ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພີ່ນ້ອງ ຜູ້ໂດຍສານ ຊາວຈີນ ຢາກໄດ້ ຄຳຕອບ ກ່ຽວກັບ ເຮືອບິນ ທີ່ຫາຍສາບສູນ (ສະໄລດ໌/ວີດີໂອ)


ຄວາ​ມ​ໂກດ​ແຄ້ນ​ກ່ຽວ​ກັບການ​ຂາດ​ຄວາມ​ກ້າວໜ້າໃນ​ການ​
ຊອກ​ຫາ ​ເຮືອບິນ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ ​ໄດ້​ລະ
ເບີດ​ຂື້ນ​ໃນ​ວັນ​ພຸດ​ມື້​ນີ້ທີ່​ກອງ​ປະຊຸມ​ຖະແຫຼງຂ່າວປະ​ຈຳ​ວັນ
ບ່ອນ​ທີ່​ພວກຍາດຕິ​ພີ່ນ້ອງ​ ຂອງ​ຜູ້​ໂດຍສານຊາວຈີນທີ່​ຫາຍ​
ສາບ​ສູນ​ໄປ​ນັ້ນ ປະ​ເຊີນ​ໜ້າ​ກັບພວກ​ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍ.

ບັນດາ​ຄອບຄົວ​ທີ່​ໂສກ​ເສົ້າເສຍ​ໃຈ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫ້ອງ
ບ່ອນ​ທີ່ການຖະແຫຼງ ຂ່າວ​ຕໍ່​ສື່​ມວນ​ຊົນ​ໄດ້​ຈັດ​ໄວ້​ນັ້ນ ໂດຍ
ພາກັນຮ້ອງ​ໂຮ​ແລະ​ຍົກປ້າຍຮຽກຮ້ອງ​ໃຫ້ມາ​ເລ​ເຊຍ “ບອກ
​ຄວາມ​ຈິງ” ວ່າ ແມ່ນ​ຫຍັງ​ເກີດໄດ້​ຂື້ນ​ກັບ​ເຮືອບິນທີ່​ໄດ້​ຫາຍ
​ສາບ​ສູນ​ໄປ ​ແຕ່​ວັນ​ທີ 8 ​ເດືອນ​ມີນານັ້ນ.

MALAYSIA PLANE SOTVO
please wait
Embed

No media source currently available

0:00 0:00:55 0:00


ສອງ​ສ່ວນ​ສາມ ຂອງ​ຜູ້​ໂດຍສານ​ 227 ຄົນ ໃນ​ເຮືອບິນ ແມ່ນ​ເປັນ​ຊາວ​ຈີນ. ຫຼາຍໆຄອບ
ຄົວ​ຂອງ​ເຂົາ​ເຈົ້າ​ພາກັນ​ເລີ້ມ​ໃຈ​ຮ້າຍ ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ​ວ່າ ມີ​ການ​ຂັດ​ແຍ້​ງ ຫລືສັບສົນ​ວຸ້ນວາຍ​ຕໍ່​ລາຍ​ລະອຽດ ທີ່​ມີການເປີດເຜີຍ ໂດຍມາ​ເລ​ເຊຍ. ຈຳນວນ​ນຶ່ງ​ໄດ້​ຂົ່ມ
ຂູ່​ທີ່​ອົດອາຫານປະ​ທ້ວງ​.

ກຳລັງ​ຮັກສາ​ຄວາມ​ປອດ​ໄພ ມາ​ເລ​ເຊຍ ​ໄດ້​ໃຊ້ກຳລັງບັງຄັບ​ໃຫ້​ພວກ​ພີ່ນ້ອງ​ຊາວຈີນ ອອກ​
ຈາກ​ຫ້ອງໄປ ​ແລະ​ຕັນ​ປະຕູ​ເຂົ້າ ​ໃນ​ຂະນະ​ທີ່ນາໆ​ຊາດ ​ແລະ​ສື່ມວນ​ຊົນ​ທ້ອງ​ຖິ່ນ ​ໄດ້​ບັນທຶກ​ເຫດການ​ດັ່ງກ່າວ.

​ເວລາ​ກອງ​ປະຊຸມ​ໄດ້​ເລີ້ມ​ຂື້ນ ລັດຖະມົນຕີປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ທ່ານ Hisham-muddin Hussein ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ກຳລັງ​ “ພະຍາຍາມ ປະຕິບັດ​ໃຫ້​ດີ​ທີ່​ສຸດ” ​
ເພື່ອຊອກ​ຫາເຮືອບິນ ​ແລະ​ເຮັດໃຫ້ບໍລິເວນການ​ຊອກ​ຫາ​ຫາຈ້ອມ​ເຂົ້າ ຊຶ່ງ​ປັດ​ຈຸ​ບັນ​ນີ້​
ໄດ້​ກວມ​ເອົາ​ຫລາຍ​ກວ່າ​ ເຈັດ​ລ້ານ​ຕາລາງ​ກິ​ໂລ​ແມັດ.

XS
SM
MD
LG