ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄພຂົ່ມຂູ່ ກໍ່ການຮ້າຍ ຍັງຄົງມີຕໍ່ໄປ ໃນເວລາ ທີ່ວັນທີ 9 ກັນຍາ ຖືກລະນຶກເຖິງ


Terrorist Threat Persists as 9-11 Attacks Remembered
please wait

No media source currently available

0:00 0:01:56 0:00

ປະຊາຊົນ ອາເມຣິກັນ ໄດ້ພາກັນຢຸດພັກທຸກສິ່ງຢ່າງໃນວັນອາທິດ ວານນີ້ ເພື່ອລະນຶກເຖິງ ວັນຄົບຮອບ 15 ປີແຫ່ງການໂຈມຕີກໍ່ການຮ້າຍ ທີ 11 ກັນຍາ ປີ 2001 ທີ່ເຮັດໃຫ້ຫຼາຍພັນ ຄົນເສຍຊີວິດ ຊຶ່ງໄດ້ ຜັກດັນໃຫ້ ສະຫະລັດ ຕ້ອງໄດ້ເຂົ້າພົວພັນໃນສົງຄາມທີ່ຍາວນານທີ່ ສຸດ. ພິທີໄວ້ອາໄລຕ່າງໆ, ຈາກນະຄອນ ນິວຢອກ ຫາລັດ ເພັນຊິລເວເນຍ ເຖິງທຳນຽບ ຫ້າແຈ, ໄດ້ເຮັດໃຫ້ການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ກາຍເປັນສາກເບື້ອງຫຼັງ ເຊິ່ງຄວາມປອດໄພແຫ່ງຊາດແມ່ນຫົວຂໍ້ທີ່ສຳຄັນກວ່າໝູ່.

ວັນລະນຶກດັ່ງກ່າວໄດ້ເປັນສິ່ງເຕືອນໃຈຜູ້ຄົນ ເຖິງການຕໍ່ສູ້ກັບພວກຜູ້ສະໜັບສະໜູນສາ ສະໜາ ອິສລາມ ຫົວຮຸນແຮງວ່າຍັງດຳເນີນໄປຢູ່.

ນາຍພົນເອກ ນາວິກາໂຍທິນ ທີ່ບຳນານແລ້ວ ທ່ານ John Allen ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ “ສິ່ງທີ່ພວກເຮົາປະເຊີນໜ້າໃນຮູບແບບຂອງ ການເຄື່ອນໄຫວກໍ່ການຮ້າຍທົ່ວໂລກ ແມ່ນບັນຫາໄລຍະຍາວທີ່ກ່ຽວພັນກັບ ສັງຄົມ, ເສດຖະກິດ ແລະ ດ້ານການເມືອງຕ່າງໆຜ່ານຂົງເຂດ ແລະ ທົ່ວໂລກ, ເຊິ່ງມັນໄດ້ສ້າງ ຂະບວນການຫົວຮຸນແຮງທີ່ແຜ່ຂະຫຍາຍອອກ ເຊິ່ງຈາກກຸ່ມໜຶ່ງຕໍ່ອີກກຸ່ມໜຶ່ງໄດ້ງອກ ງາມຂຶ້ນໃນຫຼາຍໆປີທີ່ຜ່ານມາ.”

ບັນດາເຈົ້າໜ້າທີ່ ສະຫະລັດ ຮູ້ວ່າໄພຂົ່ມຂູ່ດັ່ງກ່າວແມ່ນວິວັດຖະນາການມາ.

ລັດຖະມົນຕີປ້ອງກັນຄວາມສະຫງົບພານໃນ ທ່ານ Jeh Johnson ໄດ້ກ່າວຕໍ່ໂທລະພາບ ABC ວ່າ “ພວກເຮົາມີຄວາມປອດໄພກວ່າ ເມື່ອເວົ້າເຖິງການປ້ອງກັນການໂຈມຕີຕ້ານ ພວກກໍ່ການຮ້າຍແບບວັນທີ 11 ກັນຍາ ຢູ່ຕ່າງປະເທດ. ພວກເຮົາຢູ່ໃນສິ່ງແວດລ້ອມ ໃໝ່, ແນວໃດກໍຕາມ, ພວກເຮົາຕ້ອງມີຄວາມກຽມພ້ອມຕໍ່ມັນ ແລະ ພະຍາຍາມທີ່ຈະ ປ້ອງກັນການໂຈມຕີປະເພດຄົນດຽວ, ພວກປະຕິບັດການຫົວຮຸນແຮງດ້ວຍຕົນເອງ.”

ບົດວິເຄາະຂອງລັດຖະບານ ຢາກໃຫ້ ສະຫະລັດ ຢູ່ໃນທ່າທີ່ແຂງກ້າກວ່າໃນເວລທີໂລກ.

ອະດີດຜູ້ປົກຄອງນະຄອນ ນິວຢອກ ໄດ້ກ່າວວ່າ “ພວກເຮົາກຳລັງນັ່ງລໍຖ້າສຳລັບການ ໂຈມຕີໃນຄັ້ງຕໍ່ໄປຢູ່. ພວກເຮົາຄວນເປັນຜູ້ບຸກໂຈມຕີ.”

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ກ່າວໃນການຊຸມນຸມໂຄສະນາຫາສຽງເມື່ອບໍ່ດົນມານີ້ວ່າ “ພວກເຮົາຈະຈົດຈຳຄຳເວົ້າ 3 ຄຳທີ່ມີສື່ສຽງນັ້ນຄື: ສັນຕິພາບຜ່ານຄວາມເຂັ້ມແຂງ ແລ້ວຈະບໍ່ມີໃຜມາຫຍຸ້ງກັບ ພວກເຮົາ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG