ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ກໍ່ການຮ້າຍ ຖືກສົ່ງ ມາຂຶ້ນສານ ຢູ່ ສະຫະລັດ


ທ້າວ Ali Charaf Damache ທີ່ຮູ້ກັນໃນຊື່ນ້ອຍວ່າ "ທຸງດຳ" ໄດ້ຖືກຄວບຄຸມໂຕມາ ໂດຍເຈົ້າໜ໊າທີໄອແລນ.
ທ້າວ Ali Charaf Damache ທີ່ຮູ້ກັນໃນຊື່ນ້ອຍວ່າ "ທຸງດຳ" ໄດ້ຖືກຄວບຄຸມໂຕມາ ໂດຍເຈົ້າໜ໊າທີໄອແລນ.

ຜູ້​ຕ້ອງ​ສົງ​ໄສ​ເປັນ​ສະມາຊິກ​ກຸ່ມ al-Qaida ຄົນ​ນຶ່ງ ​ຖື​ກກ່າວ​ຫາ​ວ່າ ໃຫ້ການ​ສະໜັບ
ສະໜູນຕໍ່​ການ​ກໍ່​ການ​ຮ້າຍ ​ໄດ້ໄປປາກົດ​ໂຕ​ຢູ່​ທີ່​ສານ​ລັດຖະບານ​ກາງສະຫະລັດ ​ໃນ​
ນະຄອນ Philadelphia ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາ​ກ​ທີ່​ລາວໄດ້ຖືກ​ສົ່ງ​ມາ​ຈາກ Spain.

ທ້າວ Ali Charaf Damache ​ໄດ້​ຖື​ກຟ້ອງຮ້ອງໃນ​ປີ 2011 ຢູ່ທີ່​ສານ​ໃນ​ເຂດ ​ພາກ​
ຕາ​ເວັນ​ອອກທີ່ລັດ Pennsylvania ​ໃນ​ຂໍ້​ຫາ​ວ່າລາວ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຕໍ່ການ​ກໍ່
​ການ​ຮ້າຍ ຮວມທັງວາງ​ແຜນ​ສັງຫານ ນັກ​ແຕ້ມຊາວສະ​ວີ​ເດັນ ທ່ານ Lars Vilks ​ທີ່
ໄດ້ແຕ້ມ​ຮູບ​ພະ​ສາດສະດາ Muhammad ​ເປັນ​ໝາ.

ພວກ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ທ້າວ Demache ​ໄດ້​ສົມຮູ້​ຮ່ວມ​ຄິດກັບແມ່ຍິງ​ຊາວ​ອາ​ເມຣິ
ກັນ​ ນາງ Colleen La Rose ​ທີ່​ຮູ້​ກັນໃນ​ຊື່ Jihad Jane ທີ່​ເກັບ​ເກນ​ເອົາຜູ້​ຄົນ ​ໄປ
​ທຳ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່​ໃນ ຢູ​ໂຣບ ​ແລະ​ເອ​ເຊຍ.

ນາງ La Rose ປັດ​ຈຸ​ບັນ​ນີ້ ​ກຳລັງຮັບ​ໃຊ້​ໂທດ​ຕິດ​ຄຸກ 10 ປີ ຈາກ​ການວາງ​ແຜນໂຈມ
​ຕີ ຮວມທັງ​ວາງແຜນ​ຂ້າທ່ານ Vilks ຊຶ່ງ​ຍັງ​ບໍ່​ທັນ​ໄດ້​ເກີດ​ຂຶ້ນ​ເທື່ອ.

ທ້າວ Demache ​ທີ່ຮູ້​ກັນໃນ​ອິນ​ເຕີ​ແນັດ​ວ່າ ທຸງດຳ ​ເປັນ​ຄົນ​ຕ່າງປະ​ເທດ​ຜູ້​ທຳ​ອິດ ທີ່​
ຖືກ​ສົ່ງ​ໂຕ​ມາ​ຂຶ້ນສານ​ຢູ່ສະ​ຫະລັດ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ຂໍ້​ຫາ​ກໍ່​ການ​ຮ້າຍ ​ພາຍ​ໃຕ້ລັດ
ຖະບານທ່ານ​ທຣໍາ.

ປະທານາທິບໍດີ​ທຣໍາ ​ໄດ້​ເວົ້າ​ວ່າ ທ່ານ​ເຫັນ​ພ້ອມ ກັບ​ການ​ສົ່ງ​ພວກ​ຜູ້​ຕ້ອງ​ສົງ​ໄສເປັນຜູ້
ກໍ່ການ​ຮ້າຍ ​ໄປຂັງຢູ່​ຄຸກ​ທະຫານ ທີ່​ອ່າວ Guantanamo ​ແທນ​ທີ່​ຈະ​ນຳ ມາ​ຂຶ້ນສານ
​ພົນລະ​ເຮືອນ.

ຍັງບໍ່ທັນ​ເປັນ​ທີ່​ຈະແຈ້ງ​ໃນເວລາ​ນີ້​ເທື່ອວ່າ ​ເປັນ​ຫຍັງ​ລັດຖະບານທ່ານ​ທຣໍາຈຶ່ງ ປ່ຽນ​
ທ່າ​ທີ.

​ໂຄສົກ​ກະຊວງ​ຍຸຕິ​ທຳ ທ່ານ Ian Prior ພຽງ​ແຕ່​ກ່າວ​ວ່າ ສະຫະລັດ “​ໄດ້​ໃຊ້ ຂັ້ນຕອນ
ການ​ສົ່ງ​ຜູ້​ຮ້າຍ​ຂ້າ​ມ​ແດນ​ຢູ່ເປັນ​ປະຈຳ ​ເພື່ອ​ນຳ​ເອົາ​ໂຕ​ພວກ​ທີ່​ຖືກ​ຟ້ອງ​ຮ້ອງ​ຫລົບ​ລີ້ໜີ​
ກົດໝາຍ​ຢູ່ຕ່າງປະ​ເທດ ມາ​ດຳ​ເນີນ​ຄະດີ ​ຢູ່​ໃນ​ສານ​ລັດຖະບານ​ກາງຂອງ​ພວກ​ເຮົາ.”

ສະຫະພັນສິດທິພົນລະ​ເຮືອນອາ​ເມຣິກັນ ຫລື ACLU ​ໄດ້​ສະ​ແດງ​ຄວາມຍິນ​ດີ​ກັບ
​ການ​ເຄື່ອນ​ໄຫວດັ່ງກ່າວນີ້. ທ່ານ David Cole ຜູ້ອຳນວຍ​ການດ້ານ​ກົດ ໝາຍ​ແຫ່ງ​
ຊາດ​ຂອງ ACLU ກ່າວ​ວ່່າ “ການ​ດຳ​ເນີນຄະດີ​ພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ສານ​ລັດຖະບານ​
ກາງ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ທີ່ຄວນ​ປະຕິບັດ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG