ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 08 ຕຸລາ 2026

26 ຄົນ ຖືກຍິງສັງຫານ ຢູ່ໃນໂບດແຫ່ງນຶ່ງ ທີ່ລັດ ເທັກຊັດ ໃນສະຫະລັດ

First responders are at the scene of a shooting at the First Baptist Church in Sutherland Springs, Texas, Nov. 5, 2017.
1/10 First responders are at the scene of a shooting at the First Baptist Church in Sutherland Springs, Texas, Nov. 5, 2017.
ເບິ່ງຕື່ມອີກ Show less
Members of the Wilson County Sheriff's office stand inside a taped off area near the First Baptist Church in Sutherland Springs, Texas, Nov. 5, 2017.
2/10 Members of the Wilson County Sheriff's office stand inside a taped off area near the First Baptist Church in Sutherland Springs, Texas, Nov. 5, 2017.
ເບິ່ງຕື່ມອີກ Show less
Law enforcement officers work near the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
3/10 Law enforcement officers work near the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
ເບິ່ງຕື່ມອີກ Show less
Families gather at a community center awaiting news about the First Baptist Church shooting in Sutherland Springs, Texas, Nov. 5, 2017.
4/10 Families gather at a community center awaiting news about the First Baptist Church shooting in Sutherland Springs, Texas, Nov. 5, 2017.
ເບິ່ງຕື່ມອີກ Show less
First responders work at the rear of the First Baptist Church of Sutherland Springs in response to a fatal shooting, Nov. 5, 2017, in Sutherland Springs, Texas.
5/10 First responders work at the rear of the First Baptist Church of Sutherland Springs in response to a fatal shooting, Nov. 5, 2017, in Sutherland Springs, Texas.
ເບິ່ງຕື່ມອີກ Show less
Law enforcement officers man a barricade near the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
6/10 Law enforcement officers man a barricade near the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
ເບິ່ງຕື່ມອີກ Show less
Law enforcement officers gather in front of the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
7/10 Law enforcement officers gather in front of the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
ເບິ່ງຕື່ມອີກ Show less
Law enforcement officers work in front of the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
8/10 Law enforcement officers work in front of the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
ເບິ່ງຕື່ມອີກ Show less
Members of the FBI walk behind the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
9/10 Members of the FBI walk behind the First Baptist Church of Sutherland Springs after a fatal shooting, Nov. 5, 2017, in Sutherland Springs, Texas.
ເບິ່ງຕື່ມອີກ Show less
Emergency personnel respond to a fatal shooting at a Baptist church in Sutherland Springs, Texas, Nov. 5, 2017.
10/10 Emergency personnel respond to a fatal shooting at a Baptist church in Sutherland Springs, Texas, Nov. 5, 2017.
ເບິ່ງຕື່ມອີກ Show less
Previous slide
Next slide

ຊາຍຄົນນຶ່ງ ໄດ້ເປີດສາກຍິງກວດໃສ່ຄົນ ຢູ່ໃນໂບດແຫ່ງນຶ່ງ ຢູ່ໃກ້ໆ ນະຄອນ San
Antonio ໃນລັດ Texas ດ້ວຍອາວຸດປືນຍາວ ໃນຕອນເຊົ້າວັນອາທິດວານນີ້ ທີ່
ໄດ້ສັງຫານ ຜູ້ໄປໄຫວ້ພະບູຊາ 26 ຄົນ ແລະ ຢ່າງໜ້ອຍ 20 ຄົນ ໄດ້ຮັບບາດເຈັບ.

ພວກຜູ້ເຄາະຮ້າຍ ມີອາຍຸໃນ ລະຫວ່າງ 5 ປີ ຫາ 72 ປີ.

ມືປືນດັ່ງກ່າວ ກໍໄດ້ເສຍຊີວິດເຊັ່ນກັນ ແລະ ບໍ່ມີສາເຫດຫຍັງເລີຍ ທີ່ບົ່ງຊີ້ເຖິງ
ເຈດຕະນາຂອງຜູ້ກ່ຽວ.

ເຈົ້າໜ້າທີ່ຕຳຫຼວດ ພິທັກກົດໝາຍ ຢືນຍາມເຂດຫວງຫ້າມ ຢູ່ໃກ້ກັບໂບດ First Baptist ຂອງເມືອງ Sutherland Springs ຫຼັງຈາກເກີດການຍິງສັງຫານ, ວັນທີ 5 ພະຈິກ 2017, ລັດ Texas.
ເຈົ້າໜ້າທີ່ຕຳຫຼວດ ພິທັກກົດໝາຍ ຢືນຍາມເຂດຫວງຫ້າມ ຢູ່ໃກ້ກັບໂບດ First Baptist ຂອງເມືອງ Sutherland Springs ຫຼັງຈາກເກີດການຍິງສັງຫານ, ວັນທີ 5 ພະຈິກ 2017, ລັດ Texas.

ບັນດານັກສືບສວນຂອງລັດຖະບານກາງ ຈາກອົງການສັນຕິບານກາງ ຫຼື FBI ແລະ
ກົມຄຸ້ມຄອງ ເຫຼົ້າ ຢາສູບ ແລະ ອາວຸດປືນ ໄດ້ຮ່ວມເຂົ້າກັບ ບັນດາເຈົ້າໜ້າທີ່ພິທັກ
ກົດໝາຍ ຂອງທ້ອງຖິ່ນ ຢູ່ໃນເມືອງນ້ອຍ Sutherland Springs ຂອງລັດ Texas
ທີ່ຕັ້ງຢູ່ຫ່າງຈາກ ນະຄອນ San Antonio ປະມານ 50 ກິໂລແມັດ.

ໃນວັນຈັນມື້ນີ້ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວວ່າ ການຍິງ
ສັງຫານໝູ່ນັ້ນ “ບໍ່ແມ່ນເປັນຍ້ອນປືນ” ຫາກແຕ່ເປັນ “ບັນຫາດ້ານສຸຂະພາບ
ທາງຈິດ ຢູ່ໃນລະດັບທີ່ສູງສຸດ. ມັນເປັນເຫດການທີ່ໜ້າເສຍໃຈແທ້ໆ.”
ທ່ານໄດ້
ກ່າວວ່າ ມືປືນຄົນນັ້ນ ເປັນ “ບຸກຄົນທີ່ເສຍຈິດ.” ທ່ານປະທານາທິບໍດີ ກຳລັງຕິດ
ຕາມເບິ່ງສະຖານະການຢູ່ ຈາກປະເທດຍີ່ປຸ່ນ ອັນເປັນບ່ອນຢຸດແວ່ແຫ່ງທຳອິດ
ຂອງການເດີນທາງ ໄປ 5 ປະເທດໃນເອເຊຍ.

Texas Governor Greg Abbott on Shooting
please wait

No media source currently available

0:00 0:00:32 0:00

ກ່ອນໜ້ານີ້ ທ່ານທຣຳ ໄດ້ເອີ້ນການຍິງສັງຫານໝູ່ວ່າ “ເປັນການກະທຳຂອງມານ
ຮ້າຍ”
ແລະຂໍຮ້ອງໃຫ້ພາກັນພາວັນນາ. ທ່ານໄດ້ສັ່ງໃຫ້ ລົດທຸງຊາດລົງເຄິ່ງເສົາ
ຢູ່ຕຶກອາຄານທັງຫຼາຍ ຂອງລັດຖະບານກາງ ຈົນເຖິງວັນພະຫັດ.

ທ່ານປະທານາທິບໍດີ ໄດ້ກ່າວວ່າ “ພວກເຮົາບໍ່ສາມາດບັນລະຍາຍໄດ້ ຄວາມເຈັບ
ປວດ ແລະ ຄວາມໂສກເສົ້າ ທີ່ພວກເຮົາທັງໝົດຮູ້ສຶກ ແລະ ພວກເຮົາບໍ່ສາມາດ
ເລີ້ມທີ່ຈະຈິນຕະນາການໄດ້ ຄວາມທຸກອົກທຸກໃຈ ຂອງພວກຜູ້ທີ່ໄດ້ສູນເສຍ ຄົນຜູ້ທີ່ພວກເຂົາຮັກຫອມທີ່ສຸດ. ພວກເຮົາເສຍໃຈທີ່ສຸດ.”

ພວກລົດດັບໄຟ ສາມາດເຫັນໄດ້ ຢູ່ໃກ້ໆ ກັບໂບດ Baptist ໃນເມືອງ Sutherland Springs ລັດ Texas, ວັນທີ 5 ພະຈິກ 2017, ໃນພາບທີ່ໄດ້ມາຈາກສື່ສັງຄັມ. (MAX MASSEY/KSAT 12)
ພວກລົດດັບໄຟ ສາມາດເຫັນໄດ້ ຢູ່ໃກ້ໆ ກັບໂບດ Baptist ໃນເມືອງ Sutherland Springs ລັດ Texas, ວັນທີ 5 ພະຈິກ 2017, ໃນພາບທີ່ໄດ້ມາຈາກສື່ສັງຄັມ. (MAX MASSEY/KSAT 12)

ຜູ້ປົກຄອງລັດ Texas ທ່ານ Gregg Abbott ກ່າວວ່າ ອັນນີ້ ເປັນການຍິງສັງຫານໝູ່
ທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດຂອງລັດ Texas. ທ່ານໄດ້ກ່າວວ່າ ມັນເປັນ “ຫຼາຍໆ
ຊິ້ນສ່ວນຂອງບັນຫາປິດສະໜາ ທີ່ສະຫລັບຊັບຊ້ອນ”
ທີ່ຈະແກ້ໄດ້.

ອັນທີ່ຮູ້ຈັກກັນ ອິງຕາມ ເຈົ້າໜ້າທີ່ຮັກສາຄວາມປອດໄພມະຫາຊົນ ຂອງລັດ Texas
ທ່ານ Freeman Martin ກໍແມ່ນວ່າ ມືປືນຄົນດັ່ງກ່າວ ຕໍ່ມາ ໄດ້ຖືກລະບຸວ່າ ແມ່ນທ້າວ
Devin P. Kelley ຜູ້ທີ່ໄດ້ຖືກບັນລະຍາຍວ່າ ເປັນຊາຍໜຸ່ມຄົນຜິວຂາວ ແຕ່ງກາຍໃນ
ຊຸດສີດຳ ແລະ ໃສ່ເສື້ອກັນລູກປືນ. ລາວໄດ້ເປີດສາກຍິງດ້ວຍອາວຸດປືນຍາວ ຄັ້ງທຳອິດ
ຢູ່ນອກໂບດ First Baptist ແລະ ໄດ້ສືບຕໍ່ຍິງກວດຢູ່ດ້ານໃນຕໍ່ຈາກນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

This item is part of
​
XS
SM
MD
LG