ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາ ສະມາຊິກ ສະພາ ສຫລ ບັນລຸ ຂໍ້ຕົກລົງ ຊົ່ວຄາວ ເພື່ອຫຼີກເວັ້ນ ບໍ່ໃຫ້ ລັດຖະບານ ປິດ ອີກຄັ້ງນຶ່ງ


ປ້າຍແຂວນ ຢູ່ປະຕູ ຫ້ອງຄະນະກຳມະການຈັດສັນງົບປະມານ ຂອງສະພາສູງ ຂະນະທີ່ທັງສອງພັກ ໃນສະພາຕ່ຳ ແລະສະ​ພາສູງ ພະຍາຍາມຕໍ່ລອງກັນ ເພື່ອເຈລະຈາ ໃນເລື້ອງ ຄວາມປອດໄພຢູ່ຊາຍແດນ ໃນຄວາມຫວັງ ຈະຫລີກເວັ້ນ ບໍ່​ໃຫ້​ມີການປິດລັດຖະບານ ອີກຄັ້ງນຶ່ງ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 11 ກຸມພາ 2019.
ປ້າຍແຂວນ ຢູ່ປະຕູ ຫ້ອງຄະນະກຳມະການຈັດສັນງົບປະມານ ຂອງສະພາສູງ ຂະນະທີ່ທັງສອງພັກ ໃນສະພາຕ່ຳ ແລະສະ​ພາສູງ ພະຍາຍາມຕໍ່ລອງກັນ ເພື່ອເຈລະຈາ ໃນເລື້ອງ ຄວາມປອດໄພຢູ່ຊາຍແດນ ໃນຄວາມຫວັງ ຈະຫລີກເວັ້ນ ບໍ່​ໃຫ້​ມີການປິດລັດຖະບານ ອີກຄັ້ງນຶ່ງ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 11 ກຸມພາ 2019.

ບັນດານັກເຈລະຈາ ຂອງລັດຖະສະພາສະຫະລັດ ໄດ້ບັນລຸຂໍ້ຕົກລົງ ໃນດ້ານຫຼັກການ
ເພື່ອອະນຸມັດງົບປະມານ​ການໃຊ້ຈ່າຍ ​ຂອງລັດຖະບານ ແລະ ຫລີກເວັ້ນ ບໍ່​ໃຫ້​ມີການ
ປິດລັດຖະບານ ອີກຄັ້ງນຶ່ງ ໃນທ້າຍສັບປະດານີ້.

ກຸ່ມທີ່ປະກອບດ້ວຍທັງສອງພັກການເມືອງ ບໍ່ໄດ້ເປີດເຜີຍລາຍລະອຽດຂອງຂໍ້ຕົກລົງ
ດັ່ງກ່າວ ແຕ່ບັນດາຜູ້ຊ່ວຍລັດຖະສະພາ ໄດ້ກ່າວວ່າ ຂໍ້ຕົກລົງນັ້ນ ປະ ກອບດ້ວຍເງິນ
ປະມານ 1 ພັນ 4 ຮ້ອຍລ້ານໂດລາ ເພື່ອກໍ່ສ້າງຮົ້ວໃໝ່ ໄລຍະຍາວ 88 ກິໂລແມັດ ຢູ່
ຊາຍແດນລະຫວ່າງ ສະຫະລັດ ຕິດກັບ ເມັກຊິໂກ. ມັນຍັງ ລວມທັງ ການຍົກລະດັບ
ໃນດ້ານເທັກໂນໂລຈີ ສຳລັບການກວດກາຢູ່ດ່ານກວດຄົນເຂົ້າເມືອງ ຕາມຊາຍແດນ
ພ້ອມດ້ວຍ ເພີ້ມເຈົ້າໜ້າທີ່ພາສີ ແລະການຊ່ອຍ ເຫຼືອດ້ານມະນຸດສະທຳ ໃຫ້ຫຼາຍຂຶ້ນ.

ໃນເວລາສອງສາມເດືອນຜ່ານມາ ປະທານາທິບໍດີ ດໍໂນລ ທຣຳ ໄດ້ຮຽກຮ້ອງຂໍເງິນ
5 ພັນ 7 ຮ້ອຍລ້ານໂດລາສຳລັບສ້າງກຳແພງຢູ່ຊາຍແດນທີ່ທ່ານຕ້ອງການ ໃນຂະນະ
ທີ່ພັກເດໂມແຄຣັດ ຕີລາຄາຂໍ້ສະເໜີດັ່ງກ່າວ ວ່າເປັນການສິ້ນ ເປືອງ ແລະບໍ່ມີປະສິດ
ທິພາບ ແລະໄດ້ກ່າວວ່າ ພວກເພິ່ນພຽງແຕ່ອະນຸມັດ ພວກມາດຕະການຮັກສາຄວາມ
ປອດໄພເທົ່ານັ້ນ ໂດຍປາດສະຈາກເງິນສຳລັບ ກຳແພງແຕ່ຢ່າງໃດ.

ຂໍ້ຕົກລົງຊົ່ວຄາວດັ່ງກ່າວ ປຽບເໝືອນກັບການປະນີປະນອມກັນ ໃນລະດັບນຶ່ງ.

“ບໍ່ມີຜູ້ໃດເລີຍ ພາຍໃນກຸ່ມຂອງພວກເຮົາ ຈະໄດ້ໝົດທຸກສິ່ງທຸກຢ່າງ ທີ່ພວກເຮົາ
ຢາກໄດ້. ແຕ່ບໍ່ມີຜູ້ໃດເລີຍໄດ້ຕາມໃຈ”
ນັ້ນແມ່ນຄຳເວົ້າຂອງສະມາຊິກສະພາສູງ
ສັງກັດພັກເດໂມແຄຣັດ ທ່ານແພັດທຣິກ ເລຮີ ຜູ້ທີ່ຢູ່ໃນຄະນະກຳມະການເຈລະຈາ
ທີ່ໄດ້ກ່າວໄປ. ທ່ານກ່າວຕື່ມວ່າ “ພວກເຮົາຈະໄດ້ ສິ່ງທີ່ດີທີ່ສຸດ ສຳລັບ ສະຫະລັດ.”

ມັນບໍ່ທັນເປັນທີ່ຈະແຈ້ງເທື່ອ ທ່ານ ທຣຳ ຈະລົງນາມໃນຂໍ້ຕົກລົງດັ່ງກ່າວ ທີ່ບໍ່ ມີເງິນ
ທັງໝົດ ສຳລັບສ້າງກຳແພງຂອງທ່ານ ແຕ່ ສະມາຊິກສະພາສູງ ທ່ານ ຣີຊາຣດ໌ ແຊລບີ
ສັງກັດພັກຣີພັບບລີກັນ ຜູ້ນຳພາຄະນະກຳມະການຈັດສັນງົບ ປະມານຂອງສະພາສູງ
ໄດ້ກ່າວວ່າ ທ່ານເຊື່ອວ່າ ຈາກການປຶກສາຫາລືກັບ ຄະນະລັດຖະບານທ່ານທຣຳ
ແລ້ວນັ້ນ ຂໍ້ຕົກລົງຊົ່ວຄາວ ຈະໄດ້ຮັບການສະ ໜັບສະໜຸນ ຂອງທ່ານປະທານາທິບໍດີ.

ສ່ວນ ສະມາຊິກສະພາສູງ ທ່ານນາງ ແຊລລີ ມົວຣ໌ ຄາປີໂຕ ຈາກພັກຣີພັບ ບລີກັນອີກ
ທ່ານນຶ່ງ ທີ່ຢູ່ໃນຄະນະກຳມະການເຈລະຈາ ໄດ້ກ່າວວ່າ ທ່ານນາງ ຍັງຄົງ “ມີຄວາມ
ຫວັງ ໃນແງ່ດີ ຫາກແຕ່ຍັງບໍ່ຄ່ອຍໝັ້ນໃຈ”
ແລະຍິນດີທີ່ຈະສະຫລຸບລາຍລະອຽດຕ່າງໆ
ໃຫ້ສຳເລັດ.

ແຕ່ກໍຍັງມີບາງສ່ວນຈາກເພື່ອນສະມາຊິກພັກຣີພັບບລີກັນທີ່ຍັງຄັດຄ້ານຕໍ່ຂໍ້ຕົກ ລົງ.
ເຊັ່ນ ສະມາຊິກສະພາຕ່ຳ ທ່ານ ມາກ ແມດາວສ໌ ໄດ້ເອີ້ນ ຂໍ້ຕົກລົງນັ້ນ ວ່າ “ບໍ່ແມ່ນ
ການພະຍາຍາມ ທີ່ເອົາຈິງເອົາຈັງ ເພື່ອທີ່ຈະເຮັດໃຫ້ຊາຍແດນຂອງພວກເຮົາປອດ
ໄພເລີຍ”
ແລະໄດ້ກ່າວວ່າ “ລັດຖະສະພາ ບໍ່ໄດ້ເຮັດໜ້າທີ່ຂອງຕົນ.”

ທຳນຽບຂາວ ແລະບັນດາສະມາຊິກສະພາ ກຳລັງປະເຊີນກັບເສັ້ນຕາຍ ໃນວັນສຸກຈະ
ມາເຖິງນີ້ ໃນເມື່ອງົບປະມານ ຈະໝົດອີກຄັ້ງນຶ່ງ ສຳລັບການປະ​ຕິ​ບັດງານປະມານນຶ່ງ
ສ່ວນສີ່ ຂອງລັດຖະບານ ເພື່ອທີ່ຈະຫລີກເວັ້ນ ການປິດລັດຖະ ບານເທື່ອໃໝອີກ ສາມ
ສັບປະດາ ຫຼັງຈາກທີ່ໄດ້ມີການປິດລັດຖະບານ ທີ່ດົນ ເປັນປະຫວັດການເຖິງ 35 ວັນ
ໄດ້ສິ້ນສຸດລົງ ໃນວັນທີ 25 ມັງກອນ ຜ່ານມາ.

ທີ່ປຶກສາທຳນຽບຂ່າວ ຮັກສາການຊົ່ວຄາວ ທ່ານ ມິກ ໂມລເວນີ ໄດ້ກ່າວຕໍ່ ລາຍການ
ຂ່າວ ໂທລະພາບ NBC ໃນວັນອາທິດມື້ກ່ອນນີ້ວ່າ ຖ້າທ່ານທຣຳ ບໍ່ໄດ້ເງິນສຳລັບ​
ສ້າງກຳແພງຫຼາຍຕາມຄວາມຕ້ອງການຂອງທ່ານແລ້ວ ທ່ານ ອາດຈະຫັນຍຸດທະວິທີ
ແລະຈະຖອນງົບປະມານ ຈາກລັດຖະບານອື່ນໆ ອັນເປັນການເຄື່ອນໄຫວ ທີ່ແນນອນ
ວ່າ ຈະດຶງດູດການທ້າທ້າຍ ໃນດ້ານກົດໝາຍ ຈາກພັກເດໂມແຄຣັດ.

Trump Rallies Supporters, Calls for Border Wall
please wait

No media source currently available

0:00 0:02:13 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG