ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ໂຊມາເລຍເປັນບ່ອນທີ່ ສ່ຽງຫລາຍທີ່ສຸດ ຕໍ່ການກໍ່ການຮ້າຍ


ທ່ານ Paul Chandler ແລະພັນລະຍາຈາກອັງກິດ ທີ່ຖືກພວກໂຈນທະເລໂຊມາເລຍ ຈັບໄປກັກຂັງໄວ້ເປັນເວລານຶ່ງປີ ແລະໄດ້ຖືກປ່ອຍໂຕມາ ເມື່ອວັນທີ 14 ພະຈິກ 2010.

ກຸ່ມ​ແນະ​ນໍາ​ກ່ຽວ​ກັບການ​ສ່ຽງ​ໄພ​ໃນ​ໂລກ ກ່າວ​ວ່າ ເວລາ​ນີ້
ໂຊ​ມາ​ເລຍ ​ໄດ້​ກາຍ​ເປັນບ່ອນ​ທີ່​ມີ​ການສ່ຽງຫລາຍທີ່​ສຸດ​ຕໍ່
ການ​ກໍ່​ການ​ຮ້າຍ ​ແທນ​ທີ່ປະ​ເທດອັຟກາ​ນິສຖານ ອິຣັກ
ແລະ​ປາ​ກິ​ສຖານ​.

ກຸ່ມ Maplecroft ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ອັງກິດ ຊຶ່ງ​ໃຫ້​
ຄໍາ​ແນະ​ນໍາ​ແກ່ວົງ​ການ​ທຸລະ​ກິດ​ໃນ​ທົ່ວໂລກ​ ໄດ້ຈັດ​ອັນ​ດັບ
ຂອງ 196 ປະ​ເທດ ​ໃນ​ຖານະເປັນ​ບ່ອນ​ທີ່​ມີ​ການ​ສ່ຽງ​ໄພ​
ກັບການ​ກໍ່​ການ​ຮ້າຍ​ ອັນ​ດັບ​ສູງທີ່​ສຸດລົງ​ມາ​ຫາ​ອັນ​ດັບ​ຕໍ່​າ
ສຸດ.

ກຸ່ມ Maplecroft ​ໄດ້​ຈັດ​ໂຊ​ມາ​ເລຍ ຢູ່​ໃນ​ອັນ​ດັບ​ສູງ​ສຸດ
ຂອງບັນຊີ ຮອງອັນ​ດັບ​ລົງ​ມາ ​ແມ່ນ​ປາ​ກິ​ສຖານ ອິຣັກ ອັຟກາ​ນິສຖານ​ ແລະ​ພວກ​ດິນ​ແດນ​ຂອງ​ປາ​ເເລ​ສ​ໄຕ​ນ໌.

ກຸ່ມດັ່ງກ່າວ​ເວົ້າ​ວ່າ ​ໂຊ​ມາ​ເລຍໄດ້​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ 556 ຄັ້ງ​
ໃນ​ລະຫວ່າງ​ເດືອນ​ມິຖຸນາ​ ປີ 2009 ຫາ​ເດືອນມິຖຸນາ​ ປີ 2010 ​ເຮັດ​ໃຫ້​ປະຊາຊົນ​ເສຍ​
ຊີວິດ​ໄປ 1437 ຄົນ

ພວກ​ປະ​ເທດ​ອື່ນໆ​ຢູ່​ໃນ​ລະດັບ​ສູງ​ຂອງ​ບັນຊີ​ ທີ່​ມີ​ການ​ສ່ຽງ​ອັນຕະລາຍ​ຫລາຍ​ທີ່​ສຸດ​ ໄດ້​
ແກ່ ​ໂຄ​ລົມ​ເບຍ ​ໄທ ຟີ​ລິບ​ປິນ ​ເຢ​ເມນ​ແລະຣັດ​ເຊຍ.|

ພວກ​ປະ​ເທດ​ທີ່ຢູ່​ໃນ​ການ​ສ່ຽງ​ໄພ​ອັນ​ຕະລາຍ​ສູງ ຮອງ​ລົງ​ມາ​ອີກ ​ແມ່ນ​ຮວມທັງ​ອິຣ່ານ
ໄນ​ເຈ​ເຣຍ ສະ​ເປນ​ແລະ​ມຽນມາ. ສະຫະລັດ ອັງກິດ​ແລະ​ຝຣັ່ງ​ ແມ່ນຢູ່​ໃນ​ອັນ​ດັບ​ປານ
ກາງ ​ໃນ​ຂະນະ​ດຽວ​ກັນ ກາ​ນາ​ດາ​ແລະ​ເຢຍຣະ​ມັນ ແມ່ນ​ຕົກ​ຢູ່​ໃນ​ກໍລະນີ​ພວກ​ປະ​ເທດ
ທີ່​ມີ​ການ​ສ່ຽງ​ໄພອັນ​ດັບ​ຕໍ່າ.

XS
SM
MD
LG