ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການໂຕ້ຖຽງກັນ ເຮັດໃຫ້ ປະທານາທິບໍດີ ເມັກຊິໂກ ຍົກເລີກ ການເດີນທາງມາ ຢ້ຽມຢາມທຳນຽບຂາວ


ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບປະທານາທິບໍດີ ເມັກຊິໂກ ທ່ານ ເອັນຣິເກ ປີຍາ ນີເອໂຕ ທີ່ກອງປະຊຸມສຸດຍອດ G20 ເມືອງ ຮຳບວກ, ປະເທດ ເຢຍຣະມັນ. 7 ກໍລະກົດ, 2017.
ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບປະທານາທິບໍດີ ເມັກຊິໂກ ທ່ານ ເອັນຣິເກ ປີຍາ ນີເອໂຕ ທີ່ກອງປະຊຸມສຸດຍອດ G20 ເມືອງ ຮຳບວກ, ປະເທດ ເຢຍຣະມັນ. 7 ກໍລະກົດ, 2017.

ລຸນຫຼັງການສົນທະນາກັນໄປມາ ເມື່ອສັບປະດາແລ້ວນີ້ ກ່ຽວກັບຂໍ້ສະເໜີເລື່ອງກຳແພງ
ກັ້ນຊາຍແດນກັບ ສຫຣ ນັ້ນແລ້ວປະທານາທານາທິບໍໍດີ ເມັກຊິກໂກ ທ່ານ ເອັນຣິເກ
ປີຍາ ນີເອໂຕ ກໍໄດ້ຍົກເລີກແຜນການຈະມາຢ້ຽມຢາມທຳນຽບຂາວ ອີງຕາມລາຍງານ
ໃນວັນເສົາວານນີ້ໂດຍໜັງສືພິມ ວໍຊິງຕັນ ພົສຕ.

ທ່ານ ປີຍາ ນີເອໂຕ ກັບທ່ານ ທຣຳ ໄດ້ໂອ້ລົມກັນໃນວັນອັງຄານທີ່ຜ່ານມາ ໂດຍໃຊ້ເວ
ລາເກືອບເຖິງນຶ່ງຊົ່ວໂມງທາງໂທລະສັບ ເພື່ອສົນທະນາກັນເລື່ອງກຳແພງຊາຍແດນ
ອີງຕາມແຫຼ່ງຂ່າວ ຜູ້ທີ່ໄດ້ໂອ້ລົມກັບໜັງສືພິມວໍຊິງຕັນ ພົສຕ ນັ້ນ.

ໃນລະຫວ່າງການວິ້ງເຕັ້ນໂຄສະນະຫາສຽງຂອງທ່ານນັ້ນ ທ່ານ ທຣຳ ໄດ້ໃຫ້ຄຳໝັ້ນ
ສັນຍາວ່າຈະສ້າງກຳແພງກັ້ນ ເລາະຕາມຊາຍແດນ ເມັກຊິກໂກ ເພື່ອຫຼຸດຜ່ອນການ
ລັກລອບຂ້າມຊາຍແດນເຂົ້າມາຢ່າງຜິດກົດໝາຍ. ທ່ານໄດ້ບອກພວກຝຸງຊົນຜູ້ຟັງ
ດ້ວຍຄວາມກະຕືລືລົ້ນວ່າ ເມັກຊິກໂກ ຈະເປັນຜູ້ຈ່າຍຄ່າສ້າງກຳແພງດັ່ງກ່າວ.

ຢ່າງກໍດີ ໃນການລົມທາງໂທລະສັບໃນວັນອັງຄານຜ່ານມານີ້ ທັງສອງທ່ານ ໄດ້ໂຕ້ຖຽງ
ກັນ ກ່ຽວກັບ ບັນຫາດັ່ງກ່າວ. ທ່ານ ປີຍາ ນີເອໂຕ ຢາກໃຫ້ຜູ້ນຳ ສະຫະລັດ ບອກໃຫ້
ມະຫາຊົນຊາບວ່າ ເມັກຊິກໂກ ຈະບໍ່ຈ່າຍຄ່າສ້າງກຳແພງດັ່ງກ່າວແຕ່ທ່ານ ທຣຳ ໄດ້
ປະຕິເສດ.

ເຈົ້າໜ້າທີ່ທ່ານນຶ່ງຂອງ ເມັກຊິກໂກ ເວົ້າວ່າ ທ່ານ ທຣຳ “ໄດ້ໂກດແຄ້ນໂມໂຫ” ໃນລະ
ຫວ່າງການລົມທາງໂທລະສັບຢູ່ນັ້ນ ແຕ່ພວກເຈົ້າໜ້າທີ່ ສະຫະລັດ ກ່າວຕ້ານວ່າ
“ເພິ່ນພຽງແຕ່ກະວົນກະວາຍໃຈຫົນຫວຍແຮງທີ່ສຸດຊື່ໆ” ຕາມທີ່ໜັງສືພິມໄດ້ລາຍງານ
ໄປນັ້ນ.

ໄດ້ມີການວາງວາງແຜນໄວ້ ວ່າຜູ້ນຳ ເມັກຊິກໂກ ຈະມາຢ້ຽມຢາມທຳນຽບຂາວ ໃນ
ຫຼາຍໆອາທິດຂ້າງໜ້ານີ້. ແຜນການນຶ່ງໃນປີ 2017 ກໍໄດ້ລົ້ມລະລາຍ ລຸນຫຼັງພວກທ່ານ
ທັງສອງບໍ່ເຫັນດີນຳກັນ ເລື່ອງຂໍ້ສະເໜີ ກ່ຽວກັບ ກຳແພງດັ້ງກ່າວ ກັບເລື່ອງຂໍ້ຕົກລົງ
ການຄ້າຂອງ ອາເມຣິກາເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG