ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໕ ມີນາ ໒໐໒໖

ເຈົ້າໜ້າທີ່ ສຫລ ກ່າວວ່າ ລະເບີດ ລູກທີສີ່ ຢູ່ນະຄອນອອສຕິນ ຊັບຊ້ອນກວ່າເກົ່າ

ພວກເຈົ້າໜ້າທີ່ ຮວມທັງອົງການສັນຕິບານກາງ ຫຼື FBI ທີ່ ເຫັນຢູ່ ໃກ້ກັບເຮືອນ ບ່ອນທີ່ຖືກວາງລະເບີດ ໃນນະຄອນອອສຕິນ ລັດເທັກຊັສ.
ພວກເຈົ້າໜ້າທີ່ ຮວມທັງອົງການສັນຕິບານກາງ ຫຼື FBI ທີ່ ເຫັນຢູ່ ໃກ້ກັບເຮືອນ ບ່ອນທີ່ຖືກວາງລະເບີດ ໃນນະຄອນອອສຕິນ ລັດເທັກຊັສ.

ພວກ​ນັກ​ສືບສວນ​ສະຫະລັດ ກ່າວ​ວ່າ ລະ​ເບີດ​ທີ່​ໄດ້​ແຕກ​ຂຶ້ນໃນ​ວັນ​ແລງ​ວັນ​ອາທິດ​ທີ່​
ຜ່ານ​ມາຢູ່​ນະຄອນ​ອອສຕິນ ໃນລັດເທັກ​ຊັສ ​ໄດ້​ລະ​ເບີດ​ຂຶ້ນ ​ໂດຍ​ການ​ເຕະ​ສາຍຄະ
ນວນ ​ແລະ​ໄດ້ “​ມີຄວາມ​ຊັບຊ້ອນຫລາຍ​ຂຶ້ນ” ກວ່າ​ລະ​ເບີດ​ສາມ​ໜ່ວຍ​ທີ່​ໄດ້​ແຕກ​ຂຶ້ນ
​ໃນ​ຕົ້ນ​ເດືອນ​ນີ້.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຊາ​ຍສອງ​ຄົນ​ອາຍຸ​ລະຫວ່າງ​ 20 ປີ ​ໄດ້​ຮັບ​ບາດ​ເຈັບ​ຈາກ​ລະ
​ເບີດທີ່​ແຕກຂຶ້ນ​ເທື່ອ​ຫລ້າ​ສຸດ ເພື່ອສ້າງຄວາມ​ສັ່ນ​ສະ​ເທືອ​ນ ໃຫ້ແກ່ນະຄອນຫຼວງ ຂອງ
ລັດທີ່ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້ ​ຂອງ​ສະຫະລັດ. ຜູ້ບັນ ຊາການຕຳຫຼວດ ທີ່​ນະ
ຄອນ​ອອສຕິນ ທ່ານ​ບຣາຍອັນ ​ແມນ​ເລ ກ່າວ​ວ່າຜູ້​ເຄາະ​ຮ້າຍ​ທັງ​ສອງ​ຄົນ​ໄດ້​ “ຮັບ​ບາດ
​ເຈັບໜັກ​ພໍສົມຄວນ” ຈາກ​ເຫດຮ້າຍດັ່ງກ່າວ ​ແຕ່ ມີອາການທຸ່ນທ່ຽງ ຢູ່ທີ່​ໂຮງໝໍ​ທ້ອງ​ຖິ່ນ.

ທ່ານ​ກ່າວ​ວ່າ​ ບັນດາ​ນັກ​ສືບສວນ “​ໄດ້​ເຫັນ​ຄວາມ​ຄ້າຍຄື​ກັນ​ຂອງກົນ​ໄກ​ລະ​ເບີດທີ່ແຕກ
ຂຶ້ນຢູ່​ທີ່​ນີ້​ ໃນ​ຕອນ​ແລງ​ມື້​ຄືນ​ນີ້ ​ແລະ​ກົນ​ໄກ​ອື່ນໆ​ສາມອັນ ທີ່ໄດ້​ແຕກ​ຢູ່ ນະຄອນ​ອອສຕິນ ​ເລີ້ມມາແຕ່​ວັນ​ທີ 2 ​ເດືອນມີນາ.” ລະ​ເບີດ​ແຕກ​ໃນ​ຕອນ​ຕົ້ນ​ນັ້ນໄດ້ສັງຫານ​ສອງ​ຄົນ ​ແລະ
ມີ​ຄົນ​ອື່ນໆອີກໄດ້​ຮັບ​ບາດ​ເຈັບ​ສອງ​ຄົນ.

​ເຈົ້າໜ້າ​ທີ່ອົງການ​ສັນຕິ​ບານ​ກາງ ຫຼື FBI ທ່ານ​ຄຣິສໂຕ​ເຟີ ​ຄົມບ໌ ກ່າວ​ວ່າການ​ໃຊ້​ສາຍ
​ເຕະ ​ເພື່ອ​ໃຫ້​ລະ​ເບີດ​ແຕກ​ ທີ່​ເກີດ​ຂຶ້ນ​ເທື່ອ​ສຸດ​ທ້າຍ “​ໄດ້​ປ່ຽ​ນແປງທຸກ​ຢ່າງ. ມັນໄດ້ເພີ້​ມ
ຄວາມ​ຊັບຊ້ອນ. ມັນ​ບໍ່​ໄດ້​ແນ​ເປົ້າໝາຍ​ໃສ່​ບັນດາ​ສ່ວນ​ບຸກຄົນ. ພວກ​ເຮົາ​ມີ​ຄວາມ​ເປັນ
​ຫ່ວງ​ທີ່​ສຸດ​ຕໍ່​ການ​ເຕະ​ສາຍ ​ເດັກນ້ອຍ​ຄົນ​ນຶ່ງ​ອາດ​ສາມາດ​ຢ່າງໄປຕາມທາງ​ຍ່າງ ​ແລະ
ເຕະສິ່ງ​ໃດ​ສິ່ງ​ນຶ່ງ.” ລະ​ເບີດ​ແຕກ​ເທື່ອ​ກ່ອນ​ແມ່ນ​ຫໍ່​ລະ​ເບິດ ​ທີ່ປະ​ໄວ້​ຢູ່ປະຕູ​ເຂົ້າ​ເຮືອນ​
ຄົນ ​ແລະ​ໄດ້​ແຕກ​ຂຶ້ນໃນ​ເວລາ​ຜູ້​ເຄາະ​ຮ້າຍ​ໄດ້​ຍົກ​ຫໍ່​ຂຶ້ນ​.”

ທ່ານ​ຄົ​ມບ໌ ກ່າວ​ວ່າ ມັນ​ມີ “​ຄວາມ​ສຳຄັນ​ທີ່​ສຸດ’ ທີ່​ຊາວ​ນະຄອນ​ອອສຕິນພາກັນຢູຸ່ຫ່າ​ງ
​ໄກ​ຈາກທຸກ​ຢ່າງທີ່​ເຂົາ​ເຈົ້າ​ອາດ “​ພິຈາລະ​ນາ​ວ່າ​ສົງ​ໄສ.”

ພວກ​ເຈົ້໊າໜ້າ​ທີ່​ຍັງ​ສື​ບສວນ​ລະ​ເບີດ​ແຕກວ່າ ​ເປັນ​ໄປ​ໄດ້​ແມ່ນ​ການ​ກະທຳທີ່ເຕັມໄປ
ດ້ວຍຄວາມກຽດ​ຊັງ. ລະ​ເບີ​ດ​ແຕກ​ສາມ​ເທື່ອ​ທຳ​ອິດ ​ໄດ້​ສັງຫານ​ຜູ້​ຊາຍຊາ​ວ ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາສອງ​ຄົນ ​ແລະ​ເຮັດ​ໃຫ້​ແ​ມ່ຍິງ​ຮິສ​ແປ​ນິກອາຍຸ 75 ປີ ທີ່ກຳລັງ​ຕໍ່ສູ້​ກັບ
​ຊີວິດ​ຂອງ​ລາວຢູ່. ​ແຕ່​ວ່າບັນດາ​ຜູ້​ເຄາະ​ຮ້າຍ​ຫລ້າສຸດ​ແມ່ນ​ຄົນ ຜີວຂ​າວ.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ສະ​ເໜີ​ໃຫ້​ເງິນ​ລາງ​ວັນ 100,000 ພັນ​ໂດ​ລາ​ ແກ່ທຸກ​ຄົນ ທີ່​ສາມາດ
​ໃຫ້​ລາຍ​ລະ​ອຽດ​ແກ່​ບັນ​ດາອົງການປະຕິບັດກົດໝາຍ ທີ່​ນຳໄປ​ສູ່​ການ​ຈັບ​ກຸມ ​ແລະ​ຕັດ
ສິນ​ລົງ​ໂທ ດພວກ​ກະທຳ​ຜິດ ກ່ຽວກັບ​ການວາງ​ລະ​ເບີດນີ້.

ທ່ານ​ຄົມ​ບ໌ ກ່າວ​ວ່າ “ພວກ​ເຮົາ​ຕ້ອງການຢາກໃຫ້​ກະທຳ​ດັ່ງກ່າວ​ນີ້​ຢຸດ​ເຊົາ​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Texas Bombs
please wait

No media source currently available

0:00 0:01:19 0:00

XS
SM
MD
LG