ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກໍ່ການຮ້າຍ ເຮັດທຸກວິທີ ເພື່ອໃຫ້ໄດ້ ອາວຸດນິວເຄລຍ


ທ່ານ Obama ກ່າວ​​ວ່າ ກຸ່​ມກໍ່​ການ​ຮ້າຍ ​ແລະ​ກຸ່ມອາ​ຊະ​ຍາກຳ ພາກັນ
ທໍາ​ທຸກ​ວິ​ທີ​ທາງ​ ​ເພື່ອ​ໃຫ້​ໄດ້​ມາ ​ຊຶ່ງ​ອາວຸດນິວ​​ເຄລຍ.
ທ່ານ Obama ກ່າວ​​ວ່າ ກຸ່​ມກໍ່​ການ​ຮ້າຍ ​ແລະ​ກຸ່ມອາ​ຊະ​ຍາກຳ ພາກັນ ທໍາ​ທຸກ​ວິ​ທີ​ທາງ​ ​ເພື່ອ​ໃຫ້​ໄດ້​ມາ ​ຊຶ່ງ​ອາວຸດນິວ​​ເຄລຍ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວ​ວ່າ
ການ​ກໍ່​ການ​ຮ້າຍ​ທາງ​ນິວ​ເຄລຍ ຍັງ​ເປັນ​ໄພ​ຂົ່ມຂູ່​ທີ່​ໃຫຍ່​ທີ່​ສຸດ​ອັນ​
ນຶ່ງ​ຂອງ​ໂລກ​ ​ເຖິງ​ແມ່ນ​ວ່າ ​ໄດ້​ປະສົບຜົນ​ສໍາ​ເລັດ​ໃນການຫຼຸດຄັງ
ອາວຸດນິວເ​ຄ​ລຍ ຂອງສະຫະ​ລັດ ແລະຣັດ​ເຊຍ ລົງ​ແລ້ວ​ກໍຕາມ.

ທ່ານ Obama ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກຸ່​ມກໍ່​ການ​ຮ້າຍ ​ແລະ​ກຸ່ມອາ​ຊະ​ຍາກຳ ພາກັນ
ທໍາ​ທຸກ​ວິ​ທີ​ທາງ​ ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ອາວຸດນິວເຄລຍ ອາວຸດ​ເຊື້ອ​ໂຣກ ​ແລະອາວຸດ​ເຄມີ. ທ່ານ​ກ່າວ​ວ່າ ​ອາວຸດ​ເຫລົ່າ​ນີ້​ໄດ້​ຮັກສາ​ໄວ້​ ​ໂດຍປາສະຈາກການ​ຮັກສາ​ຄວາມ​ປອດໄພ
ຢ່າງ​ພຽງພໍ.

ທ່ານ​ກ່າວວ່າ ​ໂລກ​ມະນຸດ​ເຮົາ ຈະ​ບໍ່​ປ່ອຍ​ໃຫ້ສັດຕະວັດ​ທີ 21 ມືດ​ມົນ​ຈາກ​ອາວຸດ​ທີ່​ຮ້າຍ​ແຮງຂອງສັດຕະວັດ​ທີ 20​.

ທ່ານ Obama ຍັງໄດ້​ຮຽກຮ້ອງ​ໃຫ້ ຍົກ​ລະດັບປັບ​ປຸງຂໍ້​ຕົກລົງ​ກັບຣັດ​ເຊຍ ທີ່​ໄດ້​ປະກາດໄປແລ້​ວວ່າຕົນຈະ​ບໍ່​ຕໍ່​ອາຍຸ​ໃຫ້​ແກ່ຂໍ້ຕົກ​ລົງ Nunn-Lugar ຊຶ່ງ​ເປັນ​ກົດໝາຍທີ່​ໄດ້​ເຊັນ​ກັນ​ມາ​ເປັນ​ເວລາ 20 ປີ​ແລ້ວ ທີ່ໄດ້​ກຳຈັດຄັງລູກ​ສອນ​ໄຟ​ຕິດນິວເຄລຍ ​ແລະ​ອາວຸດ​ເຄມີໃນ​ສະ​ໄໝອະ ດີດສະຫະພາບໂຊ​ວຽດ.

ປະທານາທິບໍດີ Obama ກ່າວ​ ຍ້ອນ​ຂໍ້​ຕົກລົງ Nunn-Lugar ນີ້ ລູກ​ສອນ​ໄຟ​ຫລາຍ​ພັນລູກ ​ເຮືອບິນ​ຖີ້ມລະ​ເບີດ​ ​ແລະ​ເຮືອ​ດໍາ​ນໍ້າ ​ໄດ້​ຖືກ​ທໍາລາຍຖີ້ມ ຫລື​ຖືກ​ປົດ​ອອກ​ຈາກ​ປະຈຳການ.
XS
SM
MD
LG