ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ ເທັກຊັສ ໃຫ້ຄວາມສຳຄັນ ຕໍ່ບັນຫາຄົນເຂົ້າເມືອງ ແລະ ການຮັກສາຄວາມປອດໄພເຂດຊາຍແດນ ໃນການເລືອກຕັ້ງກາງສະໄໝ


ສະຕິກເກີການປ່ອນບັດເລືອກຕັ້ງຢູ່ງານການເມືອງແຫ່ງນຶ່ງໃນເມືອງ ເຟຣເດຣິກສເບີກ, ລັດ ເທັກຊັສ.
ສະຕິກເກີການປ່ອນບັດເລືອກຕັ້ງຢູ່ງານການເມືອງແຫ່ງນຶ່ງໃນເມືອງ ເຟຣເດຣິກສເບີກ, ລັດ ເທັກຊັສ.

ພັກ​ຣີ​ພັບ​ບ​ລີ​ກັນ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ຈະ​ຍາດ​ເອົາ​ການ​ຄອບ​ຄອງ​ສະ​ພາ​ຕ່ຳ ສະ​ຫະ​ລັດ ຄືນຈາກ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ນີ້ ແລະ ບັນ​ຫາ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ໃຫ້​ຄວາມ​ສຳ​ຄັນ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ກໍແມ່ນ​ບັນ​ຫາ​ຄົນ​ເຂົ້າ​ເມືອງ, ການ​ຮັກ​ສາ​ຄວາ​ມ​ປອດ​ໄພ ແລະ ການ​ປາບ​ປາມ​ອາ​ຊະ​ຍາ​ກຳ.

ພັກ​ຣີ​ພັບ​ບ​ລີ​ກັນ​ມີ​ຊື່​ສຽງ​ກັບ​ມາດ​ຕະ​ການ​ຄົນ​ເຂົ້າ​ເມືອງ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ເຂດ​ຊາຍ​ແດນ ​ທີ່​ເຄັ່ງ​ຄັດ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ໄດ້​ເອົາ​ຊະ​ນະ​ໃຈ​ພວກ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ໃນ​ທົ່ວ​ປະ​ເທດ.

ລັດ​ເທັກ​ຊັ​ສ ກໍ​ເປັນ​ລັດ​ນຶ່ງ​ທີ່​ມີບັນ​ຫາ​ຄົນ​ເຂົ້າ​ເມືອງ ໂດຍ​ສະ​ເພາະ​ແມ່ນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ມາ​ຈາ​ກ​ປະ​ເທດ ເມັກ​ຊິກ​ໂກ ແລະ ອາ​ເມ​ຣິ​ກາ​ລາ​ຕິນ​.

ຄົນ​ລາວ​ທ່ານ​ນຶ່ງ​ໃນ​ລັດ​ເທັກ​ຊັ​ສ ໄດ້​ໃຫ້​ຄຳ​ເຫັນ ກ່ຽວ​ກັບ ບັນ​ຫາ​ຄົນ​ເຂົ້າ​ເມືອງ​ສຳ​ລັບ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ວ່າ "ຢູ່​ພີ້​ບັນ​ຫາ​ຄົນ​ເຂົ້າ​ເມືອງ​ແມ່ນ​ສຳ​ຄັນຫຼາຍກວ່າ​ໝູ່. ພວກ​ conservative ຢູ່​ພີ້​ແມ່ນ​ມີຫຼາຍ, ເຂົາ​ເຈົ້າ​ມັກ​ນະ​ໂຍ​ບາຍ​ພັກ​ຣີ​ພັບ​ບ​ລີ​ກັນຫຼາຍ, ເຊິ່ງ​ແມ່ນ​ຫ້າມບໍ່​ໃຫ້​ພວກ​ຜິດ​ກົດ​ໝາຍ​ ຂ້າມ​ຊາຍ​ແດນ​ເຂົ້າ​ມາ. ສະ​ນັ້ນ ​ນັກ​ການ​ເມືອງ​ທີ່​ໃຫ້​ຄວາມ​ສຳ​ຄັນ​ກັບ​ບັນ​ຫານີ້​ແມ່ນມັກ​ຈະ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​.”

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ທີ່​ຖືກ​ຕິດ​ຕາມ​ຢ່າງ​ໃກ້​ຊິດຂອງ​ລັດ ເທັກ​ຊັ​ສ ໃນ​ເດືອນ​ພະ​ຈິກນີ້ ແມ່ນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຜູ້​ປົກ​ຄອງ​ລັດ ລະ​ຫວ່າງ​ຜູ້​ປົກ​ຄອງ​ລັດ​ເທັກ​ຊັ​ສ ຄົນ​ປັດ​ຈຸ​ບັນ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ເກ​ຣັກ ແອບ​ບັອດ ກັບ​ທ່ານ ເບ​ໂຕ ໂອ​ຣວກ ສັງ​ກັດ​ພັກ ເດ​ໂມ​ແຄ​ຣັດ. ທ່ານ ແອບ​ບັອດ ​ຜູ້​ທີ່​ກຳ​ລັງ​ແຂ່ງ​ຂັງ​ເພື່ອ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສາມ ມີ​ຄະ​ແນນ​ນຳ​ໜ້າ​ໃນ​ການ​ຢັ່ງ​ຫາງ​ສຽງ​ບໍ່​ເຖິງ 10 ເປີ​ເຊັນ. ນອກ​ຈາກ​ບັນ​ຫາ​ຄົນ​ເຂົ້າ​ເມືອງ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ແລ້ວ, ທັງ​ສອງ​ທ່ານ​ຍັງ​ຈະ​ໂຕ້​ຖຽງ​ກັນ ກ່ຽວ​ກັບ​ບັນ​ຫາ​ການ​ໃຊ້​ປືນ, ການ​ກະ​ຈາຍ​ໄຟ​ຟ້າໃຊ້, ການ​ເຮັດ​ແທ້ງ​ລູກ ແລະ ອື່ນໆ.

XS
SM
MD
LG