ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ຕຳຫຼວດ ແຈ້ງວ່າ ຜູ້ຕ້ອງສົງໄສ ວາງລະເບີດ ຢູ່ລັດເທັກຊັສ ເສຍຊີວິດແລ້ວ

US Texas Explosions Updated
please wait

No media source currently available

0:00 0:01:09 0:00

ຕຳຫຼວດຈາກນະຄອນອອສຕິນ ລັດເທັກຊັສ ໄດ້ກ່າວ ໃນວັນພຸດມື້ນີ້ ວ່າ ຜູ້ຕ້ອງສົງໄສ
ຄົນນຶ່ງ ທີ່ພົວພັນໃນການວາງລະເບີດ ໃສ່ຫໍ່ໄປສະນີ ທີ່ຮ້າຍແຮງ ຫຼາຍຄັ້ງຕິດຕໍ່ກັນນັ້ນ
ໄດ້ເສຍຊີວິດແລ້ວ ຫຼັງຈາກໄດ້ບີບຄະນວນລະເບີດ ຢູ່ໃນລົດຂອງຜູ້ກ່ຽວ ທີ່ຈອດຢູ່ແຄມ
ທາງຫຼວງ ໃຫ້ແຕກຂຶ້ນ ໃນຂະນະທີ່ພວກເຈົ້າໜ້າທີ່ ຍ່າງເຂົ້າໄປຫາລົດນັ້ນ.

ຜູ້ບັນຊາການຕຳຫຼວດໃນນະຄອນອອສຕິນ ທ່ານບຣາຍແອນ ແມນລີ (Brian Manley)
ໄດ້ກ່າວບອກບັນດານັກຂ່າວ ວ່າ ພວກເຈົ້າໜ້າທີ່ ໄດ້ມີຄວາມໝັ້ນໃຈໃນການລະບຸໂຕ
ຊາຍຜິວຂາວ ອາຍຸ 24 ປີ ໃນຕອນແລງວັນອັງຄານວານນີ້ ແລະໃນຕອນເຊົ້າຂອງວັນ
ພຸດມື້ນີ້ ແລະ ໄດ້ພົບເຫັນລົດຂອງຜູ້ກ່ຽວ ຢູ່ທີ່ໂຮງແຮມ ຕັ້ງຢູ່ທາງພາກເໜືອ ບໍ່ໄກຈາກ
ນະຄອນອອສຕິນ ກ່ອນທີ່ລາວຈະຂັບລົດອອກໄປ ແລະລຸນຫຼັງຈາກນັ້ນ ລາວກໍໄດ້ບີບ
ຄະນວນລະເບີດໃຫ້ແຕກຂຶ້ນ.

ພວກເຈົ້າໜ້າທີ່ພິທັກກົດໝາຍ ຕັ້ງພື້ນທີ່ດຳເນີນການສອບສວນ ຢູ່ໃກ້ກັບບໍລິເວນ ບ່ອນທີ່ຜູ້ຕ້ອງສົງໄສ ວາງລະເບີດ ຫຼາຍຄັ້ງຕິດຕໍ່ກັນ ຢູ່ນະຄອນອອສຕິນ ໄດ້ລະເບີດໂຕເອງຕາຍ ໃນຂະນະທີ່ບັນດາເຈົ້າໜ້າທີ່ ໃກ້ຈະເຂົ້າຈັບໂຕ, ວັນທີ 21 ມີນາ 2018,ໃນເມືອງ ຣາວດ໌ ຣອກ (Round Rock) ຂອງລັດ ເທັກຊັສ.

ທ່ານ ແມນລີ ໄດ້ກ່າວວ່າ ຄະນະສືບສວນສອບສວນ ທີ່ປະກອບດ້ວຍ ອົງການສັນຕິ
ບານກາງ FBI ແລະ ອົງການຄຸ້ມຄອງ ເຫຼົ້າ ຢາສູບ ປືນ ແລະລະເບີດ ເຊື່ອວ່າ ຊາຍຄົນ
ດັ່ງກ່າວ ເປັນຜູ້ຮັບຜິດຊອບ ໃນການວາງລະເບີດ 5 ຄັ້ງ ທີ່ໄດ້ແຕກຂຶ້ນ ໃນພື້ນທີ່ຂອງ
ນະຄອນອອສຕິນ ນັບຄືນຫຼັງ ຕັ້ງແຕ່ ວັນທີ 2 ມີນາ ເປັນຕົ້ນມາ. ເຫດລະເບີດເຫຼົ່ານັ້ນ
ໄດ້ສັງຫານ 2 ຄົນ ແລະເຮັດໃຫ້ອີກ 4 ຄົນບາດເຈັບ.

ທ່ານ ແມນລີ ໄດ້ກ່າວວ່າ “ອັນນັ້ນ ເປັນສິ່ງນຶ່ງ ທີ່ພວກເຮົາຍັງບໍ່ມີ ໃນເວລານີ້ ກໍແມ່ນ
ວ່າ ເຫດຜົນຈູງໃຈ ຢູ່ເບື້ອງຫຼັງເຫດການນີ້. ພວກເຮົາບໍ່ເຂົ້າໃຈເລີຍວ່າ ແມ່ນຫຍັງ
ຊຸກຍູ້ໃຫ້ລາວເຮັດ ໃນສິ່ງທີ່ໄດ້ກະທຳລົງໄປນັ້ນ.”

ທ່ານ ແມນລີ ກ່າວຕື່ມວ່າ ບັນດາເຈົ້າໜ້າທີ່ ບໍ່ຮູ້ວ່າ ຜູ້ຕ້ອງສົງໄສ ແມ່ນຈະໄປສົ່ງລະເບີດ
ອີກອັນນຶ່ງ ຫຼືບໍ່ ແລະ ວ່າ ພວກເພິ່ນ ແມ່ນຍັງບໍ່ທັນແນ່ໃຈວ່າ ລາວໄດ້ທຳການໂຈມຕີ
ພຽງຄົນດຽວ.

ເຈົ້າໜ້າທີ່ທ່ານນຶ່ງ ໄດ້ຮັບບາດເຈັບເລັກນ້ອຍ ຍ້ອນລະເບີດແຕກໃນຕອນເຊົ້າວັນພຸດ
ມື້ນີ້ ຢູ່ແຄມທາງຫຼວງສາຍນຶ່ງ ໃນເມືອງ ຣາວດ໌ ຣັອກ (Round Rock) ແລະເຈົ້າໜ້າທີ່
ອີກຄົນນຶ່ງ ໄດ້ຍິງປືນຂອງຜູ້ກ່ຽວ ຢູ່ໃນຈຸດເກີດເຫດນັ້ນ.

ພວກເຈົ້າໜ້າທີ່ຕຳຫຼວດຂອງລັດ ກຳລັງຊອມເບິ່ງ ຢູ່ປ້ອມກວດກາ ແຫ່ງນຶ່ງ ໃກ້ກັບຈຸດເກີດເຫດ ບ່ອນທີ່ພວກພະນັກງານພິທັກກົດໝາຍ ກຳລັງທຳການສືບສວນສອບສວນຢູ່ນັ້ນ ທີ່ພວກເຂົາເຈົ້າ ກ່າວວ່າ ມີສ່ວນພົວພັນ ກັບອຸປະກອນວັດຖຸລະເບີດ ຢູ່ໃນ ເຂດຮ່ອມທີ 9800 ຂອງເມືອງ Brodie Lane ໃນນະຄອນອອສຕິນ ຂອງລັດເທັກຊັສ, ວັນທີ 20 ມີນາ 2018.

ການໂຈມຕີຄັ້ງຫຼ້າສຸດ ໄດ້ເກີດຂຶ້ນເມື່ອຕອນເຊົ້າວັນອັງຄານວານນີ້ ໃນເວລາ ຫໍ່ລະເບີດ
ອັນນຶ່ງ ໄດ້ແຕກຂຶ້ນ ຢູ່ສະຖານທີ່ຂົນສົ່ງຂອງບໍລິສັດ Federal Express ຫຼື FedEx ຢູ່
ໃກ້ກັບນະຄອນ ແຊນ ແອນໂຕນີໂອ ຫ່າງຈາກນະຄອນອອສຕິນ ທາງກ້ຳຕາເວັນຕົກ
ສຽງໃຕ້ ປະມານ 100 ກິໂລແມັດ. ຄົນງານຜູ້ນຶ່ງ ໄດ້ຮັບບາດເຈັບເລັກນ້ອຍ.

ເຈົ້າໜ້າທີ່ຕຳຫຼວດ ຍັງໄດ້ຕອບຮັບຕໍ່ເຫດການໃນວັນອັງຄານວານນີ້ ຢູ່ທີ່ດ້ານນອກ ສະໜາມບິນນະຄອນອອສຕິນ ຂອງສຳນັກງານ ບໍລິສັດ FedEx ເພື່ອສືບສວນເບິ່ງຫໍ່
ເຄື່ອງອັນນຶ່ງ ແລະ ໄດ້ກຳນົດວ່າ ຫໍ່ເຄື່ອງທັງຫຼາຍນັ້ນ ບັນຈຸດ້ວຍລະເບີດ ແລະ ໄດ້
ເຊື່ອມໂຍງໄປຫາຫໍ່ເຄື່ອງອື່ນໆນຳດ້ວຍ.

ໃນການຖະແຫລງ ຢູ່ທີ່ທຳນຽບຂາວ ໃນວັນອັງຄານວານນີ້ ປະທານາທິບໍດີ ດໍໂນລ ທຣຳ
ໄດ້ເອີ້ນ ບຸກຄົນ ຫຼືພວກຄົນ ທີ່ຢູ່ເບື້ອງຫຼັງການໂຈມຕີນີ້ວ່າ “ເປັນຄົນບ້າແທ້ໆ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG