ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ໂຈມ​ຕີ​ຕໍ່​ເອກ​ກະພາບຂອງ ​Africa ທີ່ກຳປາລາ


ເຈົ້າໜ້າ​ທ່ີ​ໃນ Uganda ຍັງສືບຕໍ່​ຊອກຄົ້ນຫາ​ໂຕ​ຜູ້​ຮັບຜິດຊອບຕໍ່​ການ ລະ​ເບີດ​ທ່ີ​ມີ​ການ​ປະສານ​ງານ​ກັນ​ສອງ​ຄັ້ງ ທ່ີ​ໄດ້​ເອົາ​ຊິວິດ​ຜູ້​ຄົນ​ໄປ​ຫຼາຍ​ກວ່າ 70 ຄົນ ທ່ີ​ໄດ້​ໄປ​ອັ່ງ​ແໜ້ນ​ກັນ​ຢູ່​ສະ​ໂມ​ສອນ​ກິລາ​ແລະ​ຮ້ານ​ອາຫານ​ທ່ີນິຍົມ​ກັນ ​ເພ່ືອຊົມ​ການ​ແຂ່ງຂັນ​ເຕະບານ​ໂລກ​ຮອບ​ຊິງ​ຊະນະ​ເລີດ​ທາງໂທລະ ພາບ. ຍ້ອນ​ມິດຕະພາບ​ທີ່​ມີ​ມາ​ເປັນ​ເວລາຍາວ​ນານ​ແລະໄກ້​ຊິດ​ກັບ​ປະຊາຊົນ Uganda ສຫຣ ຈ່ຶງມີຄວາມເສົ້າສະ​ລົດໃຈຢ່າງ​ສຸດ​ຊຶ້ງນຳ​ການ​ສູນ​ເສຽ ຊິວິດດ່ັງກ່າວ ຍ້ອນການ​ໂຈມ​ຕີທ່ີ​ຂີ້ຂາດ​ຕາຂາວ​ ທັງ​ເປັນ​ການ​ກະທຳ​ທ່ີ​ໜ້າ​ປະນາມຢ່າງ​ຍິ່ງ​ນັ້ນ.

ຢ່າງ​ໃດ​ກໍ​ຕາມ ການວາງລະ​ເບີດ​ດ່ັງກ່າວ​ນີ້ ບໍ່​ໄດ້​ເປັນການ​ໂຈມ​ຕີ​ ທ່ີ​ແນ​ໃສ່ ​ສະ​ເພາະ​ແຕ່ Uganda ແລະປະ​ຊາ​ຊົນ​ຂອງປະ​ເທດ​ດ່ັງກ່າວ​ເທ່ົາ​ນັ້ນ. ຖ້າ​ການ​ກ່າວ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຂອງ​ກຸ່ມຊາວ​ໂຊມາ​ເລຍຫົວ​ຕໍ່ສູ້​ກຸ່ມ​ນຶ່ງ ຫາກ​ເປັນ​ທ່ີ​ເຊ່ືອ​ຖື​ໄດ້ ກໍ​ໝາຍ​ຄວາມ​ວ່າ ການວາງ ລະ​ເບີດ​ດັ່ງກ່າວ​ ແມ່ນມີ​ເປົ້າ​ໝາຍ​ແນ​ໃສ່​ທຸກໆ​ຄົນ ທ່ີ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງ​ນາໆ​ຊາດ ທ່ີ​ຈະ​ນຳ​ເອົາສະເຖຍລະ​ພາບກັບຄືນ​ມາສູ່ຂົງ​ເຂດ​ທີ່ວຸ້ນວາຍ​ແຫ່ງນັ້ນ​ນຳ. ຄວາມ​ຈິງ​ແລ້ວ ​ກໍ​ແມ່ນ​ວ່າ ມັນ​ແມ່ນການ​ໂຈມ​ຕີ​ ຕໍ່​ຄວາມສາມັກຄີເປັນ​ເອກ​ກະພາບຂອງ ​Africa ທ່ີ Uganda ພ້ອມ​ດ້ວຍສະມາຊິກ​ອື່ນໆ ຂອງ​ສະຫະພາບ Africa ​ເປັນຜູ້​ຢູ່​ດ້ານ​ໜ້າ ນຳພາ​ໃນ​ການ​ປະຕິບັດ​ງານ ເພື່ອ​ແກ້​ໄຂ​ບັນຫາຕ່າງໆ​ຂອງ Africa ຕາມ​ແນວທາງ​ຂອງ Africa ​ເອງນັ້ນ.

ລັັດຖະບານ​ກາງ​ໄລຍະ​ຂ້າມ​ຜ່ານ​ຂອງ​ໂຊ​ມາ​ເລຍ ​ພວມ​ພະຍາຍາມ​ນຳ ​ເອົາ​ຄວາມ​ສະ​ງົບ​ສຸກ​ແລະ​ຄວາມ​ໝັ້ນຄົງ ​ມາສູ່ Mogadishu ນະຄອນ ຫຼວງຂອງ​ຕົນ ໂດຍການ​ສະໜັບສະໜູນ​ຂອງ​ກຳລັງ​ຮັກສາ​ສັນຕິພາບ​ຂອງ Africa ນັ້ນ. ພາກສ່ວນ​ທີ່​ສຳຄັນ​ຂອງ​ກອງກຳລັງ​ຂອງ​ສະຫະພາບ Africa ທ່ີ​ເອີ້ນ​ກັນ​ວ່າ ​ AMISOM ນັ້ນ ກໍ​ແມ່ນທະຫານ​ຈາກ Uganda ແລະປະ​ເທດເພື່ອນ​ບ້ານ​ Burundi ຊ່ຶງສົມຄວນທີ່​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍຍ້ອນວຽກ​ງານດ່ັງກ່າວ​ຂອງ​ເຂົາ​ເຈົ້າ.

ແທນ​ທ່ີ​ຈະ​ເປັນ​ແນວ​ນັ້ນ ພວກ​ຫົວ​ຕໍ່ສູ້ Somalia ​ກັບ​ໄດ້​ທຳ​ການ​ຂົ່ມ​ຂູ່​ມາ​ເປັນ​ເວລາ​ຫຼາຍ​ອາທິດ ​ເພ່ືອ​ບັງຄັບ​ໃຫ້ Uganda ຖອນກຳລັງ​ຮັກສາ ສັນຕິພາບຂອງ​ຕົນ​ ຊຶ່ງ​ເວລາ​ນີ້​ມີຈຳນວນ​ປະມານ 3600 ຄົນ​ນັ້ນ ອອກ​ໄປ. ​ໄດ້​ມີ​ການ​ກ່າວຄຳຂູ່​ນັ້ນຂຶ້ນ​ອີກໃໝ່​ໃນ​ເວລາ​ບໍ່​ທ່ໍ​ໃດ​ມື້ ກ່ອນ​ການ​ໂຈມ​ຕີ​ດັ່ງກ່າວ ​ເວລາ Uganda ກັບປະ​ເທດອື່ນໆ​ໃນ Africa ຕາ​ເວັນ​ອອກ ​ໄດ້​ປະຕິຍານ​ວ່າ ​ຈະ​ສ່ົງ​ທະຫານ​ໄປ​ເພ່ີມ 2000 ຄົນ. ​ຄວາມ​ຮ້າຍ​ແຮງ​ຂອງ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍໃນ​ຄັ້ງນີ້ ຢູ່ໃນ​ເມືອງ​ທ່ີ​ຮູ້ກັນ​ວ່າ ມີ​ຄວາມ​ສະຫງົບ​ພໍ​ສົນຄວນ​ນັ້ນ ​ແມ່ນ​ໄດ້​ຖືກ​ເນ້ນ​ຢໍ້າໂດຍ​ລາຍ​ຊື່​ອັນ​ຍາວ​ຢຽດຂອງພົນລະ​ເມືອງ​ຂອງ​ປະ​ເທດ​ອື່ນໆ​ຫລາຍ​ປະ ​ເທດ ທີ່​ໄດ້​ເສຍ​ຊີວິດ​ໄປ ຂະນະທ່ີ​ເຂົາ​ເຈົ້າ​ກຳລັງ​ຊົມການ​ແຂ່ງຂັນ​ກິລາ​ນາໆ​ຊາດ​ຄັ້ງ​ສຳຄັນ​ຢູ່​ນັ້ນ. ​ ນອກຈາກ​ນີ້​ແລ້ວ​ ການວາງ​ລະ​ເບີດ​ດ່ັງ​ກ່າວ​ ກໍ​ຍັງ​ຖືກ​ມອງ​ເຫັນ​ວ່າ ​ເປັນ​ການ​ບອກ​ເຕືອນ ​ຕໍ່​ສະຫະພາບ ​Africa ທ່ີ​ຈະຈັດ​ປະຊຸມ​ສຸດ​ຍອດ​ປະຈຳ​ປີ​ຂຶ້ນ ທ່ີນະຄອນຫລວງ Kampala ໃນທ້າຍ​ເດືອນນີ້.

ເຖິງ​ຢ່າງ​ໃດ​ກໍ​ຕາມ ປະທານາທິບໍດີ Uganda ທ່ານ ​ໂຢ​ເວຣີ ມູ​ເຊ​ເວ​ນີ ກໍ​ຈະ​ບໍ່ຍອມ​ກົ້ມ​ຫົວ​ໃຫ້ ​ແລະ​ກໍ​ມີ​ທ່າ​ທາງ​ວ່າ ພວກ​ຜູ້ນຳ​ດ້ວຍ​ກັນ​ຂອງ​ ​ ສະຫະພາບ Africa ກໍຕໍ່ຕ້ານ​ຢ່າງ​ເດັດ​ດຽວ​ເຊັ່ນ​ດຽວ​ກັນ. ທາງ ສຫຣ ​ເອງກໍ​ຈະ​ປະຕິບັດ​ພາກສ່ວນ​ຂອງ​ຕົນ ຕາມ​ຄຳ​ຂໍ​ຮ້ອງ​ຂອງ Uganda ​ໂດຍ​ຈະ​ສົ່ງ​ພວກ​ນັກ​ສືບສວນສອບ​ສວນ​ໄປ​ຊ່ອຍຊອກ​ຄົ້ນ​ຫາ​ຄົນ​ຮ້າຍ ທີ່​ທຳ​ການ​ໂຈມ​ຕີນັ້ນ ທັງ​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ທ່ີ​ອາດ​ຈຳ​ເປັນ​ແນວ​ອື່ນໆ​ອີກ​ນຳ.

XS
SM
MD
LG