ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ປົກ​ຄອງ​ລັດ ເທັກ​ຊັ​ສ ເວົ້າ​ວ່າ ມື​ປືນ​ໄດ້​ເຕືອນ​ວ່າ ລາວ​ກຳ​ລັງ​ຈະ​ໄປ​ໂຈມ​ຕີ​ໂຮງ​ຮຽນ​ປະ​ຖົມ


ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ ເພື່ອ​ໄວ​ອາ​ໄລ​ຢູ່​ໂບດ​ກາ​ໂຕ​ລິກ ຫົວ​ໃຈ​ສັກ​ສິດ ນຶ່ງວັນຫຼັງ​ຈາກ​ມື​ປືນ ​ໄດ້​ສັງ​ຫານ​ເດັກ​ນ້ອຍ 19 ຄົນ ແລະ ນາຍ​ຄູ​ສອງ​ຄົນ​ ຢູ່​ໂຮງ​ຮຽນ​ປະ​ຖົມ ຣອບ (Robb), ເມືອງ ຢູວ​າ​ລ​ເດ, ລັດ​ເທັກ​ຊັ​ສ, 25 ພຶດ​ສະ​ພາ, 2022.
ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ ເພື່ອ​ໄວ​ອາ​ໄລ​ຢູ່​ໂບດ​ກາ​ໂຕ​ລິກ ຫົວ​ໃຈ​ສັກ​ສິດ ນຶ່ງວັນຫຼັງ​ຈາກ​ມື​ປືນ ​ໄດ້​ສັງ​ຫານ​ເດັກ​ນ້ອຍ 19 ຄົນ ແລະ ນາຍ​ຄູ​ສອງ​ຄົນ​ ຢູ່​ໂຮງ​ຮຽນ​ປະ​ຖົມ ຣອບ (Robb), ເມືອງ ຢູວ​າ​ລ​ເດ, ລັດ​ເທັກ​ຊັ​ສ, 25 ພຶດ​ສະ​ພາ, 2022.

ມື​ປືນ​ໄວ​ລຸ້ນ ສະ​ຫະ​ລັດ ຜູ້​ທີ່​ໄດ້​ສັງ​ຫານ​ເດັກ​ນ້ອຍ​ຢ່າງ​ໜ້ອຍ 19 ຄົນ ແລະ ຜູ້​ໃຫຍ່​ສອງ​ຄົນ​ໄດ້​ເຕືອນ​ໃນ​ຂໍ້​ຄວາມ​ສ່ວ​ນ​ຕົວ​ໃນ​ສື່​ສັງ​ຄົມກ່ອນ​ເວ​ລາ​ທີ່​ລາວ​ໃກ້​ຈະ​ດຳ​ເກີນ​ການ​ຍິງ​ຢູ່​ໂຮງ​ຮຽນ​ປະ​ຖົມ​, ຜູ້​ປົກ​ຄອງ​ລັດ​ເທັກ​ຊັ​ສ ທ່ານ ເກ​ຣັກ ແອບ​ບັອດ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້.

ທ່ານ​ ແອບ​ບັອດ ໄດ້​ອະ​ທິ​ບາຍ​ທ້າວ ຊາ​ລ​ວາ​ດໍ ຣາມອ​ສ ວ່າ​ເປັນ​ຜູ້​ຊາຍ​ອາ​ຍຸ 18 ປີ​ທີ່​ໄດ້​ອອກ​ຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ. ທ່ານ​ຜູ້​ປົກ​ຄອງ​ລັດ​ໄດ້​ຖິ້​ມ​ໂທດ​ໃສ່​ບັນ​ຫາ​ສຸ​ຂະ​ພາບ​ຈິດ​ສຳ​ລັບ​ການ​ໂຈມ​ຕີ​ຂອງ​ທ້າວ ຣາມອ​ສ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ຢູ່​ໂຮງ​ຮຽນ​ປະ​ຖົມ ຣອບ (Robb) ຕັ້ງ​ຢູ່​ເມືອງ​ນ້ອຍໆ​ຊື່​ວ່າ ຢູ​ວາ​ລ​ເດ, ລັດ ເທັກ​ຊັ​ສ, ເຊິ່ງ​ໄດ້​ສິ້ນ​ສຸດ​ລົງ​ເວ​ລາ​ທີ່​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ເຂດ​ຊາຍ​ແດນ ສະ​ຫະ​ລັດ ໄດ້​ຍິງ​ທ້າວ ຣາມອ​ສ ຕາຍ.

ແຕ່​ທ່ານ ແອບ​ບັອດ ໄດ້​ກ່າວ​ວ່າ​ບັນ​ດາ​ເຈົ້າ​ໜ້າ​ທີ່ບໍ່​ໄດ້​ຄົ້ນ​ພົບ​ການ​ປິ່ນ​ປົວ​ບັນ​ຫາ​ສຸ​ຂະ​ພາບ​ຈິດ​ ທີ່​ຖືກ​ລົງ​ທະ​ບຽນ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ ທ້າວ ຣາມ​ອ​ສ, ແນວ​ໃດ​ກໍ່​ຕາມ​ສື່ມວ​ນ​ຊົນ​ໄດ້​ລາຍ​ງານວ່າ​ບາງ​ຄັ້ງ ທ້າວ ຣາ​ມອ​ສ ໄດ້​ຍິງ​ປືນລົມ​ໃສ່​ຄົນ​ຢູ່​ຕາມ​ຖະ​ໜົນ​ຂອງ​ເມືອງ ຢູ​ວາ​ລ​ເດ ແລະ ໄດ້​ແກວ່ງ​ໄຂ່​ໃສ່​ລົດ. ຜູ້​ທີ່​ຄຸ້ນ​ເຄີຍ​ກັບ​ລາວ​ເວົ້າ​ວ່າ ລາວ​ໃຈ​ຮ້າຍ​ເພາະ​ວ່າ​ລາວບໍ່​ໄດ້​ສຳ​ເລັດ​ການ​ຮຽນຫຼາຍ​ພໍ​ເພື່ອ​ຈົບ​ການ​ສຶກ​ສາ​ໃນ​ອາ​ທິດນີ້​ກັບ​ເພື່ອນ​ຮ່ວມ​ຫ້ອງ​ຂອງ​ລາວ.

ທ່ານ ແອບ​ບັອດ ໄດ້​ກ່າວ​ວ່າ 30 ນາ​ທີ​ກ່ອນ​ທີ່​ທ້າວ ຣາມອ​ສ ໄດ້​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ຮຽນ, ລາວ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ເຟ​ສ​ບຸກວ່າ, “ຂ້ອຍ​ຊິ​ຍິງ​ແມ່​ເຖົ້າ​ຂອງ​ຂ້ອຍ,” ກັບ​ຜູ້​ທີ່​ລາວ​ອາ​ໄສ​ຢູ່​ນຳ, ແລະ​ໄດ້​ໄປ​ຍິງ​ປືນ​ໃສ່​ໜ້າ​ຂອງ​ລາວ. ແມ່​ຍິງ​ຄົນ​ດັ່ງ​ກ່າວ, ຊື່​ວ່າ ຊີ​ເລຍ ມາ​ຕີ​ເນ​ສ, ອາ​ຍຸ 66 ປີ, ຜູ້​ທີ່ລອດ​ຊີ​ວິດ​ຈາກ​ການ​ໂຈມ​ຕີ​ນັ້ນ, ​ຖືກ​ສົ່ງ​ເຂົ້າ​ໂຮງ​ໝໍ, ແລະ ມີ​ລາຍ​ງານ​ວ່າອາ​ການ​ສາ​ຫັດ.

ໃນ​ເວ​ລາ​ຕໍ່​ມາ, ລາວ​ໄດ້​ຂຽນ​ອີກ​ຂໍ້​ຄວາມ​ນຶ່ງວ່າ, “ຂ້ອຍ​ໄດ້​ຍິງ​ແມ່​ເຖົ້າ​ຂອງ​ຂ້ອຍ.”

ຫຼັງ​ຈາກ​ນັ້ນ, ໃນ​ຂໍ້​ຄວາມ​ທີ​ສາມ, ທ້າວ ຣາມອ​ສ ໄດ້​ເຕືອນ​ວ່າ “ຂ້ອຍ​ຈະ​ໄປ​ຍິງ​ໂຮງ​ຮຽນ​ປະ​ຖົມ,” ອີງ​ຕາມ​ກາ​ນ​ກ່າວ​ຂອງ​ທ່ານ ແອບ​ບັອດ.

ທ່ານ ແອນ​ດີ ສ​ໂຕນ, ໂຄ​ສົກ​ສຳ​ລັບ​ບໍ​ລິ​ສັດ ເມ​ຕາ ເຊິ່ງ​ແມ່ນ​ບໍ​ລິ​ສັດ​ແມ່​ຂອງ ເຟ​ສ​ບຸກ ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ຂໍ້​ຄວາມ​ທີ່​ວ່າ​ນັ້ນ​ໄດ້​ຖືກ​ສົ່ງ​ໃຫ້​ຄົນ​ນຶ່ງ ແຕ່ບໍ່​ໄດ້​ຖືກ​ເປີດ​ເຜີຍວ່າ​ມື​ປືນ​ໄດ້​ໃຊ້​ເວັບ​ໄຊ້​ໃດ​ຂອງ​ບໍ​ລິ​ສັດ ເມ​ຕາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG