ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ການຮ້າຍ ສ້າງຄວາມຮຸນແຮງ ໄດ້ສັງຫານພົນລະເຮືອນເກືອບ 7,000 ຄົນ ຢູ່ໃນອີຣັກ ໃນປີ 2016


ຮູບພາບບັນທຶກຖ່າຍເອົາປະຊາຊົນທີ່ກຳລັງກວດເບິ່ງບ່ອນຖືກວາງລະເບີດ ຢູ່ຕະຫລາດກາງແຈ້ງ.
ຮູບພາບບັນທຶກຖ່າຍເອົາປະຊາຊົນທີ່ກຳລັງກວດເບິ່ງບ່ອນຖືກວາງລະເບີດ ຢູ່ຕະຫລາດກາງແຈ້ງ.

ອົງການສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ກໍ່​ການ​ຮ້າຍ ​ແລະ​ການ​ສ້າງ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ອີຣັກ ​ໄດ້​ເຮັດ​ໃຫ້ມີພົນລະ​ເຮືອນເສຍ​ຊີວິດ​ຢ່າງ​ໝ້ອຍ 6,878 ຄົນ ​ແລະບາ​ດ​ເຈັບ​ 12,388 ຄົນໃນ​ປີ​ກາຍ​ນີ້.

ແຕ່​ວ່າໂຕ​ເລກ​ທີ່ແທ້ຈິງຂອງ​ຜູ້​ເຄາະ​ຮ້າຍ​ອາດ​ຈະສູງກ່ວາ​ນັ້ນກໍເປັນໄດ້ ​ເພາະວ່າ​ມັນບໍ່​ໄດ້ຮວມເອົາພົນລະເມືອງ​ຜູ້​ທີ່​ໄດ້​ເສຍ​ຊີວິດ ຫລື​ໄດ້​ຮັບ​ບາດ​ເຈັບ​ຢູ່່​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ Anbar ລະຫວ່າງ​ເດືອນ​ພຶດສະພາ ເດືອນກໍລະກົດ ສິເດືອນຫາ ​ແລະ​ທັນວາເຂົ້າ ໃສ່ນຳ.

ຈຳນວນ​ໂຕ​ເລກ​ດັ່ງກ່າວ “ຕ້ອງ​ໄດ້​ຖືວ່າເປັນຈຳນວນທີ່​ໜ້ອຍທີ່ສຸດ” ອີງຕາ​ມການ​ປະຕິບັດ​ງານ​ຊ່ວຍ​ເຫລືອ​ສຳລັບ​ອີຣັກນັ້ນ. (UNAMI)

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ໂຕ​ເລກ​ຂອງ​ພົນລະ​ເຮືອນ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ໃນ​ເດືອນ​ທັນວາ ເມື່ອສົມທຽບໃສ່ເດືອນ​ກ່ອນໆ​ນັ້ນ ແມ່ນຕໍ່າກວ່າ ​ເຖິງ​ແມ່ນ​ວ່າຈະ​ມີ​ການ​ເພີ້ມຂຶ້ນຂອງການ ວາງ​ລະ​ເບີດຂອງພວກກໍ່ການຮ້າຍ ​ໃນທ້າຍ​ເດືອນ​ທີ່​ແນ​ໄດ້ໃສ່​ພວກ​ພົນ​ລະ​ເຮືອນກໍຕາມ.

ທ່ານ Jan Kubis ​ເລຂາທິການ​ໃຫຽ່ສຳລັບ​ອີຣັກ ຜູ້ຕາງໜ້າ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ “ບໍ່ເປັນ​ທີ່​ສົງ​ໄສ​ເລີຍ​ໃນ​ຄວາ​ມພະຍາຍາ​ມຂອງ​ພວກ​ກໍ່​ການ​ຮ້າຍ Daesh (ຊຶ່ງ​ເປັນ​ຊື່​ຫຍໍ້​ຂອງ​ລັດ​ອິສລາມ) ​ເພື່ອ​ຫັນເຫຄວາມ​ສົນ​ໃຈອອກໄປຈາກ​ການ​ສູນ​ເສຍ​ຂອງ​ພວກເຂົາໃນ​ເມືອງ Mosul ຂອງ​ອີຣັກ ​ແລະ​ກໍບໍ່ເປັນຈັ່ງໂຊກ​ທີ່ຜູ້ທີ່ໄດ້ຮັບເຄາະ​ແມ່ນ​ພົນລະ​ເຮືອນ​ຜູ້​ທີ່ບໍ່ມີຄວາມຜິດຫຽັງ.”

ສະຫະປະຊາຊາດ ລາຍງານວ່າ ພົນລະເຮືອນໄດ້ເສຍຊີວິດ 7,512 ຄົນໃນປີ 2015.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG