ຄວາມເຄັ່ງຕຶງຍັງດໍາເນີນຢູ່ຕໍ່ມາ ໃນເມືອງຫລວງ ຂອງເວເນ
ຊູເອລາໃນວັນພະຫັດມື້ນີ້ ລຸນຫຼັງຄໍ່າຄືນແຫ່ງຄວາມຮຸນແຮງ
ໃນການເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານ.
ຕໍາຫຼວດປາບປາມຈາລະຈົນໄດ້ປະທະກັນກັບພວກເດີນຂະ
ບວນ ທີ່ພາກັນແກວ່ງກ້ອນຫີນ ໃນນະຄອນ Caracas ໃນ
ຄືນວັນພຸດວານນີ້ ຂະນະທີ່ຜູ້ນໍາຝ່າຍຄ້ານ ທ່ານ Leopold
Lopez ກໍາລັງລໍຖ້າ ການດໍາເນີນຄະດີ.
ທ່ານ ໄດ້ເຂົ້າມອບໂຕໃນວັນອັງຄານຜ່ານມາ ໂດຍຖືກກ່າວ
ຫາວ່າ ຍຸຍົງໃຫ້ມີ ການເດີນຂະບວນປະທ້ວງຢ່າງຮຸນແຮງ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງ
ໜ້ອຍຫ້າຄົນ.
ບັນດາຜູ້ສະໜັບສະໜູນ ທ່ານ Lopez ໄດ້ພາກັນເຕົ້າໂຮມກັນຢູ່ນອກຕຶກສານ ໃນນະ
ຄອນ Caracas ເພື່ອສະແດງຄວາມເປັນນໍ້ານຶ່ງໃຈດຽວ.
ທ່ານ Juan Gutierrez ທະນາຍຄວາມ ຂອງທ່ານ Lopex ກ່າວວ່າ :
“ພວກເຮົາ ບໍ່ຕ້ອງການໃຫມີການດໍາເນີນຄະດີເພື່ອຈຳຄຸກ ໂດຍປາດສະຈາກການຮັບ
ຟັງຄຳໃຫ້ການຕໍ່ສານ. ພື້ນຖານແນວຄິດຂອງທ່ານ Lopez ບໍ່ພຽງແຕ່ ສະແດງເຖິງ
ສິດທິປະຊາທິປະໄຕຂອງທ່ານເທົ່ານັ້ນ ແຕ່ເຖິງກະບວນການຍຸຕິທຳ ຄືກັນດຳເນີນຄະ
ດີໂດຍມີການຄໍ້າປະກັນທຸກໆຢ່າງ.”
ການປະທ້ວງທີ່ນຳພາໂດຍພວກນັກສຶກສາ ແມ່ນການທ້າທາຍໃຫຍ່ທີ່ສຸດ ຕໍ່ປະ ທານາ
ທິບໍດີ Nicolas Maduro ນັບຕັ້ງແຕ່ທ່ານໄດ້ຖືກເລືອກເຂົ້າຮັບຕຳແໜ່ງ ໃນປີແລ້ວນີ້
ລຸນຫລັງການເຖິງແກ່ອະສັນຍະກຳຂອງທ່ານ Hugo Chavez.
ທ່ານ Maduro ກ່າວວ່າ ຜູ້ນໍາຝ່າຍຄ້ານ ແລະຄົນອຶ່ນໆ ຈະເປັນຜູ້ຮັບຜິດຊອບ ຕໍ່ອັນທີ່
ທ່ານຮ້ອງວ່າ ການພະຍາຍາມເຮັດລັດຖະປະຫານ ຊຶ່ງທ່ານກ່າວຕື່ມອີກວ່າ “ຜູ້ຜະເດັດ
ການຟາຊິສ Leopold Lopez ຄົນນີ້ ພວກເຮົາໄດ້ກັກຂັງໄວ້ແລ້ວແລະຢູ່ໃນຄຸກ ບ່ອນ
ທີ່ປອດໄພ ແລະຖືກກ່າວຫາ ໃນຖານຮຽກຮ້ອງ ໃຫ້ ເຮັດລັດຖະປະຫານດັ່ງກ່າວ. ລາວ
ຕ້ອງໄດ້ຕອບຄໍາຖາມ ພ້ອມດ້ວຍ ຜູ້ສົມຮູ້ຮ່ວມຄິດກັບລາວ ໃນການລັດຖະປະຫານດັ່ງ
ກ່າວ. ຜູ້ໃດຜູ້ນຶ່ງຕ້ອງຮັບຜິດຊອບຕໍ່ການ ກໍ່ຄວາມຮຸນແຮງທີ່ເກີດຂື້ນຢູ່ໃນປະເທດນີ້. ນຶ່ງ
ໃນຈໍານວນນີ້ແມ່ນຢູ່ໃນຄຸກແລ້ວ. ຄົນອື່ນໆອີກຈະເຂົ້າໄປຢູ່ທີ່ນັ້ນເທື່ອລະຄົນໃນວິທີດຽວກັນຢູ່ໃນຄຸກແຫ່ງດຽວກັນ. ຂ້າພະເຈົ້າບໍ່ມີຄວາມສົງໄສໃດໆກ່ຽວກັບເລື່ອງນີ້. ຂ້າພະເຈົ້າ
ຈະປົກປ້ອງປະຊາທິປະໄຕ ແລະສັນຕິພາບ ຢູ່ໃນປະເທດນີ້.