ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປົກຄອງ ລັດເທັກຊັສ ປະຕິຍານ ທີ່ຈະພະຍາຍາມ ຮັບຜ່ານຮ່າງກົດໝາຍໃໝ່ ໃນການຈຳກັດການລົງຄະແນນສຽງ


ກຸ່ມຄັດຄ້ານ ຕໍ່ຮ່າງກົດໝາຍໃໝ່ວ່າດ້ວຍຜູ້ມີສິດລົງຄະແນນສຽງ ໄດ້ພາກັນໄປເຕົ້າໂຮມກັນຢູ່ດ້ານນອກ ຫໍສະພາຕ່ຳຂອງລັດ ຢູ່ທີ່ຕຶກລັດຖະສະພາ ຫຼື Capitol ໃນນະຄອນອອສຕິນ ຂອງລັດເທັກຊັສ, ວັນທີ 6 ພຶດສະພາ 2021.
ກຸ່ມຄັດຄ້ານ ຕໍ່ຮ່າງກົດໝາຍໃໝ່ວ່າດ້ວຍຜູ້ມີສິດລົງຄະແນນສຽງ ໄດ້ພາກັນໄປເຕົ້າໂຮມກັນຢູ່ດ້ານນອກ ຫໍສະພາຕ່ຳຂອງລັດ ຢູ່ທີ່ຕຶກລັດຖະສະພາ ຫຼື Capitol ໃນນະຄອນອອສຕິນ ຂອງລັດເທັກຊັສ, ວັນທີ 6 ພຶດສະພາ 2021.

ຜູ້ປົກຄອງລັດເທັກຊັສ ທ່ານເກຣັກ ອັບບັອດຕ໌ ສັງກັດພັກຣີພັບບລີກັນ ປະຕິ ຍານວ່າ ຈະກົດດັນບັນດາສະມາຊິກສະພາຂອງລັດໃຫ້ລົງຄະແນນສຽງສະໜັບສະໜຸນມາດຕະການທີ່ຈະວາງຂໍ້ຈຳກັດໃໝ່ຕ່າງໆໃສ່ບັດເລືອກຕັ້ງ ໃນທ້າຍປີນີ້ ຫຼັງຈາກບັນດາສະມາຊິກພັກເດໂມແຄຣັດ ໄດ້ພາກັນຍ່າງອອກຈາກກອງປະຊຸມສະພາ ໃນແລງວັນອາທິດຜ່ານມາ ເພື່ອບໍ່ໃຫ້ມາດຕະການດັ່ງກ່າວນັ້ນ ຜ່ານສະພາຂອງລັດ.

ທ່ານອັບບັອດຕ໌ ໄດ້ກ່າວວ່າ ທ່ານຈະເພີ້ມຮ່າງກົດໝາຍ ຕໍ່ກອງປະຊຸມສະພາວາລະພິເສດ ເຊິ່ງທ່ານວາງແຜນທີ່ຈະຮຽກຮ້ອງໃຫ້ປ່ຽນເຂດແດນທາງພູມສາດສຳລັບເຂດເລືອກຕັ້ງສະມາຊິກສະພາແຫ່ງຕ່າງໆ.

ທ່ານໄດ້ກ່າວໃນທວິດເຕີ້ ວ່າ “ຄາດຫວັງກັນວ່າ ບັນດາສະມາຊິກສະພາຈະແກ້ໄຂລາຍລະອຽດຕ່າງໆກ່ຽວກັບສິດໃນການລົງຄະແນນສຽງ ເມື່ອພວກເຂົາເຈົ້າເດີນທາງມາຮອດຫໍລັດຖະສະພາສຳລັບກອງປະຊຸມພິເສດ.”

ແຕ່ບັນດາສະມາຊິກສະພາຈາກພັກເດໂມແຄຣັດ ດ້ວຍການພາກັນຍ່າງອອກຈາກກອງປະຊຸມ ບໍ່ດົນກ່ອນທີ່ກອງປະຊຸມໃກ້ຈະປິດລົງນັ້ນ ເຊິ່ງໄດ້ປ່ອຍໃຫ້ບັນດາສະມາຊິກຈາກພັກຣີພັບບລີກັນທັງຫຼາຍທີ່ຍັງເຫຼືອຢູ່ໃນສະພາຕ່ຳຂອງລັດ ປາດສະຈາກນິຕິກຳຂອງຂໍ້ຈຳກັດໃໝ່ ໃນການລົງຄະແນນສຽງທີ່ຈະຮັບຜ່ານໃນທັນທີ.

ບັນດາສະມາຊິກຈາກພັກເດໂມແຄຣັດ ໄດ້ໂຕ້ຖຽງວ່າ ມາດຕະການດັ່ງກ່າວ ຈະຈຳກັດການລົງຄະແນນສຽງຂອງພວກຄົນຜິວດຳ ແລະພວກຄົນທີ່ປາກເວົ້າພາສາສະເປນ ຫຼືທີ່ເອີ້ນກັນວ່າ ຮິສແປນິກ (Hispanic) ອັນເປັນຜົນທີ່ຈະຫລຸດຜ່ອນຈຳນວນຂອງຄະແນນສຽງຜູ້ແທນ ເພື່ອເຮັດໃຫ້ອິດທິພົນຂອງພວກເຂົາເຈົ້າຫລຸດລົງໃນການເລືອກຕັ້ງໃນອະນາຄົດ ແລະຈະຊ່ອຍບັນດາສະມາຊິກຈາກພັກຣີພັບບລີກັນ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເມື່ອທ້າຍສັບປະດາແລ້ວນີ້ ໄດ້ເອີ້ນການບັນຍັດກົດໝາຍຂອງລັດແທັກຊັສວ່າ “ບໍ່ຖືກຕ້ອງ ແລະບໍ່ແມ່ນແບບ ຢ່າງຂອງອາເມຣິກາ” ແລະພັກເດໂມແຄຣັດໄດ້ປະຕິຍານວ່າ ຖ້າຮ່າງກົດໝາຍຮັບຜ່ານໄດ້ ກໍຈະຖືກທ້າທາຍຂຶ້ນສານໃນທັນທີ.

ຂໍ້ສະເໜີຂອງລັດເທັກຊັສ ທີ່ຈະວາງຂໍ້ຈຳກັດໃໝ່ ກ່ຽວກັບການປ່ອນບັດເລືອກຕັ້ງໂດຍຜ່ານທາງໄປສະນີ ເຊິ່ງເຮັດໃຫ້ມັນຜິດກົດໝາຍສຳລັບບັນດາເຈົ້າໜ້າທີ່ເລືອກຕັ້ງ ທີ່ສົ່ງເອກະສານຟອມຂໍບັດເລືອກຕັ້ງທາງໄປສະນີ ອອກໄປໂດຍບໍ່ໄດ້ມີການຮ້ອງຂໍ. ມັນຈະເຮັດໃຫ້ພວກຜູ້ເບິ່ງແຍງການລົງຄະແນນສຽງຢູ່ໜ່ວຍເລືອກຕັ້ງຈາກຝ່າຍດຽວ ມີອິດທິພົນຫຼາຍຂຶ້ນ ແລະຫ້າມການປະບັດແບບ ເຊັ່ນພວກຕູ້ປ່ອນບັດທັງຫຼາຍ ແລະການປ່ອນບັດລົງຄະແນນສຽງແບບຂັບລົດຜ່ານ ທີ່ໄດ້ເຮັດໃຫ້ເຂດເມືອງແຮຣິສ ທີ່ນິຍົມພັກເດໂມແຄຣັດຢ່າງຫຼວງຫຼາຍເມື່ອປີກາຍນີ້ ໄດ້ເປັນເລື້ອງສ້າງຄວາມແຕກແຍກກັນ ເຊິ່ງໄດ້ກວມເອົານະຄອນຮີວສຕັນນຳດ້ວຍ ທີ່ເປັນເມືອງທີ່ມີຄົນອາໄສຢູ່ຢ່າງໜາແໜ້ນທີ່ສຸດ ອັນດັບທີສີ່ຂອງສະຫະລັດ.

ມັນຈະຫ້າມບໍ່ໃຫ້ມີການປ່ອນບັດລົງຄະແນນສຽງ ກ່ອນກຳນົດເວລາໃນຕອນເຊົ້າ ຂອງວັນອາທິດ ເຊິ່ງເປັນໄປໄດ້ສູງ ທີ່ຈະຫລຸດຜ່ອນ ອັນທີ່ເອີ້ນວ່າ “Souls to the Polls” ທີ່ເປັນໂຄງການນໍາເອົາຄົນອອກໄປໃຊ້ສິດອອກສຽງ ໂດຍແນໃສ່ພວກຄົນຜິວດຳ ທີ່ໄປໂບດທັງຫຼາຍ.

ສະບັບສຸດທ້າຍຂອງຮ່າງກົດໝາຍ ລວມມີຄຳເວົ້າໃໝ່ ທີ່ບໍ່ຕ້ອງມີຫຼັກຖານອີກຕໍ່ໄປທີ່ວ່າ ການສໍ້ໂກງແທ້ຈິງແລ້ວ ໄດ້ປ່ຽນແປງຜົນທີ່ອອກມາຂອງການແຂ່ງຂັນ ແຕ່ແທນທີ່ຈະວ່າ ພຽງແຕ່ໃຫ້ມີບັດທີ່ປ່ອນໄປໂດຍຜິດກົດໝາຍພຽງພໍເທົ່ານັ້ນ ອາດເຮັດໃຫ້ມີການປ່ຽນແປງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG