ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໖ ຕຸລາ ໒໐໒໔

ກອງປະຊຸມ ອາຊຽນ ຄັ້ງທີ 44 ແລະ 45 ເພັ່ງເລັງໃສ່ການແກ້ໄຂບັນຫາທີ່ເປັນສິ່ງທ້າທາຍຕໍ່ພາກພື້ນ


ASEAN 44th Plenary and 45th Retreat Meeting
please wait

No media source currently available

0:00 0:02:10 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້.

ກອງປະຊຸມໃຫຍ່ ອາຊຽນ ໄດ້ເລີ່ມຂຶ້ນດ້ວຍການນຳພາຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ໃນວັນພຸດທີ​ 9 ມື້ນີ້. ກອງປະຊຸມດັ່ງກ່າວດໍາເນີນຂຶ້ນພາຍໃຕ້ຄໍາຂວັນ ເພີ່ມ ທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງ ອາຊຽນ. ໃນນີ້ທ່ານ ສອນໄຊ ໄດ້ເປັນປະທານ ກອງປະຊຸມອາຊຽນຄົບຄະນະຄັ້ງທີ 44 ແລະ ຄັ້ງທີ 45 ແບບວົງແຄບ ຫຼື ບໍ່ເປັນທາງການ.

ໃນພິທີເປີດກອງປະຊຸມທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ “ພາຍໃຕ້ການ ເປັນປະທານຂອງ ສປປ ລາວ ໃນປີນີ້ ອາຊຽນ ສືບຕໍ່ສຸມໃສ່ປະຕິບັດວິໄສ ທັດປະຊາຄົມອາຊຽນ 2025 ແລະ ສ້າງບັນດາເອກະສານຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ເພື່ອຮັບຮອງເອົາໃນປີ 2025 ເພື່ອຮັບປະກັນເຮັດໃຫ້ປະຊາຄົມອາຊຽນ ມີຄວາມສອດຄ່ອງຕໍ່ເນື່ອງ ແລະ ມີເສດຖະກິດທີ່ມີdການເຊື່ອມໂຍງ ແລະ ເຊື່ອມຈອດຫຼາຍຂຶ້ນ ແລະ ມີຄວາມເຂັ້ມແຂງ ເພື່ອສາມາຮັບມືກັບບັນຫາທ້າທາຍ ແລະ ນຳໃຊ້ໃນກາ ລະໂອກາດຕ່າງໆໃນທ່າມກາງສະພາບພູມສາດການເມືອງ ແລະ ພູມສາດ ເສດຖະກິດທີ່ມີການຜັນແປຢ່າງສະຫຼັບຊັບຊ້ອນ.”

ກອງປະຊຸມດັ່ງກ່າວໄດ້ຫາລື ກ່ຽວກັບ ການພົວພັນຮ່ວມມືລະຫວ່າງ ອາຊຽນ ກັບຄູ່ຮ່ວມມືພາຍນອກ, ລວມທັງກຳນົດທິດທາງຮ່ວມມືໃນຕໍ່ໜ້າ ເພື່ອເສີມ ຂະຫຍາຍການພົວພັນຮ່ວມມືກັບພາຍນອກ. ບົນພື້ນຖານການຮ່ວມມືຕາມວິຖີ ທາງຂອງ ອາຊຽນ ແລະ ຍຶດໝັ້ນຄວາມເປັນແກນກາງຂອງ ອາຊຽນ.

ນອກຈາກນັ້ນ ທ່ານ ສອນໄຊ ກໍໄດ້ສືບຕໍ່ເປັນປະທານໃນກອງປະຊຸມອາຊຽນ ຄັ້ງທີ 45 ແບບຮັດແຄບ ເພື່ອແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບ ບັນຫາໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນໂດຍສະ ເພາະກ່ຽວກັບຂໍ້ຂັດແຍ້ງຕ່າງໆ, ຄວາມຫຍຸ້ງຍາກທາງການເງິນ, ດິນຟ້າອາ ກາດ, ອາຊະຍາກຳຂ້າມຊາດ ແລະ ອື່ນໆ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ບັນຫາທະເລຈີນໃຕ້, ບັນຫາຄວາມຂັດແຍ້ງໃນເຂດກາຊາ ແລະ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນຳອາຊຽນ ກ່ຽວກັບ ມຽນມາ ແລະ ໄດ້ຮັບຮອງເອົາເອກະສານທົບທວນ ແລະ ຄຳຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບ ການປະຕິບັດ 5 ຂໍ້ຕົກລົງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG