ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປົກຄອງລັດ ເທັກຊັສ ລົງນາມໃນກົດໝາຍຫ້າມ ເມືອງລີ້ໄພ ສຳລັບຄົນເຂົ້າເມືອງ ຜິດກົດໝາຍ


ຜູ້ປົກຄອງລັດ ເທັກຊັສ, ທ່ານ Greg Abbott.
ຜູ້ປົກຄອງລັດ ເທັກຊັສ, ທ່ານ Greg Abbott.

ຜູ້ປົກຄອງລັດ ເທັກຊັສ ທາງພາກໃຕ້ຂອງ ສຫຣ ໄດ້ລົງນາມໃນກົດໝາຍສະບັບໜຶ່ງທີ່ ຫ້າມອັນທີ່ເອີ້ນວ່າ ເມືອງທີ່ເປັນບ່ອນຫຼົບລີ້ໄພຂອງພວກຄົນເຂົ້າເມືອງຜິດກົດໝາຍ ແລະ ທັງຂູ່ວ່າຈະຖືກປັບໄໝ ແລະ ລົງໂທດທາງອາຍາສຳລັບກົມຕຳຫຼວດ ແລະ ເຈົ້າໜ້າທີ່ຄົນ
ໃດທີ່ປະຕິເສດບໍ່ປະຕິບັດຕາມຄຳສັ່ງຈາກເຈົ້າໜ້າທີ່ກວດກາຄົນເຂົ້າເມືອງຂອງລັດຖະ
ບານກາງ.

ຜູ້ປົກຄອງລັດ ທ່ານ Greg Abbott ກ່າວວ່າ “ລັດ ເທັກຊັສ ໃຫ້ການສະໜັບສະໜູນຄົນ
ເຂົ້າເມືອງທີ່ຖືກຕ້ອງຕາມກົດໝາຍຢ່າງເຕັມທີ່ ເຊິ່ງມັນໄດ້ເປັນສ່ວນໜຶ່ງຂອງລັດຂອງ
ພວກເຮົາມາຕັ້ງແຕ່ທຳອິດແລ້ວ. ແຕ່ສຳລັບພວກຄົນເຂົ້າເມືອງທີ່ຖືກກົດໝາຍນັ້ນ ແມ່ນແຕກຕ່າງຈາກ ການປົກປ້ອງຄົນຜູ້ທີ່ໄດ້ກໍ່ອາຊະຍາກຳທີ່ເປັນອັນຕະລາຍ.”

ທ່ານໄດ້ກ່າວເພີ່ມເຕີມວ່າ ອົງການຕຳຫຼວດຕ່າງໆ “ບໍ່ສາມາດທີ່ຈະຊີ້ເອົາ ຫຼື ເລືອກເອົາ ວ່າກົດໝົດຂໍ້ໃດທີ່ພວກເຂົາເຈົ້າຈະປະຕິບັດຕາມໄດ້”

ສະພານິຕິບັນຍັດລັດ ເທັກຊັສ ທີ່ນຳໜ້າໂດຍພັກຣີພັບບລີກັນ ໄດ້ຮັບຮອງເອົາກົດໝາຍ ດັ່ງກ່າວໃນສັບປະດາທີ່ຜ່ານມາ ຕໍ່ການຄັດຄ້ານຂອງພັກເດໂມແຄຣັດ, ກຸ່ມສິດທິພົນລະ
ເຮືອນ ແລະ ອົງການໜຶ່ງຂອງຕຳຫຼວດທີ່ເປັນຕົວແທນໃຫ້ເມືອງທີ່ໃຫຍ່ທີ່ສຸດຂອງລັດ. ມັນມີກຳນົດທີ່ຈະມີຜົນບັງຄັບໃຊ້ໃນວັນທີ 1 ກັນຍາປີນີ້.

ມາດຕະການດັ່ງກ່າວ ອະນຸຍາດໃຫ້ຕຳຫຼວດຖາມປະຊາຊົນ ກ່ຽວກັບ ສະຖານະພາບຄົນ
ເຂົ້າເມືອງຂອງພວກເຂົາເຈົ້າ ຖ້າຖືກຄວບຄຸມຕົວຢ່າງຖືກຕ້ອງຕາມກົດໝາຍ. ນອກນັ້ນ ມັນຍັງບັງຄັບໃຫ້ຫົວໜ້າຕຳຫຼວດ ແລະ ຕຳຫຼວດເມືອງໃນລັດ ເທັກຊັສ ຖືເປັນເລື່ອງສຳ
ຄັນ ຄຳຮ້ອງຂໍຂອງຜູ້ຖືກຄວບຄຸມຕົວ ເຊິ່ງເຮັດຂຶ້ນມາ ໂດຍອົງການກວດຄົນເຂົ້າເມືອງ. ບັນດາເຈົ້າໜ້າທີ່ຜູ້ທີ່ບໍ່ປະຕິບັດຕາມນັ້ນ ອາດປະເຊີນໜ້າກັບການຕັ້ງຂໍ້ຫາການກະທຳ
ຜິດ ຫຼື ຖືກໄລ່ອອກຈາກໜ້າທີ່ໄດ້. ນອກນັ້ນອີກ ກົມຕຳຫຼວດຍັງຈະປະເຊີນໜ້າກັບການ ຖືກປັບໄໝເຖິງ 25,000 ໂດລາຕໍ່ມື້.

ພວກຄັດຄ້ານກ່າວວ່າ ກົດໝາຍດັ່ງກ່າວ ຈະເປັນການສ່ຽງສຳລັບຄົນທີ່ປາກເວົ້າພາສາ
ສເປນ ຍ້ອນຜິວພັນໜ້າຕາຂອງພວກເຂົາເຈົ້າ, ແລະ ວ່າມັນຈະມີຄວາມສ່ຽງຍິ່ງຂຶ້ນ ສຳ
ລັບຜູ້ເຄາະຮ້າຍທີ່ບໍ່ໄດ້ລາຍງານການກໍ່ອາຊະຍາກຳ ຍ້ອນຄວາມຢ້ານກົວວ່າພວກເຂົາ
ແລະ ສະມາຊິກຄອບຄົວອາດຖືກສອບຖາມ ກ່ຽວກັບ ສະຖານະພາບຄົນເຂົ້າເມືອງຂອງ
ພວກເຂົາເຈົ້າ.

ທ່ານ David Pughes ຫົວໜ້າຕຳຫຼວດຊົ່ວຄາວ ສຳລັບນະຄອນ Dallas ແລະ ທ່ານ
Art Acevedo ຫົວໜ້າຕຳຫຼວດສຳລັບເມືອງ Houston ໄດ້ຂຽນບົດບັນນາທິການຮ່ວມ
ລົງໃນໜັງສືພິມ Dallas Morning News ວ່າ ມາດຕະການດັ່ງກ່າວໄດ້ຂະຫຍາຍຂໍ້
ຈຳກັດແຫຼ່ງຊັບພະຍາກອນທີ່ມີຢູ່ແລ້ວຂອງຕຳຫຼວດ ແລະ ໄດ້ກາຍ ເປັນການ “ສົ່ງເສີມ
ການເມືອງ”
ແທນທີ່ຈະເປັນການປະຕິຮູບການກວດກາຄົນເຂົ້າເມືອງທີ່ມີປະສິດທິຜົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG