ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນເພີ້ມ ການປາບປາມ ພວກກໍ່ການຮ້າຍ ຢູ່ເຂດ​ຊິນຈຽງ (ວີດີໂອ)


Fans of USA are seen before a Pool B match of the IRB Rugby World Cup 2015 between USA and South Africa at the Olympic Station in London, England.
Fans of USA are seen before a Pool B match of the IRB Rugby World Cup 2015 between USA and South Africa at the Olympic Station in London, England.
ສື່​ມວນຊົນຂອງທາງ​ການ​ຈີນ​ກ່າວ​ວ່າ ໃນວັນ​ພະຫັດ​ມື້​ນີ້ ມີ 81
ຄົນ​ຖືກ​ຕັດສິນ​ລົງ​ໂ​ທດ ຊຶ່ງ​ເປັນພາກສ່ວນນຶ່ງໃນ​ການ​ປາບ​ປາມ
ຕໍ່ຕ້ານກາ​ນກໍ່​ການ​ຮ້າຍຢູ່​ໃນ​ເຂດ Xinjiang ທາງພາກຕາເວັນ
ຕົກສຽງເໜືອສຸດ ຂອງປະເທດ.

ອົງການ​ໂທລະ​ພາບສູນກາງຫຼື CCTV ຂອງ​ຈີນ ກ່າວ​ວ່າ​ ຂໍ້​ກ່າວ​
ຫາ​ຕ່າງໆ ແມ່ນລວມ​ທັງການຈັດຕັ້ງ ​ແລະ​ເຂົ້າຮ່ວມ ​ໃນ​ການ​ກໍ່​
ການ​ຮ້າຍການ​ຄາດ​ຕະກຳ ​ແລະການລອບວາງ​ເພີ​ງ. ​ໂທລະພາບ
CCTV ກ່າວ​ຕື່ມ​ວ່າ 9 ຄົນ ໄດ້ຖືກ​ຕັດສິນ​ປະຫານ​ຊີວິດ.

ກ່ອນ​ໜ້າ​ນີ້ Xinjiang Net ຊຶ່ງ​ເປັນສື່​ທາງ​ອິນ​ເຕີ​ແນັດຂອງທາງ
ການຈີນກ່າວ​ວ່າ ມີ 29 ຄົນ​ ໄດ້​ຖືກ​ຈັບ​ກຸມ​ຢູ່​ໃນ​ເມືອງ Urumqi ຊຶ່ງ​ເປັນ​ບ່ອນ​ທີ່​ມີ​ການ​
ໂຈມຕີ​ສະລະ​ຊີບ ​ໃນເດືອນແລ້ວ​ນີ້ ຢູ່​ຕະຫຼາດກາງແຈ້ງ​ແຫ່ງ​ໜຶ່ງ ​ທີ່ໄດ້​ເຮັດ​ໃຫ້​ 39 ຄົນ​
ເສຍ​ຊີວິດ.​

​ຕາໜ່າງ Xinjiang Net ກ່າວ​ຕື່ມ​ວ່າ ຜູ້​ຖືກ​ສົງ​ໄສ​ເຫຼົ່ານີ້ ​ໄດ້​ຖືກ​ກ່າວ​ຫາ​ກ່ຽວກັບອາຊະຍາ​ກຳ
​ຕ່າງໆ ລວມທັງ​ ຍຸ​ແຍ່​ໃຫ້ມີການ​ແບ່ງ​ແຍກ​ດິນ​ແດນ ​ແລະສ້າງ​ຄວາມກຽດ​ຊັງລະຫວ່າງ​ຊົນ​ເຜົ່າ ພ້ອມ​ດ້ວຍ ​ກໍ່​ກວນ​ຄວາມເປັນ​ລະບຽບຮຽບຮ້ອຍຂອງສັງຄົມ.

​ໃນໄລຍະບໍ່ເທົ່າໃດອາທິດ​ຜ່ານມານີ້ ​ບັນດາເຈົ້າໜ້າ​ທີ່​ຂອງ​ຈີນ ​ໄດ້ທຳ​ການ​ຈັບ​ກຸມຫຼາຍຮ້ອຍ
​ຄົນ ​ຢູ່ໃນເຂດ Xinjiang ຊຶ່ງ​ເປັນພາກສ່ວນນຶ່ງ ໃນການ​ປາບ​ປາມ ທີ່ບາງ​ຄົນ​ເຫັນ​ວ່າເປັນ​
ການກົດຂີ່ນັ້ນ.
CHINA XINJIANG VO
please wait
Embed

No media source currently available

0:00 0:00:37 0:00
XS
SM
MD
LG