ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ອັງກິດ ກ່າວປະນາມ ການກໍ່ການຮ້າຍໃນ ລອນດອນ


ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ກ່າວຄຳປາໄສຢູ່ນອກຖະໜົນ Downing ທີ 10 ຫຼັງຈາກ
ການໂຈມຕີຢູ່ຂົວ ລອນດອນ ແລະ ຕະຫຼາດ Borough ທີ່ເຮັດໃຫ້ປະຊາຊົນເສຍຊີວິດ 7 ຄົນ ແລະ ບາດເຈັບຫຼາຍ
ສິບຄົນໃນນະຄອນຫຼວງ ລອນດອນ. 4 ມິຖຸນາ, 2017.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ກ່າວຄຳປາໄສຢູ່ນອກຖະໜົນ Downing ທີ 10 ຫຼັງຈາກ ການໂຈມຕີຢູ່ຂົວ ລອນດອນ ແລະ ຕະຫຼາດ Borough ທີ່ເຮັດໃຫ້ປະຊາຊົນເສຍຊີວິດ 7 ຄົນ ແລະ ບາດເຈັບຫຼາຍ ສິບຄົນໃນນະຄອນຫຼວງ ລອນດອນ. 4 ມິຖຸນາ, 2017.

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ໄດ້ກ່າວໃນວັນອາທິດມື້ນີ້ວ່າ ການໂຈມຕີກໍ່ການຮ້າຍສາມຄັ້ງໃນອັງກິດ ໃນສາມເດືອນທີ່ຜ່່ານມາ, ລວມທັງຢູ່ຂົວ
ລອນດອນ ແລະ ຕະຫຼາດ Borough ໃນວັນອາທິດມື້ນີ້ ແມ່ນ “ເຊື່ອມໂຍງກັນກັບ ແນວຄິດອຸດົມການທີ່ຊົ່ວຮ້າຍຂອງລັດທິກໍ່ການຮ້າຍ ອິສລາມ.”

ທ່ານນາງກ່າວວ່າ “ລັດທິກໍ່ການຮ້າຍ ແຜ່ພັນລັດທິກໍ່ການຮ້າຍ” ແລະ ພວກຜູ້ກະທຳ
ຜິດແມ່ນ “ໄດ້ຮຽນແບບກັນຕໍ່ໆໄປ.”

ທ່ານນາງ ກ່າວວ່າ ມັນມີ “ການອົດກັ້ນສຳລັບລັດທິກໍ່ການຮ້າຍໃນປະເທດຂອງພວກ
ເຮົາມາຫຼາຍໂພດ,” “ພວກເຮົາຕ້ອງເຂັ້ມແຂງໃນການລະບຸ ແລະ ກຳຈັດລັດທິກໍ່ການ
ຮ້າຍໃນການບໍລິການສັງຄົມ ແລະ ສັງຄົມທົ່ວປະເທດ.”

ຜູ້ນຳອັງກິດ ເວົ້າວ່າ “ມັນເຖິງແລ້ວທີ່ຈະເວົ້າວ່າ ພໍແລ້ວ ພໍທໍ່ນີ້.”

ຕຳຫຼວດ ລອນດອນ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ປະຊາຊົນ 7 ຄົນ ແລະ ຜູ້ໂຈມຕີ 3 ຄົນໄດ້ຖືກຂ້າຕາຍໃນເຫດການກໍ່ການຮ້າຍຄັ້ງຫຼ້າສຸດໃນ ອັງກິດ. ປະຊາຊົນ 48 ຄົນ ໄດ້ຮັບບາດເຈັບໃນເຫດການດັ່ງກ່າວ, ບາງຄົນມີອາການສາຫັດ.

ບັນດາເຈົ້າໜ້າທີ່ກ່າວວ່າ ການກວດຄົ້ນທີ່ເຊື່ອມໂຍງກັບການໂຈມຕີໃນເຂດຕະເວັນ
ອອກ ຂອງນະຄອນຫຼວງ ລອນດອນ ແມ່ນກຳລັງດຳເນີນຢູ່. ຂໍ້ມູນດັ່ງແມ່ນບໍ່ໄດ້ຖືກເປີດ
ເຜີຍເທື່ອ.

ການໂຈມຕີນີ້ ໄດ້ເລີ່ມຂຶ້ນໃນເວລາທີ່ລົດຕູ້ສົ່ງເຄື່ອງ ໄດ້ຕຳເຂົ້າໃສ່ຄົນທີ່ຍ່າງຢູ່ຂົວ
ລອນດອນ ດ້ວຍຄວາມໄວສູງ ໃນຄືນວັນເສົາວານນີ້, ແລ້ວຕໍ່ໄປຈົນຮອດຕະຫຼາດ
Borough ບ່ອນທີ່ຜູ້ຊາຍສາມຄົນໄດ້ລົງຈາກລົດ ແລະ ທຳການແທງຄົນຫຼາຍຄັ້ງ.

ຕຳຫຼວດໄດ້ກ່າວວ່າ ພວກໂຈມຕີທັງສາມຄົນໄດ້ຖືກຍິງຕາຍໂດຍເຈົ້າໜ້າທີ່ຕິດອາວຸດ
ພາຍໃນ 8 ນາທີຂອງການໂທຫາໜ່ວຍບໍລິການສຸກເສີນຄັ້ງທຳອິດ. ຕຳຫຼວດກ່າວວ່າ ກະປ໋ອງທີ່ພວກໂຈມຕີໄດ້ມັດຕິດ, ໄດ້ເຮັດພວກເຂົາເບິ່ງຄືວ່າເປັນມືລະເບີດສະຫຼະຊີບ, ແຕ່ມັນແມ່ນຂອງປອມ.

ໜ່ວຍບໍລິການລົດພະຍາບານ ລອນດອນ ໄດ້ກ່າວໃນຖະແຫຼງໃນ Twitter ວ່າ ພວກ
ເຂົາເຈົ້າໄດ້ຂົນສົ່ງປະຊາຊົນ 48 ຄົນໄປໂຮງໝໍໃນທົ່ວຕົວເມືອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG