ບັນດາລັດຖະມົນຕີຕ່າງປະເທດຂອງສະຫະພາບຢູໂຣບ ພົບປະ
ກັນຢູ່ທີ່ນະຄອນBrussels ໃນວັນຈັນມື້ນີ້ ຫຼັງຈາກການໂຈມ
ຕີມາຫລາຍບັ້ນທີ່ເຮັດໃຫ້ຜູ້ຄົນເສຍຊີວິດໃນຝຣັ່ງ ແລະການ
ບຸກໂຈມຕີຕໍ່ຕ້ານພວກກໍ່ການຮ້າຍໃນ Belgium.
ບັນດາລັດຖະມົນຕີເຫຼົ່ານີ້ ຈະໂອ້ລົມສົນທະນາກັນເລື້ອງທາງ
ເລືອກຕ່າງໆ ໃນຂະນະທີ່ກຸ່ມຂອງຕົນກະກຽມເພື່ອຈັດກອງ
ປະຊຸມສຸດຍອດພິເສດຂຶ້ນໃນເດືອນໜ້າ ທີ່ຈະໃຊ້ເວລາໃສ່
ການຕໍ່ສູ້ກັບພວກກໍ່ການຮ້າຍນັ້ນ.
ສະຖານະການໃນຢູໂຣບສ່ວນຫຼາຍຍັງຢູ່ໃນສະພາບເຄັ່ງຕຶງ
ແລະຢູ່ໃນທ່າຕຽມພ້ອມຢ່າງສູງ ຂະນະທີ່ລັດຖະມົນຕີກະຊວງ
ຍຸຕິທຳຂອງ Belgium ກ່າວວ່າ ບຸກຄົນທີ່ຖືກກ່າວຫາວ່າ ເປັນ
ຫົວໜ້າວາງແຜນໂຈມຕີຂອງພວກກໍ່ການຮ້າຍໃນສັບປະດາ
ແລ້ວນີ້ ທີ່ໄດ້ຂັດຂວາງໄວ້ກ່ອນນັ້ນຍັງຊອກຫາໂຕບໍ່ເຫັນເທື່ອ.
ທ່ານ Koen Greens ກ່າວວ່າ ຜູ້ຕ້ອງສົງໄສຄົນນີ້ ບໍ່ຮວມຢູ່ໃນພວກບຸກຄົນ 4 ຄົນທີ່
ຖືກຈັບກຸມໃນ Greece ບ່ອນທີ່ມີການເຊື່ອກັນວ່າ ຜູ້ກ່ຽວໄດ້ຫລົບໜີໄປຢູ່ຫັ້ນ. ແຕ່ພວກໄອຍະການ Belgium ຍັງວາງແຜນທີ່ຈະຂໍຮ້ອງໃຫ້ Greece ສົ່ງໂຕຄົນນຶ່ງໃນບັນດາ
ພວກທີ່ຖືກຈັບກຸມທີ່ມີສ່ວນພົວພັນກັບການໂຈມຕີຂອງພວກກໍ່ການຮ້າຍທີ່ຖືກຂັດຂວາງ
ໄວ້ກ່ອນນັ້ນ.
ສື່ມວນຊົນ Belgium ໄດ້ລະບຸຊື່ຫົວໜ້າວາງແຜນທີ່ຕ້ອງການໂຕນັ້ນ ແມ່ນນາຍ Abdel
hamid Abaaoud ໄວ 27 ປີ ເປັນພົນລະເມືອງ Belgium ເຊື້ອສາຍMorocco ທີ່ຖືກ
ສົງໄສວ່າ ເປັນຜູ້ນຳພາກຸມອິສລາມຫົວຮຸນແຮງໃນເມືອງ Verviers ໃນພາກຕາເວັນ
ອອກຂອງ Belgium ນັ້ນ. ບັນດາເຈົ້າໜ້າທີ່ກ່າວວ່າ ກຸ່ມດັ່ງກ່າວກຳລັງຈະເປີດສາກ
ການໂຈມຕີຄັ້ງໃຫຍ່ຂອງກຸມກໍ່ການຮ້າຍຕໍ່ເປົ້າໝາຍແຫ່ງຕ່າງໆຂອງຕຳຫຼວດ ກ່ອນພວກເຈົ້າໜ້າທີ່ຕຳຫລວດບຸກເຂົ້າໄປໃນບ່ອນລີ້ຊ່ອນຂອງພວກເຂົາໃນວັນພະຫັດ ໂດຍໄດ້ສັງ
ຫານພວກເຂົາ 2 ຄົນໃນການຍິງຕໍ່ສູ້ກັນຢ່າງດຸເດືອດນັ້ນ.
ໃນຂະນະດຽວກັນ ຢູໂຣບຍັງກຳລັບມີຄວາມຮູ້ສຶກສັບສົນຈາກການໂຈມຕີຂອງພວກກໍ່
ການຮ້າຍໃນປາຣີໃນຕົ້ນເດືອນນີ້ຢູ່ ທີ່ໄດ້ສັງຫານຜູ້ຄົນໄປ 12 ຄົນທີ່ຫ້ອງການວາລະສານ Charlie Hebdoມ ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ແລະປະຊາຊົນ 4 ຄົນໃນຕະຫຼາດຂອງຊາວຢີວແຫ່ງນຶ່ງນັ້ນ.