ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປົກ​ຄອ​ງ​ລັດ ເທັກ​ຊັ​ສ ສົ່ງ​ລົດ​ບັ​ສ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຄັນ​ທຳ​ອິດ​ໄປ​ນະ​ຄອນຫຼວງ ວໍ​ຊິງ​ຕັນ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ສະ​ຖານ​ທີ່​ພັກ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໃນ​ເມືອງ​ ແມັກ​ອາ​ລ​ເລັນ, ລັດ ເທັກ​ຊັ​ສ. 12 ພຶດ​ສະ​ພາ, 2021.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ສະ​ຖານ​ທີ່​ພັກ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໃນ​ເມືອງ​ ແມັກ​ອາ​ລ​ເລັນ, ລັດ ເທັກ​ຊັ​ສ. 12 ພຶດ​ສະ​ພາ, 2021.

ຜູ້ຍົກຍ້າຍຖິ່ນຖານຈາກປະເທດ ນິກາຣາກົວ, ເວເນຊູເອລາ ແລະ ຄິວບາ ໄດ້ເດີນທາງຮອດນະຄອນຫຼວງວໍຊິງຕັນໃນວັນພຸດວານນີ້ ຫຼັງຈາກຜູ້ປົກຄອງລັດ ເທັກຊັສ, ທ່ານເກຣັກ ແອບບັອດ, ສັງກັດພັກຣີພັບບລີກັນ, ໄດ້ສັນຍາທີ່ຈະສົ່ງເຂົາເຈົ້າໄປນະຄອນຫຼວງຂອງປະເທດຫຼັງຈາກທີ່ເຂົາເຈົ້າໄດ້ຜ່ານກາານກວດກາຄົນເຂົ້າເມືອງຂອງລັດຖະບານກາງຢູ່ເຂດຊາຍແດນ.

ຫ້ອງການຂອງທ່ານໄດ້ກ່າວວ່ານີ້້ແມ່ນ “ສ່ວນນຶ່ງຂອງທ່ານຕອບໂຕ້ຂອງຜູ້ປົກ ຄອງລັດ ທ່ານແອບບັອດ ຕໍ່ການຕັດສິນໃຈຂອງລັດຖະບານທ່ານໄບເດັນເພື່ອສິ້ນສຸດການຂັບໄລ່ຫົວຂໍ້ທີ 42,” ເຊິ່ງອ້າງເຖິງຄຳສັ່ງພາວະສຸກເສີນດ້ານສາທາລະນະສຸກຍຸກໂຣກລະບາດ ທີ່ໄດ້ອະນຸຍາດໃຫ້ບັນດາເຈົ້າໜ້າທີ່ຄົນເຂົ້າເມືອງຂັບໄລ່ພວກຜູ້ຍົກຍ້າຍຖິ່ນຖານຢູ່ເຂດຊາຍແດນ, ແມ່ນກະທັ້ງຜູ້ທີ່ພະຍາຍາມຂໍການລີ້ໄພ.

ລົດບັສໄດ້ເດີນທາງອອກຈາກເມືອງ ແດລ ຣີໂອ (Del Rio), ລັດເທັກຊັສ,​ ໃນວັນອັງຄານວານນີ້ ແລະ ຄາດວ່າຈະໄປສົ່ງຜູ້ຍົກຍ້າຍຖິ່ນຖານປະມານ 35 ຄົນຢູ່ຫໍລັດຖະສະພາສະຫະລັດ. ອີງຕາມການລາຍງານຕ່າງໆ, ລົດບັສຄັນທຳອິດໄດ້ເດີນທາງຮອດພຽງສອງສາມຊ່ວງຕຶກຫ່າງອອກໄປ.

ຜູ້ປົກຄອງລັດຄົນດັ່ງກ່າວໄດ້ບອກບັນດານັກຂ່າວ ໃນລະຫວ່າງກອງປະຊຸມຖະ ແຫຼງຂ່າວວ່າ “ດ້ວຍການສົ່ງຜູ້ຍົກຍ້າຍຖິ່ນຖານໃນລົດບັສໄປນະຄອນຫຼວງວໍຊິງຕັນນັ້ນ, ລັດຖະບານທ່ານໄບເດັນຈະສາມາດທີ່ຈະບັນລຸຄວາມຕ້ອງການຂອງຄົນຜູ້ທີ່ເຂົາເຈົ້າໄດ້ອະນຸຍາດໃຫ້ຂ້າມຊາຍແດນມາໃນທັນທີຫຼາຍຂຶ້ນ. ລັດເທັກຊັສບໍ່ຄວນແບກຮັບພາລະຂອງຄວາມລົ້ມແຫຼວຂອງລັດຖະບານທ່ານໄບເດັນ ເພື່ອຮັກສາຄວາມປອດໄພເຂດຊາຍແດນຂອງພວກເຮົາ.”

ຫຼັງຈາກການປະກາດດັ່ງກ່າວ, ຫ້ອງການຂອງຜູ້ປົກຄອງລັດ ໄດ້ໃຫ້ຄວາມກະ ຈ່າງແຈ້ງຕໍ່ບັນດານັກຂ່າວວ່າໂຄງການທີ່ວ່ານັ້ນແມ່ນການອາສາສະໝັກຢ່າງສິ້ນເຊີງ ແລະ ຜູ້ຍົກຍ້າຍຖິ່ນຖານໄດ້ເດີນທາງໄປ ວໍຊິງຕັນ ຫຼັງຈາກອົງກການພາສີ ແລະ ການປົກປ້ອງເຂດຊາຍແດນ ສະຫະລັດ ໄດ້ດຳເນີນການກວດກາເຂົາເຈົ້າຢ່າງຖືກຕ້ອງຕາມກົດໝາຍຢູ່ເຂດຊາຍແດນລະຫວ່າງ ສະຫະລັດ ກັບ ເມັກຊິໂກແລ້ວ.

ອີງຕາມລາຍງານຕ່າງໆຂອງສື່ມວນຊົນ, ຜູ້ຍົກຍ້າຍຖິ່ນຖານບາງຄົນໄດ້ມີແຜນ ທີ່ຈະເດີນທາງໄປເມືອງອື່ນໆຂອງ ສະຫະລັດ. ແຕ່ບໍ່ວ່າຈຸດໝາຍປາຍທາງສຸດທ້າຍຂອງເຂົາເຈົ້າຈະຢູ່ໃສນັ້ນ, ເຂົາເຈົ້າມີພັນທະທີ່ຈະລາຍງານຕໍ່ຫ້ອງການຄົນເຂົ້າເມືອງ ແລະ ການບັງຄັບເກັບພາສີເພື່ອສືບຕໍ່ຂະບວນການຄົນເຂົ້າເມືອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG