ທ່ານເກຣັກ ແອບບອດ (Greg Abbott) ຜູ້ປົກຄອງລັດເທັກຊັສທີ່ຢູ່ທາງພາກ ຕາເວັນຕົກສຽງໃຕ້ ຂອງສະຫະລັດໄດ້ອອກຄຳສັ່ງໃນວັນຈັນມື້ນີ້ວ່າຫ້າມໜ່ວຍ ງານໃດອອກຂໍ້ບັງຄັບໃຫ້ສັກວັກຊີນກັນ COVID-19 ຢູ່ໃນລັດແຫ່ງນັ້ນ.
ຄຳສັ່ງນັ້ນລະບຸວ່າ "ບໍ່ມີໜ່ວຍງານໃດໝົດຢູ່ໃນລັດເທັກຊັສທີ່ຈະສາມາດບັງຄັບ ບຸກຄົນໃດນຶ່ງໃຫ້ໄປຮັບການສັກຢາວັກຊີນກັນ COVID-19 ໄດ້, ລວມທັງພະນັກງານ ຫຼືລູກຄ້າທີ່ຄັດຄ້ານການສັກຢາປ້ອງກັນດັ່ງກ່າວ ດ້ວຍເຫດຜົນໃດກໍຕາມທີ່ເປັນຄວາມຮູ້ສຶກແບບສ່ວນຕົວ ໂດຍອີງໃສ່ຄວາມເຊື່ອທາງສາສະໜາ, ຫຼືຍ້ອນເຫດຜົນທາງສຸຂະພາບ, ລວມທັງການຟື້ນຕົວຈາກການຕິດ COVID-19 ອີກດ້ວຍ.”
ທ່ານແອບບອດແມ່ນນຶ່ງໃນບັນດາຜູ້ປົກຄອງລັດທີ່ສັງກັດພັກຣີພັບບລີກັນຢູ່ໃນ ສະຫະລັດທີ່ໄດ້ປະທະກັບຂໍ້ລິເລີ່ມຂອງປະທານາທິບໍດີໂຈ ໄບເດັນໃນການສະກັດກັ້ນການລະບາດຢ່າງໜັກຂອງພະຍາດທີແກ່ຍາວມາໄດ້ເກືອບສອງປີ ແລ້ວ, ລວມທັງການຫ້າມລັດຖະບານທ້ອງຖິ່ນ ແລະໂຮງຮຽນເມືອງບໍ່ໃຫ້ວາງກົດລະບຽບບັງຄັບໃຫ້ຄົນໃສ່ໜ້າກາກປິດປາກ.
ປະທານາທິບໍດີໄບເດັນໄດ້ອອກຄຳສັ່ງໃນເດືອນແລ້ວນີ້ໂດຍຊີ້ນຳໃຫ້ທຸລະກິດ ທັງໝົດທີ່ມີພະນັກງານ 100 ຄົນ ຂຶ້ນໄປວ່າ ໃຫ້ພະນັກງານຂອງເຂົາເຈົ້າ ໄດ້ຮັບການສັກຢາວັກຊີນຄົບຖ້ວນ ຫຼືບໍ່ດັ່ງນັ້ນກໍຈະປະເຊີນກັບການກວດປະຈຳອາທິດ, ພ້ອມກັບຄຳສັ່ງສັກຢາວັກຊີນແບບບັງຄັບສຳລັບພະນັກງານການແພດ, ພະນັກງານລັດຖະບານກາງແລະຜູ້ຮັບເໝົາເຮັດວຽກກັບລັດຖະບານກາງທຸກຄົນ.
ສອງບໍລິສັດໃຫຍ່ທີ່ຕັ້ງຢູ່ໃນລັດເທັກຊັສ ຄືສາຍການບິນ American Airlines ແລະ Southwest Airlines ໄດ້ປະກາດການບັງຄັບໃຫ້ມີການສັກຢາວັກຊີນ ກັນພະຍາດ COVID-19 ໃຫ້ແກ່ກໍາລັງແຮງງານຂະໜາດໃຫຍ່ຂອງເຂົາເຈົ້າ ໃນຫລາຍມື້ຜ່ານມານີ້. ເຟສບຸກ (Facebook) ແລະກູໂກ (Google), ບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີທີ່ຕັ້ງຢູ່ໃນສະຫະລັດ, ເຊິ່ງທັງສອງໄດ້ຮັກສາຫ້ອງ ການໃຫຍ່ຢູ່ໃນລັດເທັກຊັສ, ກໍໄດ້ອອກກົດລະບຽບບັງຄັບໃຫ້ສັກຢາວັກຊີນ ຕໍ່ ພະນັກງານຂອງເຂົາເຈົ້າເຊັ່ນກັນ.
ທ່ານແອັບບອດ (Abbott), ຜູ້ທີ່ເຄີຍຖືກກວດພົບວ່າເປັນພະຍາດ COVID-19 ໃນຕົ້ນປີນີ້, ກ່າວຢູ່ໃນຄຳສັ່ງຂອງທ່ານວ່າ "ການສັກຢາວັກຊີນແມ່ນໄດ້ຮັບການ ຊຸກຍູ້ຢ່າງຫລວງຫລາຍສຳລັບຜູ້ທີ່ມີສິດເໝາະສົມໃນການສັກຢານີ້ ແຕ່ຕ້ອງເປັນ ຄວາມສະໝັກໃຈຂອງຊາວເທັກຊັສຢູ່ສະເໝີ." ທ່ານກ່າວອີກວ່າ ທ່ານຈະຊຸກຍູ້ ໃຫ້ສະພານິຕິບັນຍັດຂອງລັດຮັບຮອງເອົາຄຳສັ່ງຂອງທ່ານໃຫ້ກາຍເປັນກົດໝາຍ ໃນລະຫວ່າງກອງປະຊຸມພິເສດທີ່ຈະມາເຖິງນີ້.
ແຕ່ ດຣ. ແອນໂທນີ ຟາວຈິ (Anthony Fauci), ຫົວໜ້າສະຖາບັນພະຍາດພູມແພ້ ແລະພະຍາດຕິດແປດແຫ່ງຊາດກ່າວວ່າ "ພວກເຮົາຮູ້ວ່າກົດລະບຽບບັງຄັບດັ່ງກ່າວແມ່ນໃຊ້ການໄດ້" ໃນລະຫວ່າງການ ສຳພາດວັນຈັນຢູ່ໃນເຄືອຂ່າຍຂ່າວທາງເຄເບິນ CNN.