ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກອງກຳລັງ ຕິດອາວຸດ ເວເນຊູເອລາ ທຳລາຍ ການໂຈມຕີ ຖານທັບໂດຍພວກທະຫານ ທໍລະຍົດ


ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ກ່າວຄຳປາໄສ ໃນລາຍການໂທລະພາບ "Los Domingos con Maduro" ປະຈຳສັບປະດາ ໃນນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ. 6 ສິງຫາ, 2017.
ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ກ່າວຄຳປາໄສ ໃນລາຍການໂທລະພາບ "Los Domingos con Maduro" ປະຈຳສັບປະດາ ໃນນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ. 6 ສິງຫາ, 2017.

ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ໄດ້ກ່າວໃນວັນອາທິດວານນີ້
ວ່າ ກອງກຳລັງຕິດອາວຸດຂອງທ່ານ ໄດ້ທຳລາຍການໂຈມຕີໄລຍະສັ້ນໃນຖານທັບ ນຳ
ໜ້າໂດຍອະດີດເຈົ້າໜ້າທີ່ກອງທັບບົກທໍລະຍົດ.

ທ່ານ Maduro ໄດ້ປະກາດການໂຈມຕີນີ້ວ່າ ເປັນການກະທຳຂອງລັດທິກໍ່ການຮ້າຍ
ທີ່ໄດ້ຮັບການສະໜັບສະໜູນທາງການເງິນຈາກ ສະຫະລັດ ແລະ ໂຄລົມເບຍ, ແຕ່ບໍ່
ໄດ້ໃຫ້ຂໍ້ມູນຫຼັກຖານສຳລັບການກ່າວອ້າງນັ້ນໃນການອອກອາກາດທາງໂທລະພາບ
ປະຈຳວັນອາທິດວານນີ້.

ຜູ້ບຸກລຸກຢ່າງໜ້ອຍ 2 ຄົນໄດ້ຖືກຂ້າຕາຍ ໃນລະຫວ່າງການຍິງຕໍ່ສູ້ກັນກັບໜ່ວຍປະຕິ
ບັດການກອງທັບ ທີ່ໄດ້ຄອບງຳພວກກະບົດຢູ່ຖານທັບໃກ້ໆກັບເມືອງ Valencia,
ພາກກາງຂອງ ເວເນຊູເອລາ ໃນວັນອາທິດວານນີ້.

ລາຍງານຈາກທ່ານ Maduro ແລະ ເຈົ້າໜ້າທີ່ ເວເນຊູເອລາ ຄົນອື່ນໆໄດ້ລະບຸວ່າ
ປະມານ 20 ຄົນໄດ້ເຂົ້າຮ່ວມໃນການໂຈມຕີຖານທັບ Paramacay.

ສິບຄົນໄດ້ຫຼົບໜີໄປ ກ່ອນໜ່ວຍປະຕິບັດການກອງທັບບົກ ເວເນຊູເອລາ ຈະເດີນທາງ
ໄປຮອດ, ບາງຄົນໄດ້ຖືອາວຸດໄປດ້ວຍ, ໃນຂະນະທີ່ຜູ້ທີ່ຖືກປະຖິ້ມໄວ້ຢູ່ທາງຫຼັງ ໄດ້ຍິງ
ຕໍ່ສູ້ກັບທະຫານຈົນຮອດ 8 ໂມງເຊົ້າ, ກ່ອນທີ່ທຸກຄົນຈະຖືກຂ້າຕາຍ ຫຼື ຖືກຄວບຄຸມຕົວ.

ທ່ານ Maduro ກ່າວວ່າ “ການປະຕິບັດການຕາມລ່າ” ແມ່ນໄດ້ດຳເນີນໄປຢູ່ ສຳລັບຜູ້
ທີ່ຫຼົບໜີໄປ.

ທ່ານ Maduro ໄດ້ກ່າວໃນການປາກົດຕົວທາງໂທລະພາບວ່າ “ຂ້າ ພະເຈົ້າບໍ່ສາມາດ
ເວົ້າແບບອື່ນໄດ້, ມັນແມ່ນການໂຈມຕີຕໍ່ກອງກຳລັງຕິດອາວຸດ.”
ທ່ານໄດ້ກ່າວຊົມເຊີຍ
ໜ່ວຍປະຕິບັດການທະຫານບົກທີ່ “ໄດ້ຕອບໂຕ້ດ້ວຍຄວາມສາມະຄີກັນ ແລະ ມີຄວາມແນ່ນອນ.”

ເຈົ້າໜ້າທີ່ກອງທັບບົກຄົນໜຶ່ງ ຜູ້ທີ່ລະບຸຕົນເອງວ່າ ຮ້ອຍເອກ Juan Caguaripano
ໄດ້ເອົາວິດີໂອລົງສື່ສັງຄົມ ເຊິ່ງລາວໄດ້ຖືກຫຸ້ມລ້ອມ ດ້ວຍຜູ້ຊາຍໃນເຄື່ອງແບບທະ
ຫານຫຼາຍສິບຄົນ, ເຊິ່ງເຫັນໄດ້ຊັດເຈນວ່າ ເປັນສະມາຊິກຂອງກຸ່ມຕໍ່ຕ້ານ. ລາວໄດ້ປະ
ກາດຕົນເອງວ່າ ໄດ້ເຂົ້າຮ່ວມໃນ “ການກໍ່ກະບົດທີ່ຖືກຕ້ອງຕາມກົດໝາຍ” ຕໍ່ສິ່ງທີ່ລາວ
ເອີ້ນວ່າ “ການປົກຄອງແບບຜະເດັດການຢ່າງຮ້າຍແຮງ” ຂອງທ່ານ Maduro.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Venezuela Attack
please wait
Embed

No media source currently available

0:00 0:02:47 0:00

XS
SM
MD
LG