ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຢ້ານກົວ ກຳມັນຕະພາບລັງສີ ຂອງ THAAD ພາໃຫ້ ມີການປະທ້ວງ ຢູ່ເກົາຫຼີໃຕ້


ບ່ອນຕິ​ດຕັ້ງ​ລະບົບ​ປ້ອງ​ກັນລູກ​ສອນ​​ໄຟ ທີ່​ຍິງ​ມາ​ໃນ​ລະດັບ​ສູງ ຫລື THAAD.
ບ່ອນຕິ​ດຕັ້ງ​ລະບົບ​ປ້ອງ​ກັນລູກ​ສອນ​​ໄຟ ທີ່​ຍິງ​ມາ​ໃນ​ລະດັບ​ສູງ ຫລື THAAD.

ພວກ​ປະ​ທ້ວງ​ພາກັນແກວ່ງ​ໄຂ່ແລະ​ແກ້ວ​ນ້ຳ ​ເຂົ້າ​ໃສ່ນາ​ຍົກ​ລັດຖະມົນຕີ​ເກົາຫລີ​ໃຕ້ ທ່ານ Hwang Kyo-anh ​ໃນ​ວັນ​ສຸກ​ມື້​ນີ້ ​ໃນ​ຂະນະ​ທີ່​ທ່ານ​ພະຍາຍາ​ມຫາທາງ​ຜ່ອນຄາຍ ຄວາມເປັນ​ຫ່ວງ​ຂອງ​ປະຊາຊົນ ທີ່ຢູ​ໃກ້​ກັບ​ບ່ອນ​ ທີ່ສະຫະລັດຈະຕິ​ດຕັ້ງ​ລະບົບ​ປ້ອງ​ກັນ ​ລູກ​ສອນໄຟ ທີ່​ຍິງ​ມາ​ໃນ​ລະດັບ​ສູງ ຫລື THAAD.

ທ່ານ Hwang ກ່າວ​ໃນ​ຂະນະ​ທີ່​ທ່ານ​ຢູ່​ຕໍ່ໜ້າ​ສະພາ​ເມືອງ Seongju ​ໃນ​ວັນ​ສຸກ​ວານມື້​ນີ້​ວ່າ “ກ່ຽວ​ກັບ​ການ​ຕິດ​ຕັ້ງ​ເຣດາຂອງ​ລະບົບ​ລູກ​ສອນ​ໄຟ THAAD ນັ້ນ ພວກ​ເຮົາ​ຈະຮັບ​ຟັງ​ຢ່າງ​ເຕັມ​ທີ່​ກ່ຽວ​ກັບ​ແນ​ວຄິດ​ຂອງ​ພວກ​ທ່ານ ​ແລະ​ຈະ​ເຮັດ​ໃຫ້​ເປັນ​ທີ່​ແນ່ນອນວ່າ ການ​ຄ້ຳປະກັນ​ໃນດ້ານຄວາມ​ປອດ​ໄພແມ່ນ​ເປັນ​ບູລິມະ​ສິດ​ອັນ​ສຳຄັນ.

ພວກ​ປະ​ທ້ວງ​ພາກັນ​ຕອບ​ໂຕ້​ຕໍ່​ຄຳ​ຖະ​ແຫລ​ງຂອງ​ນາຍົກລັດຖະມົນຕີ ​ໂດຍ​ການໂຫ່ຮ້ອງ ແບບ​ບໍ​ພໍ​ໃຈ ​ແລະ​ຄະນະຮັກສາ​ຄວາມ​ປອດ​ໄພຂອງ​ທ່ານ​ພາກັນ​ເອົາ​ກະ​ເປົາ ​ແລະ​ຄັນຮົ່ມ​ປ້ອງ​ກັນ​ທ່ານ​ ຈາກ​ສິ່ງ​ຂອງ​ທີ່​ແກ​ວ່ງມາ​ໃສ່ໂດຍພວກ​ປະ​ທ້ວງ​ທີ່ໂກດ​ແຄ້ນ. ຫລັງ​ຈາກ​ນັ້ນ ທ່ານ​ໄດ້​ຖືກ​ບັງຄັບ​ໃຫ້ລີ້​ໄພ​ຢູ່ໃນ​ຫ້ອງການ​ເມືອງ.

ການ​ຕັດສິນ​ໃຈ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້​ໃນອາທິດ​ນີ້ ເພື່ອ​ຕິດ​ຕັ້ງ ລະ​ບົບ ປ້ອງ​ກັນ​ລູກ​ສອສ​ໄຟ THAAD ຢູ່ເມືອງ Seongju ​ທາງພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດນັ້ນ ​ໄດ້​ເຮັດ​ໃຫ້​ເກີດ​ຄວາ​ມຢ້ານ​ກົວ​ຕໍ່​ສາທາລະນະ​ຊົນ​ທີ່ວ່າ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD ອາດ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ ​ແລະ​ຄວາມ​ປອດ​ໄພຂອງ​ປະຊາ ຊົນ​ທີ່​ພາກັນອາ​ໄສ​ຢູ່​ໃກ້ໆ​ນັ້ນ ​ໂດ​ຍສະ​ເພາະ ຈາກ​ກຳມັນ​ຕະພາບ​ຣັງ​ສີທີ່​ຮ້າຍ​ແຮງ​ຂອງ ລະ​ບົບ​ເຣດາ.

ພວກປະທ້ວງພາກັນຮ້ອງປະນາມ ການຕິດຕັ້ງບ່ອນລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD
ພວກປະທ້ວງພາກັນຮ້ອງປະນາມ ການຕິດຕັ້ງບ່ອນລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ THAAD

ປະທາ​ນາ​ທິບໍດີເກົາຫລີ​ໃຕ້ ທ່ານ​ນາງ Park Geun-Hye ກ່າວ​ໃນ​ອາທິດ​ນີ້​ວ່າ ການ​ຂົ່ມຂູ່ ຈາກອາວຸດ​ນິວ​ເຄລຍ ​ແລະ​ຄວາມ​ສາມາດ​ທາງ​ດ້ານ​ລູກ​ສອນ​ໄຟ​ຂີ​ປະນາ​ວຸດ​ຂອງ​ເກົາຫລີ​ເໜືອ ​ໄດ້​ເຮັດ​ໃຫ້​ລັດຖະບານຕ້ອງ​ໄດ້​ເສີມ​ຂະຫຍາຍ​ລະບົບ ປ້ອງ​ກັນລູກ​ສອນໄຟຂອງ ຕົນຢ່າງ​ວ່ອງ​ໄວ.

ທ່ານ​ນາງ Park ກ່າວ​ວ່າ “ນີ້​ກໍ​ເປັນ​ເພາະວ່າ ພວກ​ເຮົາ​ໄດ້​ຊັ່ງຊາ​ວ່າບໍ່​ມີ​ຫຍັງ​ສຳຄັນ​ໄປ​ກວ່າ​ການ​ປ້ອງ​ກັນ​ຊີວິດ ​ແລະ​ຄວາ​ມາ​ປອດ​ໄພ​ຂອງ​ປະຊາຊົນພວກ​ເຮົາ ພາຍ​ໃຕ້​ສະພາບ​ການທີ່​ວ່າ ​ການ​ຂົ່ມຂູ່ຈາກ​ອາວຸດ​ນິວ​ເຄລຍ​ແລະ​ລູກ​ສອນ​ໄຟ​ຂອງ​ເກົາຫລີ​ເໜືອ ​ໄດ້​ກາຍ​ມາ​ເປັນຄວາມ​ຈິງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

South Korea Thaad
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG