ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມ​ເຄັ່ງຕຶງ​ໃນ ສະ​ຫະ​ລັດ ເພີ້ມ​ຂຶ້ນ ໃນ​ຂະ​ນະ​ທີ່ ​ຈຳ​ນວນ​ການ​ຕາຍ​ຈາກ ໄວ​ຣັ​ສ​ໂຄ​ໂຣ​ນາ​ ເພີ້ມຂຶ້ນ​ເຖິງ 9 ຄົນ


ພະ​ນັກ​ງານ​ຄົນ​ນຶ່ງ​ຢູ່​ສູນ​ກາງ​ Life Care Centerໃນ​ເມືອງ​ເຄີກ​ແລນ ລັດວໍ​ຊິ​ງ​ຕັນ ໃກ້​ກັບ​ນະ​ຄອນ​ຊີ​ອາ​ເຕີ​ນ ໃສ່​ໜ້າ​ກາກ ໃນ​ຂະ​ນະ​ທີ່​ລາວ​ອອກ​ຈາກ​ຕຶກ ວັນ​ຈັນ ທີ 2 ມີ​ນາ 2020.
ພະ​ນັກ​ງານ​ຄົນ​ນຶ່ງ​ຢູ່​ສູນ​ກາງ​ Life Care Centerໃນ​ເມືອງ​ເຄີກ​ແລນ ລັດວໍ​ຊິ​ງ​ຕັນ ໃກ້​ກັບ​ນະ​ຄອນ​ຊີ​ອາ​ເຕີ​ນ ໃສ່​ໜ້າ​ກາກ ໃນ​ຂະ​ນະ​ທີ່​ລາວ​ອອກ​ຈາກ​ຕຶກ ວັນ​ຈັນ ທີ 2 ມີ​ນາ 2020.

ຄວາມ​ເຂັ່ງ​ຕຶງ ​ກ່ຽວ​ກັບ​ ວິ​ທີຄວບ​ຄຸມ​ ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ແຜ່​ລະ​ບາ​ດຢ່າງວ່ອງ​ໄວ​ ​ໄດ້ເພີ້ມ
​ຂຶ້ນໃນວັນ​ອັງ​ຄານວ​ານນີ້ຢູ່​ໃນ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ຈຳ​ນວນຜູ້​ເສຍ​ຊີ​ວິດ​ໄດ້ເພີ້ມ​ຂຶ້ນ​ເຖິງ
9 ຄົນ ແລະ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ກ່ຽວ​ກັບ ຄວາມ​ສາ​ມາດຂອງ
​ລັດ​ຖະ​ບານທີ່​ຈະເລັ່ງ​ທຳ​ການ​ທົດ​ລອງ​ໄວພໍ ​ເພື່ອຮັບ​ມື​ກັບ​ວິ​ກິດ​ການ.

ການ​ເສຍ​ຊີ​ວິດ​ທັງ​ໝົດ​ໄດ້​ເກີດ​ຂຶ້ນ​ໃນ​ລັດ​ວໍ​ຊິງ​ຕັນ ແລະ​ສ່ວນ​ໃຫຍ່​ແມ່ນ​ຄົນ​ທີ່​ຢູ່ ​ບ້ານ​ພັກ
ຄົນ​ຊະ​ລາ ​ຢູ່ນອກ​ນະ​ຄອນ​ ຊີ​ອາ​ເຕີ​ນ. ຈຳ​ນວນ​ກໍ​ລະ​ນີ​ຢູ່​ໃນ​ ສະ​ຫະ​ລັດ​ທັງ​ໝົດ​ໄດ້ເພີ້ມ​
ຂຶ້ນ​ກາຍ 100 ຄົນ ​ຢູ່​ທົ່ວຢ່າງໜ້ອຍ 14 ລັດ ພ້ອມ​ດ້ວຍ 27 ຄົນຢູ່​ໃນລັດ​ ວໍ​ຊິງ​ຕັນ.

“ອັນ​ທີ່​ເກີດ​ຂື້ນ​ປັດ​ຈຸ​ບັນ​ນີ້ຢູ່​ໃນ​ສະ​ຫະ​ລັດ ອາດ​ເປັນ​ຂັ້ນ​ເລີ້ມ​ຕົ້ນ​ຕໍ່​ອັນ​ທີ່​ເກີດ​ຂຶ້ນ​ຢູ່ນອກ
​ປະ​ເທດ”
ດອກ​ເຕີ ແນນ​ຊີ ແມັ​ສ​ຊອນ​ນີ​ເອ ຂອງ​ສູນ​ກາງ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ
ໄດ້​ກ່າວຢ້ຳ​ວ່າ ​ຢູ່​ປະ​ເທດ​ຈີນ ຄົນ​ເຖົ້າ ແລະ​ຄົນ​ທີ່​ບໍ່ສະ​ບາຍ​ນັ້ນ​ ແມ່ນມີ​ຄວາມ​ເປັນ​ໄປ​ໄດ້
ປະ​ມານ​ສອງ​ເທົ້າ ​ທີ່​ອາດຈະເຈັບ​ປ່​ວຍຢ່າງ​ຮຸນ​ແຮງກວ່າ ພວກ​ທີ່​ເປັນ​ຜູ້​ໜຸ່ມ​ນ້ອຍກວ່າ
ແລະ​ສຸ​ຂະ​ພາບ​ດີ​ກວ່າ.

​ສ່ວນຢູ່​ໃນ​ນະ​ຄອນ​ຫຼວງ​ຂອງ​ປະ​ເທດນັ້ນ ພວກ​ເຈົ້າ​ໜ້າ​ທີ່ກໍ​ໄດ້​ດຳ​ເນີນ​ການ​ໃນ​ການ​ຮັບ
​ມື​ຕ່າງໆ.

ທະນາຄານ​ກາງສະຫະລັດ ໄດ້​ປະ​ກາດ​ຕັດ​ອັດ​ຕາດອກ​ເບ້ຍ​ທີ່​ໃຫຍ່ທີ່​ສຸດ ໃນ​ນຶ່ງ​ທົດ​ສະ​ວັດ
​ທີ່​ຜ່ານ​ມາ ເພື່ອ​ພະ​ຍາ​ຍາມ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ທາງເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ ຈາກ​
ການ​ປິດ​ໂຮງ​ງານ ການ​ຫ້າມ​ເດີນ​ທາງ ແລະ​ການ​ລົບ​ກວນ​ອື່ນໆທີ່​ການ​ລະ​ບາດໄດ້​ກໍ່​ຂຶ້ນ​
ໃນ​ທົ່ວ​ໂລກ. ຕະ​ຫຼາດຮຸ້​ນ Wall Street, ຫຸ້ນ​ຕ່າງໆ​ໄດ້​ຟື້ນ​ຕົວ​ຄືນ​ເປັນ​ໄລ​ຍະ​ສັ້ນ​ຢູ່​ໃນ​
ຂ່າວ, ຕໍ່​ມາ​ກໍ​ໄດ້​ຕົກ​ຕ່ຳ​ຢ່າງ​ຮຸນແຮງອີກ.

ປະ​ທານ​ທະ​ນາ​ຄານ​ກາງ ທ່ານ ​ເຈີ​ໂຣມ ພາ​ເວີ​ລ ກ່າວ​ວ່າ “ພວກ​ເຮົາ​ໄດ້​ເຫັນ​ການແຜ່​
ລະບັດ​ຂອງໄວ​ຣັ​ສຢ່າງກວ້າງ​ຂວາງ. ເພາະ​ສະ​ນັ້ນ ເຮົາ​ເຫັນ​ຄວາມ​ສ່ຽງ​ຕໍ່​ເສດ​ຖະ​ກິດ
ແລະພວກ​ເຮົາ​ໄດ້​ເລືອກ​ລົງ​ມື​ດຳ​ເນີນ​ການ.”

ນອກ​ນັ້ນ​ອົງການ​ອາ​ຫານ ແລະ​ຢາ ໄດ້​ເຄື່ອນ​ໄຫວ​ເພື່ອ​ຫລຸດ​ຜ່ອນ​ການ​ຂາດ​ເຂີນ​ໜ້າ
​ກາກ​ອະ​ນາ​ໄມ ໂດຍ​ບອກໃຫ້​ພວກ​ພະ​ນັກ​ງານ​ປິ່ນ​ປົວ ​ໃຊ້​ໜ້າ​ກາກ​ຫາຍ​ໃຈຊະ​ນິດອຸດ​
ສາ​ຫະ​ກຳ ທີ່​ອອກແບບ​ມາເພື່ອ​ປ້ອງ​ກັນ​ພະ​ນັກ​ງານ​ກໍ່​ສ້າງ​ຈາກ​ຂີ້​ຝຸ່ນ ແລະ​ເຄື່ອງ​ຫັກ​
ພັງ​ຕ່າງໆ.

ຢູ່​ທີ່​ຫໍລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ນິ​ລ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ສະ​ແດງ​ຄວາມ​ສົງ​ໄສ
​ ກ່ຽວ​ກັບ ການ​ອ້າງ​ເຖິງສຸ​ຂະ​ພາບ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ ສະ​ຫະ​ລັດ ວ່າ​ການ​ກວດສອບ
​ຫາ​ໄວ​ຣັ​ສ​ໃໝ່​ນັ້ນ ສົ​ມ​ຄວນ​ທີ່​ຈະ​ມີ​ຢູ່​ທົ່ວ​ໄປ​ໃນ​ທ້າຍ​ອາ​ທິດ. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ
ຫ້ອງທົດ​ລອງ​ຢູ່​ທົ່ວ​ປະ​ເທດ ສົມ​ຄວາມ​ມີສາ​ມາດ​ທີ່​ທຳ​ການກວດ​ສອບ​ໄດ້​ເຖິງ 1 ລ້ານ​
ຄົນ ຈົນ​ເຖິງເວ​ລາ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG