ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປົກຄອງ ລັດເທັກຊັສ ຖືກຟ້ອງ ໃນຂໍ້ຫາ ໃຊ້ອຳນາດ ໄປໃນທາງຜິດ


ຜູ້ປົກຄອງລັດ ເທັກຊັສ ທ່ານ Rick Perry
ຜູ້ປົກຄອງລັດ ເທັກຊັສ ທ່ານ Rick Perry

ຜູ້ປົກ​ຄອງ​ລັດເທັກຊັສ ​ໄດ້​ຖືກຟ້ອງຮ້ອງ ​ໃນ​ຖານ​ໃຊ້​ອຳນາດ
​ຫ້ອງການ​ຂອງ​ທ່ານ ໄປໃນທາງທີ່ບໍ່ຖືກຕ້ອງ ໂດ​ຍການ​ຂົ່ມຂູ່​
ທີ່ໃຊ້ຈະສິດ​ຢັບຢັ້ງໃນການອະນຸມັດເງິນໃຫ້ແກ່ພະແນກການ
ຕໍ່ຕ້ານການ​ສໍ້​ລາດ​ບັງ​ຫລວງ ​ພາຍ​ໃຕ້​ການ​ຄວບ​ຄຸ​ມ ຂອງ​ໄອ
ຍະ​ການ​ປະຈຳ​ເຂດຄົນນຶ່ງ ທີ່​ຜູ້​ປົກຄອງ​ລັດ​ ຕ້ອງ​ການ​ບັງ​ຄັບ
​ໃຫ້​ໃຫ້​ລາ​ອອກນັ້ນ.

ໃນ​ວັນ​ສຸກ​ມື້ວານ​ນີ້​ ຄະນະ​ຕຸລາການ ​ໃນນະຄອນ Austin
​ເມືອງ​ຫລວງຂອງ​ລັດເທັກຊັສໄດ້​ກ່າວ​ຫາ ທ່ານ Perry ​ໃນ
ຄວາມຜິດ​ສອງ​ກະ​ໂທ​ງຄື ​ໃຊ້​ອຳນາດ​ທາງລາດຊະການໄປ
ໃນທາງຜິດ ແລະ​ບີບ​ບັງຄັບ​ເຈົ້າ​ໜ້າ​ທີ່​ຂອງຫຼວງ.

ປີ​ກາຍ​ນີ້ ຜູ້​ປົກຄອງ​ລັດ Rick Perry ​ໄດ້​ຂົ່ມຂູ່​ທີ່ຈະ​ໃຊ້​ສິດຢັບຢັ້ງ ຕໍ່ການໃຫ້ ທຶນ 7 ລ້ານ
5 ​ແສນ​ໂດ​ລາ​ ແກ່​ພະແນກການຕໍ່ຕ້ານການສໍ້ລາດບັງຫຼວງ ປະຈຳຫ້ອງການໄອຍະການ
ໃນເຂດເມືອງ Travis ນອກຈາກວ່າ​ໄອ​ຍະ​ການ​ເມືອງ Rosemary Lehmberg ​ລາ
ອອກ​ຈາກ​ຕຳ​ແໜ່​ງ ຫຼັງ​ຈາກ​ໄດ້​ຖືກ​ຈັບ​ຍ້ອນ​ການ​ຂັບ​ລົດ​ທີ່ຍັງ​ເມົາຢູ່. ທ່ານ​ນາງ
Lehmberg ເປັນສະມາຊິກ​ພັກ​ເດໂມ​ແຄຣັດ ທີ່ ມີອິດທິພົນ ​ໃນ​ຂະນະ​ທີ່ທ່ານ Perry
ສັງກັດ​ພັກ​ເຣພັບ​ບລີ​ກັນ. ຖ້າ​ຫາກ​ທ່ານ​ນາງ Lehmberg ​ໄດ້​ລາ​ອອກ ທ່ານ Perry ກໍ​
ຈະເປັນຜູ້​ແຕ່ງ​ຕັ້ງ​ຄົນ​ມາ​ແທ່ນ​ທ່ານ​ນາງ.

ພາຍຫລັງ​ຕໍ່​ມາ ທ່ານ Perry ​ໄດ້ທຳຕາມການຄຳ​ຂົ່ມຂູ່​ຂອງທ່ານ ​ໂດຍ​ກ່າວ​ວ່າ ທ່ານ​ບໍ່​ມີ​ຄວາມ​ສາມາດ​ສະໜັບສະໜຸນ “ສື​ບຕໍ່​ການ​ໃຫ້​ທຶນ​ແກ່ຫ້ອງການ​ທີ່​ມີ​ຂ​ອບ​ເຂດ​ຄວາມຮັບ
ຜິດຊອບຢູ່ທົ່ວ​ລັດໃນ​ເວລາ​ທີ່​ບຸກຄົນທີ່​ມີ​ຄວາມຮັບ​ຜິດ​ຊອບຂັ້ນສຸດ ​ທ້າຍຂອງ​ພະແນກ
ການ​ດັ່ງກ່າວໄດ້​ສູນເສຍ​ຄວາມ​ໄວ້ເນື້ອ​ເຊື່ອ​ໃຈ​ຈາກ​ສາທາລະ ນະຊົນ.

ທ່ານ​ນາງ Lehmberg ​ໄດ້​ຮັບຜິດ ​ໃນການ​ຂັບ​ລົດ​ມືນ​ເມົາ ​ໃນ​ປີ 2013 ແລະ​ໄດ້​ຖືກຕິດ​ຄຸກ.

ຢູ່​ໃນສະ​ຫະລັດ ​ໄອ​ຍະ​ການ​ປະຈຳ​ເຂດ​ເປັນ​ຜູ້​ຕາງໜ້າລັດຖະບານ​ໃນ​ລົງໂທດຕໍ່ ​ຜູ້​ກະທຳ
​ຄວາມ​ຜິດ. ​ໄອ​ຍະ​ການ​ປະຈຳ​ເຂດ ອາດ​ຈະ​ຖືກ​ເລືອກ ຫລື​ຖືກ​ແຕ່ງ​ຕັ້ງ ​ແລະ​ເປັນ​ຫົວໜ້າ​
ຫ້ອງການ​ປະຕິບັດກົດ​ໝາຍປະຈຳເຂດ.

ບັນດາ​ຜູ້​ຊ່ວຍ​ທ່ານ Perry ກ່າວ​ວ່າ ທ່ານບໍ່​ໄດ້​ເຮັດ​ຫຍັງ​ຜິດ ​ແລະ​ໃຊ້​ອຳນາດ​ຢູ່່​ໃນ​ຂອບ
​ເຂດ​ຂອງ​ຜູ້​ປົກຄອງ​ລັດ. ຜູ້​ສີ້​ງຊອມ​ການປະຕິບັດໜ້າທີ່ຂອງລັດຖະບານ​ໃນເຂດທ້ອງ​
ຖິ່ນກ່າວ​ວ່າ ມັນ​ບໍ່​ແມ່ນ​ເລື້ອງການ​ໃຊ້​ສິດຢັບຢັ້ງແຕ່​ເປັນເລື່ອງການ ​ຂົ່ມຂູ່​ທີ່​ຈະ​ໃຊ້​ສິດ
ຢັບຢັ້ງ ທີ່​ເປັນ​ບັນຫາ​ກ່ຽວກັບຈັນຍາບັນ.

ທ່ານ Perry ​ໄດ້​ທຳ​ການ​ເຄຶ່ອ​ນ​ໄຫວ​ທີ່ສະແດງໃຫ້​ເຫັນ​ວ່າ ທ່ານ ກຳລັງພິຈາ ລະນາ​ທີ່
ຈະລົງ​ແຂ່ງຂັນເປັນປະທານາທິບໍດີ ​ໃນ​ປີ 2016. ທ່ານໄດ້​ເປັນ​ຜູ້​ປົກ ຄອງ​ລັດເທັກ​ຊັສ
ມາ​ໄດ້ 14 ປີ​ແລ້ວ ຊຶ່ງເຮັດໃຫ້ເປັນຜູ້ປົກຄອງລັດດັ່ງກ່າວທີ່ ດົນທີ່ສຸດໃນປະຫວັດສາດ.
ທ່ານບໍ່​ມີແຜນ​ທີ່​ຈະລົງສະໝັກເລືອກ​ຕັ້ງ​ໃໝ່ອີກ.

XS
SM
MD
LG