ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນປ່ວຍ ຊາວສະວີເດັນ ຖືກກວດພົບ ວ່າ ບໍ່ໄດ້ຕິດ ເຊື້ອອີໂບລາ ແຕ່ຢ່າງໃດເລີຍ


ທາງເຂົ້າພະແນກສຸກເສີນ ຂອງໂຮງໝໍ ມະຫາວິທະຍາໄລ ໃນນະຄອນ ອັບປ໌ຊາລາ ຂອງສະວີເດັນ, ວັນທີ 31 ສິງຫາ 2009.
ທາງເຂົ້າພະແນກສຸກເສີນ ຂອງໂຮງໝໍ ມະຫາວິທະຍາໄລ ໃນນະຄອນ ອັບປ໌ຊາລາ ຂອງສະວີເດັນ, ວັນທີ 31 ສິງຫາ 2009.

ບັນດາເຈົ້າໜ້າທີ່ ສາທາລະນະສຸກ ໃນປະເທດສະວີເດັນ ກ່າວວ່າ ຄົນປ່ວຍຜູ້ນຶ່ງ ທີ່ໄດ້ ຖືກສົ່ງເຂົ້າໂຮງໝໍ ໂດຍສົງໄສວ່າ ເປັນກໍລະນີຕິດເຊື້ອອີໂບລາ ແລະ ໄດ້ພົບເຫັນວ່າ
ບໍ່ໄດ້ເຈັບປ່ວຍ ຈາກເຊື້ອພະຍາດທີ່ຕິດແປດກັນໄດ້ງ່າຍ ແລະ ທີ່ອາດຈະເປັນເຊື້ອ
ພະຍາດຮ້າຍແຮງເຖິງແກ່ຊີວິດ ແຕ່ຢ່າງໃດເລີຍ.

ຊາຍຄົນປ່ວຍຜູ້ນີ້ ຊື່ຂອງລາວບໍ່ໄດ້ຖືກເປີດເຜີຍ ເມື່ອບໍ່ດົນມານີ້ ໄດ້ກັບຄືນໄປ ສະວີເດັນ
ຈາກການເດີນທາງໄປ ບູຣຸນດີ ແລະ ໄດ້ສະແດງອາການຕ່າງໆ ຂອງໄຂ້ເລືອດອອກ.

ໃນເບື້ອງຕົ້ນ ຜູ້ກ່ຽວໄດ້ຖືກນຳສົ່ງເຂົ້າ ຫ້ອງສຸກເສີນຂອງໂຮງໝໍ ໃນເມືອງ ເອັນໂຄປິງ (Enkoping) ຕັ້ງຢູ່ທາງກ້ຳເໜືອ ຫ່າງຈາກ ນະຄອນຫຼວງ ສະຕັອກໂຮມ ປະມານ 80
ກິໂລແມັດ ແຕ່ລຸນຫຼັງຈາກນັ້ນ ໄດ້ຖືກຍ້າຍໄປ ໂຮງໝໍ ມະຫາວິທະຍາໄລ ອັບຊາລາ
ທີ່ໃຫຍ່ກວ່າ.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ກ່າວວ່າ ພວກຄົນທີ່ໄດ້ສຳພັດກັບຄົນປ່ວຍນີ້ ຜູ້ທີ່ ໄດ້ຖືກຮັບການປິ່ນປົວແບບແຍກດ່ຽວ ມາບັດນີ້ ແມ່ນໄດ້ຖືກປ່ອຍ ໃຫ້ກັບບ້ານໄປແລ້ວ.

ໃນປັດຈຸບັນນີ້ ບໍ່ມີການລະບາດຂອງເຊື້ອອີໂບລາ ຢູ່ໃນປະເທດບູຣຸນດີ ເຖິງຢ່າງໃດ
ກໍຕາມ ປະເທດທີ່ມີຊາຍແດນຕິດກັບ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ຊຶ່ງໄດ້
ຕໍ່ສູ້ຕ້ານ ການລະບາດຂອງເຊື້ອອີໂບລາ ມາເປັນເວລາເກືອບ 6 ເດືອນແລ້ວ. ຫຼາຍ
ກວ່າ 350 ຄົນ ໄດ້ເສຍຊີວິດ ຈາກການລະບາດຂອງເຊື້ອອີໂບລາ.

ເຊື້ອອີໂບລາ ແມ່ນໄຂ້ເລືອກອອກ ທີ່ກໍ່ໃຫ້ເກີດ ເລືອດອອກພາຍໃນຮ່າງກາຍ ແລະສົ່ງ
ຜົນໃຫ້ເສຍຊີວິດໄດ້. ມັນແຜ່ກະຈາຍອອກໄປຢ່າງວ່ອງໄວ ດ້ວຍການສຳພັດກັບຂອງ
ແຫຼວຈາກຮ່າງກາຍ ຫຼື ພວກທີ່ຕິດເຊື້ອນີ້.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG