ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ສຫລ ຈະ​ທົດ​ລອງ ​ລະບົບຕໍ່ຕ້ານ ລູກ​ສອນ​ໄຟ ເພື່ອ​ຮັບ​ມື​ ກັບ​ເກົາຫຼີ​ເໜືອ


ເຄື່ອງຈັບຂອງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງ​ມາ​ໃນ​ລະດັບ​ສູງ​ຫຼື THAAD ໄດ້ຍິງຂຶ້ນຈາກຍ່ານທ່າອາວະກາດມະຫາສະໝຸດປາຊີຟິກແຫ່ງລັດ Alaska ຢູ່ເກາະ Kodiak, ລັດ Alaska, ໃນໄລຍະບິນທົດລອງຂອງ THAAD (FTT)-18 ໃນວັນທີ 11 ກໍລະກົດ, 2017.
ເຄື່ອງຈັບຂອງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງ​ມາ​ໃນ​ລະດັບ​ສູງ​ຫຼື THAAD ໄດ້ຍິງຂຶ້ນຈາກຍ່ານທ່າອາວະກາດມະຫາສະໝຸດປາຊີຟິກແຫ່ງລັດ Alaska ຢູ່ເກາະ Kodiak, ລັດ Alaska, ໃນໄລຍະບິນທົດລອງຂອງ THAAD (FTT)-18 ໃນວັນທີ 11 ກໍລະກົດ, 2017.

ກອງທັບ​ສະຫະລັດ ກ່າວ​ວ່າ ຕົນ​ກຳລັງ​ກະກຽມ​ທີ່​ຈະ​ທຳ​ການ​ທົດ​ລອງລະບົບ​ຕໍ່
ຕ້ານ​ລູກ​ສອນ​ໄຟອີກ​ຄັ້ງນຶ່ງ​ ເພື່ອ​ຈະ​ໄດ້​ຕິດຕັ້ງລະບົບ​ດັ່ງກ່າວ​ຮັບ​ມື​ກັບ​ໄພ​ຂົ່ມຂູ່
ຈາກ​ເກົາຫຼີ​ເໜືອ.

​ໂຄສົກ​ຂອງ​ທຳນຽບຫ້າ​ແຈກັບຕັນ Jeff Davis ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ການ
ທົດ​ລອງ​ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງ​ມາ​ໃນ​ລະດັບ​ສູງ​ຫຼື THAAD ຢູ່​ທີ່​ລັດ​ອາ
ລາສກ້າ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອສຸດ ​ຂອງສະຫະລັດ ກຳນົດ​ຈະ​ມີ​ຂຶ້ນ​ໃນ​
ໄວໆນີ້. ທ່ານ​ກ່າວ​ວ່າ ການ​ທົດ​ລອງ​ນີ້​ແມ່ນ​ເປັນ​ມາດ​ຕະການ​ທີ່​ມີ​ຂຶ້ນຕາມ​ປົກກະ
ຕິ​ເພື່ອ​ທົດ​ສອບ​ໃຫ້​ເປັນ​ທີ່​ແນ່ໃຈ​ວ່າ ລະບົບ​ດັ່ງກ່າວພ້ອມ​ແລ້ວ​ຈະ​ໃຊ້​ການ​ໄດ້.

​ໃນ​ແຈ້ງ​ການ​ໄປ​ຫາ​ພວກ​ເດີນ​ເຮືອທາງ​ທະ​ເລນັ້ນ ໜ່ວຍ​ຍາມ​ຝັ່ງ​ຂອງ​ສະຫະລັດ​
ກ່າວ​ວ່າ ການ​ທົດ​ລອງ​ອາດຈະ​ມີ​ຂຶ້ນ​ໃນ​ວັນ​ເສົາ​ນີ້ ​ແລະ​ໄດ້​ແນະນຳ​ ໃຫ້​ເຮືອ​ທັງ
ຫຼາຍ​ແລ່ນ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ອັນ​ກວ້າງ​ໃຫຍ່​ຂອງ​ມະຫາ​ສະໝຸດທີ່ຕັ້ງຢູ່​ລະຫວ່າງ
​ເກາະ Kodiak ​ໃນ​ລັດ​ອາ​ລາສກ້າ​ ຫາ​ເກາະ​ຮາ​ວາຍ.

​ໃນຕົ້ນ​ເດືອນ​ນີ້ ກອງທັບ​ສະຫະລັດ​ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ທົດ​ລອງ​ລະບົບ​ຕໍ່ຕ້ານ
ລູກ​ສອນ​ໄຟ THAAD ດ້ວຍ​ຄວາມ​ສຳ​ເລັດ​ຜົນ ຊຶ່ງ​ສາມາດ​ຍິງ​ທຳລາຍລູກ​ສອນ​
ໄຟ​ຂີ​ປະ​ນາ​ວຸດຈຳລອງ​ທີ່​ມີ​ລັດສະໝີ​ໃນ​ລະດັບ​ປານ​ກາງໄດ້. ການ​ທົດລອງ​ນີ້​
ແມ່ນ​ເທື່ອ​ທຳ​ອິດ ທີ່​ສະຫະລັດ​ໄດ້​ນຳໃຊ້​ລະບົບ​ THAAD ​ເພື່ອ​ຍິງ​ທຳລາຍ​ລະບົບ​
ຕໍ່ຕ້ານ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ລັດສະໝີ​ລະດັບ​ປານ​ກາງ ຊຶ່ງ​ເປັນເປົ້າໝາຍ​
ທີ່​ໄວ​ແລະ​ຍາກ​ທີ່​ຈະ​ທຳລາຍ​ໄດ້ ກວ່າ​ລູກ​ສອນ​ໄຟ​ລະ​ຍະ​ໃກ້.

ການ​ທົດ​ລອງ​ດັ່ງກ່າວນີ້ແມ່ນ​ມີ​ຄວາມຮີບ​ຮ້ອນ​ຕື່ມ​ຂຶ້ນຫລັງ​ຈາກ​ເກົາຫຼີ​ເໜືອ​ໄດ້​ຍິງ​
ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບຢ່າງ​ສຳ​ເລັດ​ຜົນ ຊຶ່ງ​ພວກ​ນັກວິ​ເຄາະ​ເຊື່ອວ່າ
ສາມາດ ຍັງມາ​ເຖິງ​ລັດ​ອາລາສກ້າ​ຂອງ​ສະຫະລັດ​ໄດ້.

ລະບົບ​ຕໍ່ຕ້ານ​ລູກ​ສອນໄຟ THAAD ​ແມ່ນ​ໄດ້​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ “ຍິງ​ເຂົ້າຕຳ
ເພື່ອ​ທຳລາຍ” ຊຶ່ງ​ພະລັງງານ​ໃນ​ການ​ເຄື່ອນ​ໄຫວຂອງ​ລູກ​ສອນ​ໄຟທີ່​ຍິງ​ຂຶ້ນສະ
ກັດ​ກັ້ນ ສາມາດ​ທຳລາຍ​ເປົ້າໝາຍ​ທີ່​ຍິງ​ເຂົ້າ​ມາ​ໄດ້.

​ເກົາຫຼີ​ເໜືອ ​ເຖິງ​ແມ່ນ​ວ່າ​ໄດ້​ຖືກລົງ​ໂທດ​ໂດຍ​ອົງການ​ສະຫະ​ປະຊາ​ຊາດກໍ​ຕາມ
​ແຕ່​ກໍຍັງ​ສາມາດ​ພັດທະນາ​ອາວຸດ​ນິວ​ເຄລຍ ​ແລະ​ຍິງ​ທົດ​ລອງ​ ລູກ​ສອນ​ໄຟ​ຈຳ
ນວນ​ນຶ່ງ​ ເພື່ອ​ສ້າງ​ຄວາມ​ກ້າວໜ້າ ​ໃຫ້​ກັບ​ຄວາມ​ສາມາດແກ່​ຄັງອາວຸດ​ດັ່ງກ່າວ​
ຂອງ​ຕົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG