ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ຍິ່ງລັກ ຮຽກຮ້ອງ ບໍ່ໃຫ້ ນັດຢຸດງານ ປະທ້ວງ (ສະໄລດ໌)


ພວກປະທ້ວງ ຕໍ່ຕ້ານຮ່າງກົດໝາຍ ໃຫ້ນິລະໂທດ
ພວກປະທ້ວງ ຕໍ່ຕ້ານຮ່າງກົດໝາຍ ໃຫ້ນິລະໂທດ
ນາຍົກລັດຖມົນຕີ ຍິ່ງ​ລັກ ຊິນນະ​ວັດ ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​
ທ້ວງ ຢູ່​ໃນ​ບາງກອກບໍ່​ໃຫ້ພາ​ກັນ​ນັດຢຸດ​ງານ​ທົ່ວ​ໄປ ທີ່​ຄາດ​ວ່າ​
ຈະ​ເລີ້ມ​ຂຶ້ນໃນ​ວັນ​ພຸດ​ມື້​ນີ້ ​ແລະ​ໃຫ້​ຍຸຕິການ​ປະ​ທ້ວງ​ຢູ່​ຕາມ​ຖະ
ໜົນ ທີ່ມີຫລາຍ​ພັນ​ຄົນ​ໃນ​ບາງກອກ​ເຂົ້າຮ່ວມ​ນັ້ນ.

ການ​ປະ​ທ້ວງ​ໄດ້​ເກີດ​ຂື້ນ​ຫວ່າງ​ມໍ່ໆ​ມາ​ນີ້ ກ່ຽວ​ກັບ​ຮ່າງ​ກົດໝາຍ
​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງ ​ເພື່ອໃຫ້​ອະ​ໄພ​ໂທດຄວາມ​ຜິດ ທີ່​ພົວພັນ​
ກັບການ​ກໍ່​ຄວາມ​ບໍ່​ສະຫງົບ​ທາງ​ດ້ານ​ການ​ເມືອງມາ​ໄດ້​ຫລາຍ​ປີ.

ການໃຫ້​ອະ​ໄພ​ໂທດນີ້ ອາດ​ຈະນຳໄປໃຊ້​ໄດ້​ກັບອະດີດ​ນາຍົກ
ລັດຖະມົນຕີ ທັກສິນ ຊິນນະ​ວັດ ​ແລະ​ຄົນ​ອຶ່ນໆນຳ​ດ້ວຍ.

ຮ່າງ​ກົດໝາຍ​ໃຫ້​ອະ​ໄພ​ໂທດສະບັບ​ນີ້ ​ໄດ້​ຖືກ​ປະຕິ​ເສດ​ ​ໂດຍ
ສະພາ​ສູງ​ຂອງ​ໄທ ​ໃນ​ວັນ​ຈັນທີ່​ຜ່ານ​ມາ ​ແຕ່​ຮ່າງ​ກົດໝາຍນີ້
ຍັງ​ສາມາດ​ນໍາສະ​ເໜີ​ຄືນໃໝ່​ໄດ້​ອີກ​ພາຍ​ໃນ 180 ມື້. ພວກ
ຝ່າຍ​ຄ້ານ​ກ່າວ​ວ່າ ຮ່າງ​ກົດໝາຍນີ້ແມ່ນ​ກ້າວກ່າຍເກີນ​ໄປ ​
ໂດຍ​ການ​ໃຫ້ ອະ​ໄ​ພ​ໂທດ​ ​ແກ່​ຫລາຍໆການ​ກະທໍາ​ຜິດ ​ໂດ​ຍ
ສະ​ເພາະ​ຢ່າງ​ຍິ່ງແມ່ນພົວພັນ​ກັບການ​ ສໍ້​ລາດ​ບັງ​ຫລວງ ທີ່​ໄດ້​ກະທໍາໂດຍອະດີດນາຍົກ
ລັດຖະມົນຕີ ທັກສິນ ຜູ້​ທີ່​ເປັນອ້າຍ​ຂອງນາຍົກ​ຄົນ ປັດຈຸບັນ.ມາດ​ຕະການດັ່ງກ່າວ​ອາດ
​ຈະ​ແຜ້ວທາງ​ໃຫ້​ແກ່​ທ່ານທັກສິນ ກັບ​ຄືນ​ມາປະ​ເທດ​ໄທ ຈາກ​ການລີ້​ໄພ​ຢູ່​ນອກ​ປ​ະ​ເທດ​.

ການ​ປະ​ທ້ວງ​ທີ່ນໍາພາ​ໂດຍ ພັກຝ່າຍ​ຄ້ານ​ ປະຊາທິປະ​ໄຕ ​ແມ່ນເຂົ້າ​ຮ່ວມ​ໂດຍ​ບັນດາກຸ່ມ​ທຸລະ​ກິດ ມະຫາວິທະຍາ​ໄລ ​ແລະ​ອົງການ​ພົນລະ​ເຮື​ອນຕ່າງໆ.

ລັດຖະບານທ່ານ​ນາງຍິ່ງ​ລັກ​ໄດ້​ຮັບ​ການ​ຍົກຍ້ອງ​ວ່າ ​ເປັນ​ຜູ້​ເຮັດ​ໃຫ້​ປະ​ເທດຊາດ ​ບ້ານ​ເມືອງ ມີ​ສະຖຽນ​ລະ​ພາບທາງການ​ເມືອງທີ່​ໜັ້ນຄົງນັບ​ແຕ່​ໄດ້​ເຂົ້າ​ມາ​ຮັບໜ້າ​ ທີ່​ໃນ​ປີ 2011.

XS
SM
MD
LG