ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທັງ ພັກ​ເດ​ໂມ​ແຄຣັດ ແລະ ພັກຣີພັບ​ບລີ​ກັນ ຕ່າງກໍສະແດງອອກ ຢ່າງກະຕືລືລົ້ນ ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ຢູ່ລັດເທັກຊັສ


ພວກທີ່ສະໜັບສະໜຸນສະມາຊິກພັກສະພາສູງ ຫວັງວ່າ Beto O'Rourke ໂຮຮ້ອງ ໃນການເບິ່ງການເລືອກຕັ້ງໃນການເລືອກ​ຕັ້ງ​ຂັ້ນ​ຕົ້ນ ໃນເມືອງອອສຕິນ, ລັດເທັກຊັສ, 6 ມີນາ 2018.
ພວກທີ່ສະໜັບສະໜຸນສະມາຊິກພັກສະພາສູງ ຫວັງວ່າ Beto O'Rourke ໂຮຮ້ອງ ໃນການເບິ່ງການເລືອກຕັ້ງໃນການເລືອກ​ຕັ້ງ​ຂັ້ນ​ຕົ້ນ ໃນເມືອງອອສຕິນ, ລັດເທັກຊັສ, 6 ມີນາ 2018.

ພັກ​ເດ​ໂມ​ແຄຣັດ ​ໄດ້ສະແດງກຳລັງ ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ທີ່​ເອີ້ນ​ວ່າ primary
ເທື່ອທຳອິດ ສຳລັບການເລືອກຕັ້ງ​ກາງ​ສ​ະໄໝຂອງ​ລັດຖະສະພາ ໃນປີ 2018
​ທີ່​ລັດເທັກ​ຊັສ ​ໃນ​ວັນ​ອັງຄານ​ມຜ່ານມານີ້. ສະມາຊິກ​ພັກ​ເດ​ໂມ​ແຄຣັດ ​ຫຼາຍ​ກວ່າ
1 ລ້ານ​ຄົນ ໄດ້​ພາກັນປ່ອນ​ບັດ ​ໃນ​ການ​ເລືອ​ກຕັ້ງຂັ້ນ​ຕົ້ນ ຂອງລັດຖະສະພາສະຫະລັດ
ຊຶ່ງ​ເປັນ​ຈຳນວນທີ່ສູງ​ສຸດ​ ນັບ​ຕັ້ງ​ແຕ່​ປີ 1994 ​ເປັນ​ຕົ້ນ​ມາ ເທື່ອສຸດທ້າຍ ທີ່ພັກ
​ເດ​ໂມ​ແຄຣັດສາມາດ​ໄດ້ຮັບໄຊຊະນະ​ ໃນການເລືອກຕັ້ງ​ທົ່ວ​ລັດ ຊຶ່ງ​ເປັນ​ລັດ​ທີ່​ຍັງ​ຢູ່
ພາຍໃຕ້ການຄວບຄຸມ​ພັກຣີພັບ​ບລີ​ກັນຢ່າງໝັ້ນຄົງ​ນັ້ນ.

ສະມາຊິກ​ພັກຣີພັບ​ບລີ​ກັນ ກໍໄດ້ພາກັນ​ອອກ​ໄປປ່ອນ​ບັດຢ່າງຫຼວງຫຼາຍ​ໃນ​ວັນ​ອັງຄານ
​ຜ່ານ​ມານີ້. ມີຜູູ້ຄົນ​ຫຼາຍ​ກວ່າ 1 ລ້ານ 5 ​ແສນ​ຄົນ ອອກ​ໄປປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ
​ຂັ້ນ​ຕົ້ນ​ຂອງພັກຣີພັບ​ບລີ​ກັນຢ່າງ​ເປັນ​ປະຫວັດ​ການສຳ​ລັບ​ການ​ເລືອກ​ຕັ້ງ​ທີ່​ບໍ່​ແມ່ນ
ປະທານາທິບໍດີ.

ເຊີນຊົມ: ພວກມີສິດປ່ອນບັດ ທີ່ລັດເທັກຊັສ ພາກັນໄປປ່ອນບັດ ຢ່າງຫຼວງຫຼາຍ

Texas Voting Shows Surge in Turnout for Both Parties
please wait

No media source currently available

0:00 0:02:36 0:00

ການ​ປ່ອນ​ບັດ​ໃນການເລືອກ​ຕັ້ງ​ຂັ້ນ​ຕົ້ນທີ່ລັດເທັກຊັສ ​ແມ່ນ​ເປັນ​ຂີດ​ໝາຍ​ຢ່າງ​ເປັນ​
ທາງການຂອງການເລີ້ມຕົ້ນການ​ເລືອກ​ຕັ້ງ​ລັດ​ຖະສະພາ ໃນປີ 2018 ທີ່ວ່າ ທັງ 435
ບ່ອນ​ນັ່ງ​ຂອງສະພາ​ຕ່ຳ ​ແລະ​ປະມານ 1 ສ່ວນ 3 ຂອງ​ສະພາສູງ ທີ່ມີທັງໝົດ 100
ບ່ອນ​ນັ່ງ​ນັ້ນ ຈະມີການປ່ອນ​ບັດເລືອກເອົາ. ການເລືອກ​ຕັ້ງ​ກາງສະ​ໄໝ ​ແມ່ນ​ໄດ້
ຕໍ່ສູ້​ກັບຜົນທີ່ຕິດຕາມມາທາງ​ການ​ເມືອງຕ່າງໆ ສຳ​ລັບ​ປະທາ​ນາ​ທິບໍດີ​ສະຫະລັດ
ທ່ານ​ດໍ​ໂນ​ລ ທຣຳ, ​ພັນທະ​ມິດຈາກ​ພັກຣີພັບ​ບລີ​ກັນ​ ​ໃນ​ລັດຖະສະພາ ​ແລະພັກ​
ເດ​ໂມ​ແຄຣັດ ທີ່ເປັນຝ່າຍ​ຄ້ານ. ​

ແນວ​ໂນ້ມທີ່​ເຫັນ​ກັນ​ໃນ​ລັດ​ເທັກ​ຊັສ ​ແມ່ນ​ການ​ເພີ່ມ​ຂຶ້ນຂອງ​ຈຳນວນ​ພວກ​ສະໝັກ
​ທີ່​ເປັນແມ່ຍິງ ​ໂດຍ​ສະ​ເພາະ ​ໃນພັກ​ເດ​ໂມ​ແຄຣັດ ພວກ​ຊຶ່ງ​ຈະ​ລົງ​ແຂ່ງເປັນ​ສະມາຊິກ
​ສະພາ ​ແລະ​ເຈົ້າ​ໜ້າ​ທີ່​ປະຈຳ​ລັດ ​ໃນ​ທົ່ວ​ປະ​ເທດ ​ໃນ​ປີ​ນີ້. “ພວກ​ເຮົາ​ຮູ້ສຶກ​ວ່າ ​
ມັນ​ເຖິງ​ເວລາ​ແລ້ວທີ່​ຈະ​ໄດ້​ຍິນ​ສຽງຂອງ​ພວກ​ເຮົາ​ແລະ​ສຳລັບ​ພວກ​ເຮົາ​ທີ່​ຈະ​ມີ
​ຕັ່ງຢູ່​ໃນ​ໂຕະ,”
ນັ້ນຄືຄຳເວົ້າຂອງທ່ານ​ນາງ ລິ​ສຊີ ແພນ​ນິລ ແຟັລ​ຈເຈີ (Lizzie
Pannill Fletcher) ຜູ້​ຊຶ່ງ​ຈະ​ປະ​ເຊີນໜ້າ ກັບ​ການ​ແຂ່ງ​ຂັ້ນ​ບັ້ນ​ສຸດ​ທ້າຍ ​ໃນ​ເດືອນ
ພຶດສະພາ ​ເພື່ອ​ໃຫ້​ເລືອກ​ເປັນ​ຕົວ​ແທນ​ຂອງພັກ.

ພັກ​ເດ​ໂມ​ແຄຣັດ ​ໄດ້​ເຮັດ​ໃຫ້​ການ​ຕໍ່​ຕ້ານປະທານາທິບໍດີ ທ່ານທຣຳ ​ເປັນ​ຄຳ​ຂວັນຫຼັກ
ໃນການທີ່ຈະຍາດເອົາ​ການ​ຄວບ​ຄຸມ​ຂອງ​ສະພາ​ຕ່ຳ ​ແລະ​ສະພາ​ສູງກັບຄືນມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປ້າຍໂຄສະນາທາງການເມືອງ ທີ່ເຫັນຢູ່ຂ້າງນອກສະຖານທີ່ປ່ອນບັດ ໃນເມືອງອອສຕິນ, ລັດເທັກຊັສ, 5 ມີນາ 2018.
ປ້າຍໂຄສະນາທາງການເມືອງ ທີ່ເຫັນຢູ່ຂ້າງນອກສະຖານທີ່ປ່ອນບັດ ໃນເມືອງອອສຕິນ, ລັດເທັກຊັສ, 5 ມີນາ 2018.

XS
SM
MD
LG