ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ບໍລິສັດ Tesla ແກ້ໄຂກົດໝາຍທີ່ສຳຄັນໄດ້ ທີ່ເປັນອຸປະສັກ ສຳລັບລະບົບການຂັບເຄື່ອນດ້ວຍຕົນເອງ ໃນປະເທດຈີນ ຂະນະມີການຢ້ຽມຢາມຂອງ ທ່ານ ມັສ


ພະນັກງານ​ຄົນ​ນຶ່ງ ​ເອົາ​ກ່ອງ​ຈາກເຮືອບິນ​ຂອງ CEO ຂອງ Tesla ທ່ານ ອີລອນ ມັສ (Elon Musk) ກ່ອນ​ທີ່ທ່ານຈະ​ອອກເດີນທາງ​ຈາກ​ສະ​ໜາມ​ບິນ​ສາ​ກົນນະຄອນ​ຫຼວງ​ປັກ​ກິ່ງ​ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ​ວັນ​ທີ 29 ເມ​ສາ 2024.
ພະນັກງານ​ຄົນ​ນຶ່ງ ​ເອົາ​ກ່ອງ​ຈາກເຮືອບິນ​ຂອງ CEO ຂອງ Tesla ທ່ານ ອີລອນ ມັສ (Elon Musk) ກ່ອນ​ທີ່ທ່ານຈະ​ອອກເດີນທາງ​ຈາກ​ສະ​ໜາມ​ບິນ​ສາ​ກົນນະຄອນ​ຫຼວງ​ປັກ​ກິ່ງ​ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ​ວັນ​ທີ 29 ເມ​ສາ 2024.

ບໍລິສັດ Tesla ໄດ້ຜ່ານພ່າກົດລະບຽບທີ່ສຳຄັນບາງຢ່າງອັນເປັນອຸປະສັກ ຂັດຂວາງຕົນ ມາດົນນານຈາກການເປີດຕົວຊອບແວຂັບເຄື່ອນດ້ວຍຕົນເອງ ໃນປະເທດຈີນ, ເຊິ່ງໄດ້ເປີດທາງໄປສູ່ຜົນໄດ້ຮັບທີ່ດີ ຈາກການຢ້ຽມຢາມທີ່ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າຂອງທ່ານ ອີລອນ ມັສ (Elon Musk) ໃນຕະຫຼາດທີ່ໃຫຍ່ເປັນອັນດັບສອງຂອງຜູ້ຜະລິດລົດສະຫະລັດ, ອີງຕາມອົງການຂ່າວ ຣອຍເຕີສ໌.

ຜູ້ບໍລິຫານໃຫຍ່ ຫຼື CEO ຂອງ Tesla, ທ່ານ ມັສ (Musk) ໄດ້ເດີນທາງໄປຮອດນະຄອນຫຼວງຂອງຈີນ ໃນວັນອາທິດວານນີ້ ບ່ອນທີ່ລາວ ຄາດວ່າຈະປຶກສາຫາລືກ່ຽວກັບການເປີດຕົວຊອບແວ Full Self-Driving ຫຼື FSD ແລະການອະນຸຍາດໃຫ້ໂອນຂໍ້ມູນການຂັບຂີ່ໄປຕ່າງປະເທດ, ອີງຕາມບຸກຄົນທີ່ມີຄວາມຮູ້ກ່ຽວກັບເລື່ອງນີ້.

ການຢ້ຽມຢາມ ຂອງມະຫາເສດຖີທ່ານນີ້, ເຊິ່ງລາວໄດ້ພົບກັບນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ (Li Qiang), ມີຂຶ້ນພຽງອາທິດດຽວ ຫຼັງຈາກທີ່ລາວໄດ້ຍົກເລີກແຜນການເດີນທາງໄປອິນເດຍເພື່ອພົບກັບນາຍົກລັດຖະມົນຕີ ນາເຣນດຣາ ໂມດີ (Narendra Modi), ໂດຍອ້າງເຖິງ "ພັນທະທີ່ໜັກໜ່ວງ ຂອງ Tesla."

ໃນວັນຈັນມື້ນີ້, ແຫຼ່ງຂ່າວສອງແຫ່ງຕ່າງຫາກ ບອກກັບ ອົງການຂ່າວ Reuters ວ່າ Tesla ໄດ້ບັນລຸຂໍ້ຕົກລົງກັບ Baidu ເພື່ອນໍາໃຊ້ໃບອະນຸຍາດສ້າງແຜນທີ່ຂອງບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີຂອງຈີນ ໃນການເກັບກໍາຂໍ້ມູນໃນຖະຫນົນຫົນທາງສາທາລະນະຂອງຈີນ, ເຊິ່ງພວກເຂົາອະທິບາຍວ່າ ເປັນບາດກ້າວສໍາຄັນສໍາລັບ Full Self-Driving ຫຼື FSD ທີ່ຈະນໍາສະເຫນີໃນປະເທດດັ່ງກ່າວ.

​ແລະ​ສະມາຄົມ​ລົດຍົນ​ລະດັບ​ສູງ​ຂອງ​ຈີນ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ລົດ​ລຸ້ນ 3 ​ແລະ Y ຂອງ Tesla ​ແມ່ນ​ລົດລຸ້ນ​ທີ່​ໄດ້ຮັບການ​ທົດ​ສອບ​ແລະ​ພົບ​ວ່າ​ສອດຄ່ອງ​ກັບຂໍ້ກຳນົດດ້ານ​ຄວາມ​ປອດ​ໄພຂອງຂໍ້​ມູນຈີນ.

ຄວາມປອດໄພຂອງຂໍ້ມູນ ແລະການປະຕິບັດຕາມຂໍ້ກຳນົດແມ່ນເຫດຜົນສຳຄັນທີ່ວ່າ ຍ້ອນຫຍັງຜູ້ຜະລິດລົດໄຟຟ້າຂອງສະຫະລັດ, ເຊິ່ງໄດ້ເປີດຕົວຊອບແວ Autopilot ລຸ້ນອັດຕະໂນມັດຫຼາຍທີ່ສຸດຂອງຕົນ ເມື່ອ 4 ປີກ່ອນ, ຫາກແຕ່ຍັງບໍ່ເປີດໃຫ້ລຸ້ນ FSD ວາງຈຳໜ່າຍໃນ ຈີນ ເທື່ອ, ເຊິ່ງເປັນຕະຫຼາດທີ່ໃຫຍ່ທີ່ສຸດອັນດັບສອງຂອງຕົນ ໃນທົ່ວໂລກ, ເຖິງແມ່ນວ່າ ຈະມີຄວາມຕ້ອງການຂອງລູກຄ້າ ກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG