ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ພັນ​ທະ​ມິດ​ໄທ ​ຢືນ​ຢັນ ທີ່​ຈະ​ສະ​ໜັບ​ສະ​ໜຸນ ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ເປັນ​ນາ​ຍົກ ​ຄັ້ງ​ທີ 2 ຂອງ​ທ່ານ​ພິ​ທາ


ຜູ້​ນຳ​ພັກ​ກ້າວ​ໄກ ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ກ່າວ​ໃນ​ລະ​ຫວ່າງ​ການ​ລົງ​ຄະ​ແນນ​ສຽງ​ເອົາ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​​ຄົນ​ໃໝ່ຂອງ​ສະ​ພາ ທີ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 13 ກໍ​ລະ​ກົດ 2023.
ຜູ້​ນຳ​ພັກ​ກ້າວ​ໄກ ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ກ່າວ​ໃນ​ລະ​ຫວ່າງ​ການ​ລົງ​ຄະ​ແນນ​ສຽງ​ເອົາ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​​ຄົນ​ໃໝ່ຂອງ​ສະ​ພາ ທີ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 13 ກໍ​ລະ​ກົດ 2023.

ພັ​ນ​ທະ​ມິດ ​ປະ​ກອບ​ດ້ວຍ​ 8 ພັກ​ການ​ເມືອງ ​ທີ່​ພວມ​ຊອກ​ຫາ​ຊ່ອງ​ທາງເພື່ອ​ຈະ​ ຈັ​ດ​ຕັ້ງ​ລັດ​ຖະ​ບານ​ຊຸດ​ຕໍ່​ໄປ ໃຫ້​ການ​ຢືນ​ຢັນ​ວ່າ ຕົນ​ສະ​ໜັບ​ສະ​ໜຸນ​ໃຫ້​ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ພິ​ທາ​ກ່າວ​ໃນ​ວັນ​ຈັນ​ວານນີ້ ທັງໆ​ທີ່​ທ່ານ​ເສຍ​ໄຊ​ໃນ​ການ​ລົງ​ຄະ​ແນນ​ສຽງ​ ຢູ່​ທີ່​ສະ​ພາ​ໃນ​ອາ​ທິດ​ແລ້ວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ພິ​ທາ ຜູ້​ນຳ​ຂອງ​ພັກ​ກ້າວ​ໄກ ທີ່​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ຢ່າງ​ບໍ່​ຄາດ​ຝັນ​ນັ້ນ ​ລົ້ມ​ແຫຼວບໍ່​ສາ​ມາດ​ເອົາ​ຊະ​ນະ ​ໃນ​ຄວາມ​ພະ​ຍາ​ຍາມ​ຂັ້ນ​ຕົ້ນ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ຫຼາຍກວ່າ​ເຄິ່ງຂອງ​ທັງ​ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ພວກ​ທະ​ຫານ.

ສະ​ພາ​ທັງ​ສອງ​ຈະ​ລົງ​ຄະ​ແນນ​ສຽງ​ຕື່ມ​ອີກ ໃນ​ວັນ​ພຸດ ມື້​ອື່ນນີ້.

ຫຼັງ​ຈາກ​ໄດ້​ພົບ​ປະ​ກັບ​ພັນ​ທະ​ມິດ​ແລ້ວ ທ່ານ​ພິ​ທາ ​ກ່າວ​ວ່າ ການ​ສະ​ເໜີ​ຊື່​ຂອງ​ທ່ານຄັ້ງ​ໃໝ່ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຈະ​ຖືກ​ຂັດ​ຂວາງ​ໂດຍ​ສະ​ພາ​ສູງ​ບໍ່​ໄດ້.

ນອກນັ້ນ ທ່ານ​ຍັງ​ເວົ້າ​ວ່າ ການ​ສະ​ໝັກ​ຂອງ​ທ່ານ​ບໍ່​ຄວນ​ຈະ​ມີ​ຜົນ​ກະ​ທົບ​ ​ໂດຍ​ການຮ້ອງ​ທຸກ​ຕໍ່​ທ່ານ ທີ່​ສານ​ລັດ​ຖະ​ທຳ​ມະ​ນູນ.

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ພິ​ທາ ກ່າວ​ຕື່ມ​ວ່າ ຖ້າ​ຫາກ​ທ່ານ​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ອີກ ທ່ານ​ຈະ​ປ່ອຍ​ໃຫ້​ພັນ​ທະ​ມິດ​ຂອງ​ພັກ​ກ້າວ​ໄກ ນັ້ນ​ຄື​ພັກ​ເພື່ອ​ໄທ “ດຳ​ເນີນ​ການ” ກ່ຽວ​ກັບ​ເລື້ອງນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG