ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ກໍ່ການຮ້າຍຊື່ຫຼິ້ນ 'Blind Sheik' ເສຍຊີວິດ ໃນຄຸກ ສະຫະລັດ


ຜູ້ນຳສາສະໜາ Omar Abdel-Rahman, ຜູ້ສອນສາສະໜາ
ຊາວ ອີຈິບ ຖືກຕັດສິນລົງໂທດ ກ່ຽວກັບ ການວາງແຜນທີ່ຈະ
ລະເບີດສະຖານທີ່ສຳຄັນແຫ່ງ ຕ່າງໆໃນນະຄອນ ນິວຢອກ ໄດ້ເສຍຊີວິດໃນຄຸກ. ຮູບພາບຈາກເດືອນ ພະຈິກ 1993.
ຜູ້ນຳສາສະໜາ Omar Abdel-Rahman, ຜູ້ສອນສາສະໜາ ຊາວ ອີຈິບ ຖືກຕັດສິນລົງໂທດ ກ່ຽວກັບ ການວາງແຜນທີ່ຈະ ລະເບີດສະຖານທີ່ສຳຄັນແຫ່ງ ຕ່າງໆໃນນະຄອນ ນິວຢອກ ໄດ້ເສຍຊີວິດໃນຄຸກ. ຮູບພາບຈາກເດືອນ ພະຈິກ 1993.

ບັນດາເຈົ້າໜ້າທີ່ຄຸກ ສະຫະລັດ ກ່າວວ່າ ນັກສອນສາສະໜາຊາວ ອີຈິບ ທີ່ຖືກລົງໂທດ ກ່ຽວກັບ ການເຂົ້າຮ່ວມໃນແຜນການທີ່ຈະລະເບີດສະຖານທີ່ສຳຄັນແຫ່ງຕ່າງໆໃນ ນະຄອນ ນິວຢອກ ໄດ້ເສຍຊີວິດໃນຄຸກແລ້ວ.

ເຈົ້າໜ້າທີ່ຄົນໜຶ່ງຢູ່ສະຖານທີ່ຄຸມຂັງໃນເມືອງ Burner, ລັດ North Carolina ໄດ້ຢືນ ຢັນໃນ ວັນເສົາວານນີ້ວ່າ ຜູ້ນຳສາສະໜາ Omar Abdel-Rahman ໄດ້ເສຍຊີວິດໃນ ຕອນເຊົ້າຂອງ ວັນເສົາວານນີ້ ຫຼັງຈາກການຕໍ່ສູ້ກັບໂຣກເບົາຫວານ ແລະ ໂຣກຫຼອດ ເລືອດແດງໃຫຍ່ຢູ່ຫົວໃຈ.

ທ້າວ Rahman ຖືກເຊື່ອມໂຍງໃສ່ການລະເບີດຕຶກການຄ້າໂລກ World Trade Center ໃນປີ 1993 ທີ່ໄດ້ເຮັດໃຫ້ 8 ຄົນເສຍຊີວິດ ແຕ່ບໍ່ໄດ້ຖືກລົງໂທດ ກ່ຽວກັບ ອາຊະ ຍາກຳທີ່ໄດ້ກ່ຽວພັນ ກັບມັນໂດຍກົງ. ລາວໄດ້ຖືກກັກຂັງນັບຕັ້ງແຕ່ປີ 1995 ເປັນຕົ້ນມາ ສຳລັບບົດບາດການຊີ້ນຳ ຂອງລາວ ໃນການວາງແຜນທີ່ຈະລະເບີດສະຖານທີ່ສຳຄັນ ຕ່າງໆໃນເກາະ Manhattan ທີ່ລົ້ມ ແຫຼວ ລວມມີ ສຳນັກງານໃຫຍ່ອົງການສະຫະປະຊາ ຊາດ, ພ້ອມກັບຂົວທີ່ສຳຄັນ ແລະ ອຸມົງ ທາງຫຼວງທີ່ມີການສັນຈອນຢ່າງໜາແໜ້ນເຊິ່ງ ນຳໄປສູ່ເມືອງດັ່ງກ່າວ. ເປົ້າໝາຍທີ່ລາວໄດ້ກ່າວ ອອກມາແມ່ນ ເພື່ອແຊກແຊງການ ສະໜັບສະໜູນ ອິສຣາແອລ ຂອງ ສະຫະລັດ ແລະ ໃນປະເທດ ອີຈິບ.

ໂຄສົກຄຸກຄົນໜຶ່ງໄດ້ກ່າວວ່າAbdel Rahman ມີອາຍຸໄດ້ 78 ປີ.

ລູກຊາຍຂອງລາວໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ ຄອບຄົວຂອງລາວໄດ້ຮັບໂທ ລະສັບ ຈາກບັນດາເຈົ້າໜ້າທີ່ ສະຫະລັດ ຢືນຢັນເຖິງການເສຍຊີວິດຂອງຜູ້ກ່ຽວ.

Abdel Rahman ແມ່ນຊາວ ອີຈິບ, ມີຊື່ຫຼິ້ນວ່າ “the Blind Sheik” ຍ້ອນວ່າລາວ ໄດ້ສູນ ເສຍສາຍຕາຂອງລາວໃນເວລາຍັງນ້ອຍຍ້ອນໂຣກເບົາຫວານ. ລາວໄດ້ ອ່ານໜັງສືນູນສຳລັບ ຄົນຕາບອດ ແລະ ໄດ້ເຂົ້າຮ່ວມໃນໂຮງຮຽນກິນນອນ ອິສລາມ ໃນຕອນຍັງນ້ອຍຢູ່. ລາວໄດ້ ກາຍເປັນຜູ້ສອນສາສະໜາຊາວມຸສລິມ ທີ່ມັກເວົ້າຈາ ຢ່າງເປີດເຜີຍທີ່ສຸດຂອງ ອີຈິບ, ໄດ້ກ່າວ ປະນາມການປະຕິເສດສາສະໜາຂອງ ປະເທດຢ່າງໂຫດຫ້ຽມ.

ທ້າວ Abdel Rahman ໃນທີ່ສຸດກໍໄດ້ຍ້າຍໄປປະເທດ ອັຟການິສຖານ ແລະ ໄດ້ພັດ ທະນາ ສາຍພົວພັນຢ່າງແຂງແກ່ນກັບຫົວໜ້າກຸ່ມກໍ່ການຮ້າຍ Osama bin Laden.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG