ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະບົບ THAAD ສືບຕໍ່ ເປັນບັນຫາ ໂຕ້ແຍ້ງ ສຳລັບ ກອງປະຊຸມ ສຸດຍອດ ສຫລ ເກົາຫຼີໃຕ້


ພວກປະທ້ວງ ຕໍ່ຕ້ານການຕິດ ຕັ້ງລະບົບ THAAD ໃນ Seongju ປະເທດເກົາຫຼີໃຕ້.
ພວກປະທ້ວງ ຕໍ່ຕ້ານການຕິດ ຕັ້ງລະບົບ THAAD ໃນ Seongju ປະເທດເກົາຫຼີໃຕ້.

ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້ ​ແມ່ນ​ໄດ້​ອອກສຽງ​ໃນ​ການ​ສະໜັບສະ​ໜຸນ ການ​ຕິດ​ຕັ້ງ​ລະບົບ
ປ້ອງ​ກັນ​ລູກ​ສອນໄຟ​ໃນລະດັບ​ສູງ ຫຼື THAAD ທີ່​ເປັນ​ຂ່າວ​ນອງ​ນັນ ກ່ອນ​ໜ້າ​ກອງ​
ປະຊຸມ​ສຸດ​ຍອດ​ຂອງປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ Moon Jae-in ​ໃນ​ສັບປະດາ​ນີ້ ກັບປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນລ ທຣຳ ​ແຕ່​ຍັງ​ຢືນ​ການ​ເຖິງ​ບັນຫາ ​ໃນ​ຂະນະ​ທີ່
​ທາງ​ລັດຖະສະພາ​ສະຫະລັດ ອອກສຽງ​ເປັນຫ່ວງເຖິງ​ການ​ເລື່ອນ​ການຈັດ​ຕັ້ງ​ລະບົບ​
ທີ່​ວ່າ​ນີ້.

THAAD ​ແມ່ນລະບົບ​ປ້ອງ​ກັນ ລູກ​ສອນໄຟ​ທີ່​ຍິງ​ມາໃນລະດັບ​ສູງ ທີ່​ໃຊ້​ລະບົບ​ເຣດາ​
ລະດັບ​ສູງ infrared ​ເທັກ​ໂນ​ໂລ​ຈີ ​ແລະ​ຍິງ​ທຳລາຍລູກ​ສອນໄຟ ທີ່​ຍິງ​ມາ​ນັ້ນ.

​ໃນ​ປີ 2016 ວໍຊີງຕັນ ​ແລະ​ໂຊລ ຈະ​ນຳ​ໃຊ້​ລະບົບ THAAD ​ເພື່ອ​ການ​ປ້ອງ​ກັນ​ເກົາຫຼີ​ໃຕ້ ຈາກເກົາຫຼີ ທີ່​ເພີ່ມ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ​ແລະ​ອາວຸດ​ນິວ​ເຄລຍນັ້ນ.

ລະບົບ THAAD ຍັງ​ໃຊ້​ໃນ​ການ​ປ້ອງ​ກັນ ທະຫານ​ອາ​ເມຣິກັນ ຈຳນວນ 28 ພັນ​ຄົນ ​
​ໃນເກົາຫຼີ​ໃຕ້ ນຳ.

ສະມາຊິກ​ສະພາ​ສູງ​ພັກ Republican ທ່ານ Cory Gardner ຈາກ​ລັດ Colorado ​
ແລະທ່ານ Bob Menendez ສັງກັດ​ພັກ Democratic ຈາກ ລັດ New Jersey
​ໄດ້​ສົ່ງ​ຈົດໝາຍ​ຫວ່າງ​ມໍ່ໆ​ມາ​ນີ້​ເຖິງ​ປະທານາທິບໍດີ​ທຣຳ ​ໂດຍ​ຮຽກຮ້ອງ​ໃຫ້​ທ່ານ​ຖື​ເອົາ​
ເປັນ​ບຸລິມມະ​ສິດ​ໃນ​ການ​ໂອ້​ລົມ​ສົນທະນາ​ເຖິງ​ການ​ຕິດ​ຕັ້ງ​ລະບົບ THAAD ​ໃນ​ເວລາ
​ທີ່​ທ່ານພົບ​ປະ​ກັບ Moon ​ໃນ​ສັບປະດາ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG