ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານພົບວ່າ ທ້າວ Aldawsari ມີຄວາມຜິດ ໃນຂໍ້ຫາ ວາງແຜນກໍ່ການຮ້າຍ


ທ້າວ Khalid Ali-M Aldawsari
ທ້າວ Khalid Ali-M Aldawsari

ຄະນະ​ຕຸລາການ​ຂອງ​ລັດຖະບານ​ກາງ​ສະຫະລັດ ​ໃນ​ລັດ​ເທັກ​ຊັດ ​ໄດ້ພົບ​ເຫັນ​ວ່າ ນັກສຶກສາຊາວ Saudi ຄົນ​ນຶ່ງ ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາວາງແຜນ​ໂຈມ​ຕີດ້ວຍລະ​ເບີດ ​ເພື່ອ​ກໍ່​ການ​ຮ້າຍ.

ກະຊວງ​ຍຸຕິ​ທໍາຖະ​ແຫຼ​ງຂອງ​ສະຫະລັດ​ກ່າວວ່າ ບັນຊີ​ລາຍ​ຊື່​ທີ່​ອາດ​ຕົກ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ​ຂອງທ້າວ Khalid Ali-M Aldawsari ແມ່ນ​ຮວມທັງເຂື່​ອນໃນ​ລັດ California ​ແລະ Colorado, ​ໄນ​ຄລັບ​ແລະ​ທີ່​ພໍານັກ​ຂອງ​ອະດີດ​ປະທາ ນາທິບໍດີ George W. Bush ​ໃນເມືອງດາ​ລັສ ລັດເທັກ​ຊັສ.

​ຄະນະໄອ​ຍະ​ການ​ກ່າວ​ວ່າ ທ້າວ Aldawsari ​ໄດ້​ຊື້ສານເຄມີ​ແລະ​ອຸບປະກອນ​ໃນ​ການ​ເຮັດ​ລະ​ເບີດ ​ແລະ​ຍັງ​ໄດ້ຂຽນ​ລົງ​ໃນ​ບົດ​ບັນທຶກ​ຂອງ​ລາວ ​ເຖິງ​ຄວາມ​ປະ ສົງ​ໃນ​ການ​ເຮັດ​ສົງຄາມ​ສັກສິດ​ຫຼືຈີ​ຮາດ​ຂອງ​ລາວ.

​ນຶ່ງໃນບັນດາບໍລິສັດທີ່​ລາວ​ໄດ້​ພະຍາຍາມ​ຊື້ສານ​ເຄມີເຫຼົ່ານີ້ ​ໄດ້ແຈ້ງ​ໃຫ້​ພວກ​ເຈົ້າ ໜ້າ​ທີ່​ຕຳຫຼວດຊາບ.​

ທ້າວ Aldawsari ປ​ະ​ເຊີນ​ກັບໂທດຈໍາ​ຄຸກ​ຕະຫຼອດ​ຊີວິດ ​ແລະປັບ​ໃໝເປັນ​ເງິນ​ຈໍານວນ 250,000 ​ໂດ​ລາ ​ເວລາ​ລາວ​ຈະຖືກ​ຕັດສິນລົງໂທດ​ໃນ​ເດືອນຕຸລາປີ ນີ້.

XS
SM
MD
LG