ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕັ້ງຂໍ້ຫາກໍ່ການຮ້າຍ ຕໍ່ອະດີດນາຍົກປາກິສຖານ ທ່ານອິມຣານ ຄານ ຍິ່ງເຮັດໃຫ້ເກີດຄວາມວຸ້ນວາຍຫຼາຍຂຶ້ນ

ແຟ້ມຮູບ-ອະດີດນາຍົກລັດຖະມົນຕີຂອງປະກິສຖານ ແລະຫົວໜ້າພັກ ປາກິສຖານ ເຕຣິກ-ອີ-ອິນຊາຟ ຫຼື PTI ທ່ານອິມຣານ ຄານ, ກ່າວປາໄສຕໍ່ຜູ້ສະໜັບສະໜຸນທ່ານໃນລະຫວ່າງການໂຮມຊຸມນຸມ ສະເຫຼີມສະຫຼອງຄົບຮອບ 75 ປີ ວັນປະກາດເອກະລັດຂອງປາກິສຖານ ໃນເມືອງ ລາຮໍ (Lahore), ເມື່ອວັນທີ 13 ສິງຫາ 2022.

ສານຢູ່ໃນປາກິສຖານ ໄດ້ອອກຄໍາສັ່ງສັ່ງຫ້າມເຈົ້າໜ້າທີ່ໃນວັນຈັນວານນີ້ ຈາກການຈັບອະດີດນາຍົກລັດຖະມົນຕີ ທ່ານອິມຣານ ຄານ, ເຊິ່ງໄດ້ປະເຊີນກັບຂໍ້ຫາກໍ່ການຮ້າຍ ລຸນຫຼັງທີ່ທ່ານຖືກກ່າວວ່າຂົ່ມຂູ່ເຈົ້າໜ້າທີ່ຕໍາຫຼວດແລະເຈົ້າໜ້າທີ່ຕຸລາການ ໃນການກ່າວປາໄສຂອງທ່ານ ໃນທ້າຍອາທິດແລ້ວນີ້.

ທະນາຍຝ່າຍຈໍາເລີຍ ທ່ານບາບາ ອາວານ (Babar Awan) ບອກກັບນັກຂ່າວວ່າ ສານສູງຂອງນະຄອນຫຼວງອິສລາມາບັດໄດ້ອະນຸຍາດໃຫ້ມີການປະກັນໂຕທ່ານຄານ ລ່ວງໜ້າຈົນເຖິງວັນພະຫັດ ເພື່ອອະນຸຍາດໃຫ້ທ່ານປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດ ກ່ອນການຍື່ນໜັງ​ສືຮ້ອງ​ຮຽນ​ກ່ຽວ​ກັບຂໍ້ກ່າວຫາດັ່ງກ່າວ.

ພັກ ປາກິສຖານ ເຕຣິກ-ອີ-ອິນຊາຟ ຫຼື PTI ຂອງທ່ານຄານ ໄດ້ປະນາມຕໍ່ຂໍ້ກ່າວຫາການກໍ່ການຮ້າຍວ່າ ເປັນຂໍ້ກ່າວຫາທີ່ຜິດກົດໝາຍ ແລະເປັນການເຄື່ອນໄຫວທີ່ຈູງໃຈໂດຍລັດຖະບານຂອງນາຍົກລັດຖະມົນຕີ ທ່ານເຊບາສ ຊາຣີຟ (Shehbaz Sharif) ເພື່ອຂັດຂວາງພັກຝ່າຍຄ້ານ, ເຊິ່ງໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງຕ່າງໆທາງການເມືອງພາຍໃນປະເທດ ທີ່ມີປະຊາກອນປະມານ 220 ລ້ານຄົນ.

ແຟ້ມຮູບ-ຜູ້ສະໜັບສະໜຸນອະດີດນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ ພາກັນໂຮມຊຸມນຸມຢູ່ດ້ານນອກເຮືອນຂອງທ່ານ, ເພື່ອປ້ອງກັນບໍ່ໃຫ້ທ່ານຖືກຈັບ ໃນຂໍ້ຫາຕໍ່ຕ້ານການກໍ່ການຮ້າຍ, ໃນນະຄອນອິສລາມາບັດ, ປະເທດປາກິສຖານ, ວັນທີ 22 ສິງຫາ 2022.

ອະດີດນາຍົກລັດຖະມົນຕີ ໄດ້ຈັດການໂຮມຊຸມນຸມຄັ້ງໃຫຍ່ເພື່ອຕໍ່ຕ້ານລັດຖະ ບານໃນທົ່ວປະເທດປາກິສຖານ, ໂດຍໄດ້ດຶງ​ເອົາຜູ້ຄົນເຂົ້າມາຮ່ວມໃນການໂຮມຊຸມນຸມຄັ້ງນີ້ຫຼາຍສິບພັນຄົນ ນັບຕັ້ງແຕ່ທ່ານໄດ້ຖືກຂັບໄລ່ອອກຈາກອໍານາດໂດຍການລົງຄະແນນສຽງບໍ່ໄວ້ວາງໃຈຈາກລັດຖະສະພາໃນເດືອນເມສາທີ່ຜ່ານມາ ເພື່ອກົດດັນໃຫ້ທ່ານຊາຣີຟ ຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່ ໂດຍໃຫ້ປະ ຊາຊົນເປັນຜູ້ກໍານົດຊະຕາກໍາຂອງທ່ານເອງ.

ໃນຂໍ້ຫາການກໍ່ການຮ້າຍ ໄດ້ກໍ່ໃຫ້ເກີດເປັນຄວາມຂັດແຍ້ງໂດຍມາຈາກການປາໄສຂອງທ່ານຄານ ຢູ່ທີ່ການໂຮມຊຸມນຸມຄັ້ງໃຫຍ່ໃນວັນເສົາທີ່ຜ່ານມາ, ເຊິ່ງທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ ທ່ານຈະດໍາເນີນຄະດີຟ້ອງຮ້ອງເຈົ້າໜ້າທີ່ຕໍາຫຼວດຂັ້ນສູງ ແລະຜູ້ພິພາກສາສານແມ່ຍິງ ກ່ຽວກັບການດໍາເນີນງານຂອງພວກເຂົາເຈົ້າໃນຂໍ້ຫາທໍລະມານຜູ້ຊ່ວຍຄົນໃກ້ຊິດຂອງທ່ານ ທ່ານຊາບາສ ກີລ ທີ່ຖືກກັກໂຕໂດຍເຈົ້າໜ້າທີ່ຕໍາຫຼວດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG