ບັນນາທິການ ນິຕິຍະສານໄທ ຄົນນຶ່ງ ໄດ້ຖືກຕັດສິນລົງໂທດຕິດ
ຄຸກ 10 ປີ ໃນຖານພິມເຜີຍແຜ່ບົດຂຽນ ທີ່ໝິ່ນປະໝາດກະສັດ
ຊຶ່ງເປັນການພິພາກສາລົງໂທດຄັ້ງຫລ້າສຸດ ພາຍໃຕ້ກົດໝາຍ
ໝິ່ນປະໝາດພະ ບໍຣົມເດຊານຸພາບຂອງໄທ ທີ່ມີການຖົກຖຽງ
ໂຕ້ແຍ້ງນັ້ນ.
ທ່ານ ສົມຍົດ ພຣູສະກະເສມສຸກ ອະດີດບັນນາທິການ ນິຕິຍະສານ ສຽງຜູ້ຖືກກົດຂີ່ ຫຼື Voice of the Oppressed ກ່າວວ່າ ທ່ານມີແຜນທີ່ຈະຂໍອຸທອນ ຕໍ່ຄຳຕັດສິນ ໃນວັນພຸດມື້ນີ້ ໂດຍສານອາດຍາ ຂອງໄທ ທີ່ບາງກອກ.
ການຕັດສິນໂທດດັ່ງກ່າວແມ່ນເກີດຈາກບົດຂຽນ 2 ບົດ ໃນປີ 2010 ທີ່ພິມເຜີຍແຜ່ຢູ່ໃນນິຕິຍະສານ ຂອງທ່ານສົມຍົດ ຊຶ່ງໄດ້ຖືກປິດລົງນັບແຕ່ນັ້ນມາ ໂດຍລັດຖະບານ.
ເຖິງແມ່ນວ່າ ທ່ານສົມຍົດ ບໍ່ໄດ້ເປັນຜູ້ຂຽນເລື່ອງກໍຕາມ ບັນດາໄອຍະການພົບເຫັນວ່າ ທ່ານໄດ້ລະເມີດຕໍ່ ມາດຕາ 112 ຂອງກົດອາຍາໄທ ທີ່ກຳນົດໃຫ້ມີການລົງໂທດຕິດຄຸກ
ເຖິງ 15 ປີ ແກ່ຜູ້ທີ່ໝິ່ນປະໝາດກະ ສັດ.
ທ່ານສົມຍົດ ທີ່ໃຫ້ການສະໜັບສະໜຸນແກ່ຂະບວນການ “ເສື້ອແດງ” ໄດ້ຖືກຈັບໃນປີ 2011 ຫ້າມື້ຫລັງຈາກເລີ້ມການໂຄສະນາປຸກລະດົມຕໍ່ຕ້ານມາດຕາ 112.
ທ່ານຍັງໄດ້ຮັບໂທດຕິດຄຸກເພີ້ມອີກນຶ່ງປີ ຈາກການຕັດສິນອີກອັນນຶ່ງໃນຖານໃສ່ຮ້າຍປ້າຍສີຄົນອື່ນ.