າຈະໄດ້ຮັບການຊົດເຊີຍ ທີ່ດິນ ແລະສິ່ງປູກສ້າງທີ່ຈະຖືກເວນຄືນບໍ່ຍຸຕິທຳ.

ໂດຍບໍລິສັດ AMATA ຈະພັດທະນາໂຕເມືອງທັນສະໄໝ ແລະເຂດພັດທະນາ ກະສິກຳສະອາດຢູ່ໃນພື້ນທີ່ 5,000 ເຮັກຕາ ສ່ວນບໍລິສັດດອກງີ້ວຄຳຈາກຈີນ ທີ່ໃນປັດຈຸບັນເປັນເປັນເຈົ້າຂອງສຳປະທານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວນັ້ນ ກໍຈະລົງທຶນພັດທະນາເມືອງໃໝ່ເຊື່ອມຕໍ່ກັບສະຖານີລົດໄຟ 9 ແຫ່ງໃນເຂດແຂວງອຸດົມໄຊ ແລະບໍລິສັດບໍ່ເຕັນແດນງາມຈະລົງທຶນພັດ ທະນາເຂດເສດຖະກິດພິເສດພູຫລັກຄຳ ທີ່ເມືອງນາໝໍ້ ແລະພັດທະນາເມືອງ ໃໝ່ ເທິງເນື້ອທີ່ 3,000 ເຮັກຕາ ຢູ່ທີ່ອ່າງນໍ້າຫີນ ໃນເຂດເມືອງໄຊ.

ທັ້ງນີ້ ທາງການແຂວງອຸດົມໄຊ ໄດ້ຕົກລົງອະນຸມັດການລົງທຶນຂັ້ນເບື້ອງຕົ້ນໄປ ແລ້ວ ໃນປີ 2019 ທີ່ຜ່ານມາ ຊຶ່ງຖືເປັນສ່ວນຂະຫຍາຍ ແລະເຊື່ອມຕໍ່ກັບທາງ ລົດໄຟລາວ-ຈີ ໃນແຂວງແຂວງອຸດົມໄຊທີ່ີມີໄລຍະທາງຍາວ 126 ກິໂລແມັດ ທີ່ແນໃສ່ການພັດທະນາແຂວງອຸດົມໄຊ ໃຫ້ເປັນສູນກາງການພັດທະນາ ທາງ ເສດຖະກິດການຄ້າ ການບໍລິການ ແລະທ່ອງທ່ຽວໃນພາກເໜືອ ໃຫ້ໄດ້ຢ່າງ ເປັນຮູບປະທຳ

XS
SM
MD
LG