ການລົງມະຕິໄດ້ເລີ່ມຂຶ້ນເມື່ອວັນເສົາວານນີ້ ກ່ຽວກັບ 247 ມາດຕາ ຢູ່ໃນເອກກະສານຊຸດໃໝ່ ຊຶ່ງຈະໃຊ້ແທນລັດຖະທໍາມະນູນ ທີ່ປະກາດໃຊ້ໂດຍທ່ານ Morsi ເມື່ອປີ ຜ່ານມາ.
ອົງການຂາວຝຣັ່ງ ລາຍງານວ່າ ຄະນະກໍາມະການໄດ້ອະນຸມັດ ຫຼາຍກວ່າ ເຄິ່ງນຶ່ງຂອງຈໍານວນມາດຕາດັ່ງກ່າວ ເມື່ອວັນເສົາວານນີ້. ຄະນະກໍາມະ ການ ທີ່ມີຈໍານວນ 50 ຄົນ ຈະເລີ່ມລົງມະຕິຄືນອີກ ໃນວັນອາທິດມື້ນີ້.
ຄະນະກໍາມະການ ມີແຜນການທີ່ຈະຍື່ນສະເໜີຮ່າງລັດຖະທໍາມະນູນຕໍ່ປະທານາທິບໍດີ ຊົ່ວຄາວ ທ່ານ Adly Mansour ພາຍໃນກາງອາທິດນີ້. ຄາດວ່າມາດຕະການດັ່ງກ່າວ ຈະມີການລົງປະຊາມະຕິຮັບຮອງເອົາ ໃນຕົ້ນປີໜ້ານີ້.
ທ່ານ Amr Moussa ນັກການເມືອງ ແລະເປັນຫົວໜ້າຄະນະກໍາມະການນີ້ ບອກພວກນັກຂ່າວວ່າ ມີຂໍ້ຕົກລົງທີ່ອາດມີການປ່ຽນແປງໄດ້ ສໍາລັບທັງໝົດ 247 ມາດຕານັ້ນ ຊຶ່ງໂຮມທັງ ຂໍ້ກຳນົດນຶ່ງທີ່ລະບຸເອົາກົດໝາຍອີສ ລາມ ໃຫ້ເປັນຫຼັກການສໍາຄັນ ຂອງນິຕິບັນຢັດນັ້ນ.
ມີອີກມາດຕານຶ່ງທີ່ເວົ້າວ່າ ສະພາສູງສຸດຂອງກອງທັບ ຈະຕ້ອງເຫັນພ້ອມ ກັບຜູ້ທີ່ຖືກແຕ່ງຕັ້ງໃຫ້ເຂົ້າກຳຕໍາແໜ່ງລັດຖະມົນຕີປ້ອງກັນປະເທດຂອງລັດຖະບານນັ້ນນໍາ.