ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່າວວ່າ ສະຫະ
ລັດຮູ້ດີ ກ່ຽວກັບເສັ້ນທາງບິນ ຂອງເຮືອບິນລົບອາຍພົ່ນຣັດເຊຍ
ທີ່ຖືກຍິງຕົກໂດຍເທີກີເມື່ອວັນອັງຄານແລ້ວ ແລະຄວນແຈ້ງໃຫ້
ເທີກີ ຊຶ່ງເປັນພັນທະມິດຂອງຕົນນັ້ນຊາບ.
ທ່ານ Putin ກ່າວທີ່ນະຄອນຫຼວງມົສກູໃນວັນພະຫັດວານນີ້ວ່າ
ຝ່າຍອາເມຣິກັນຊຶ່ງເປັນຜູ້ນຳພາແນວໂຮມທີ່ເທີກີເປັນສະມາຊິກ
ຮູ້ຈັກກ່ຽວກັບທີ່ຕັ້ງ ແລະເວລາຂອງຖ້ຽວບິນຂອງເຮົາ ແລະພວກ
ເຮົາໄດ້ຖືກຍິງຢູ່ບ່ອນນັ້ນແລະໃນເວລານັ້ນ. ເປັນຫຍັງພວກເຮົາ
ຈຶ່ງເອົາຂໍ້ມູນນີ້ໃຫ້ຝ່າຍອາເມຣິກັນ ຖ້າພວກເຂົາ ຫາກບໍ່ໄດ້ມອບ
ຂໍ້ມູນດັ່ງກ່າວໃຫ້ແກ່ປະເທດແນວໂຮມທັງໝົດ.
ສະຫະລັດໄດ້ຕົກລົງກັບຣັດເຊຍ ເພື່ອຫລີກລ່ຽງບໍ່ໃຫ້ເຮືອບິນຕຳກັນຢູ່ເທິງນ່ານຟ້າຊີເຣຍ
ບ່ອນທີ່ປະເທດທັງສອງພວມທຳການໂຈມຕີທາງອາກາດຢູ່ທີ່ນັ້ນ.
ເທີກີກ່າວວ່າ ຕົນໄດ້ເຕືອນຫຼາຍໆຄັ້ງວ່າ ເຮືອບິນຣັດເຊຍຢູ່ໃນເຂດອາກາດຂອງຕົນກ່ອນ
ທີ່ຕົນຈະຍິງ.
ຂະນະດຽວກັນ ສົງຄາມຄຳເວົ້າ ລະຫວ່າງມົສກູ ແລະອັງກາຣາຍັງດຳເນີນຢູ່ຕໍ່ໄປ. ທ່ານ
Putin ກ່າວວ່າ ການຍິງເຮືອບິນຂອງຕົນຕົກໂດຍເທີກີແມ່ນເປັນການທໍລະຍົດໂດຍປະ
ເທດທີ່ຣັດເຊຍຄິດວ່າເປັນມິດຂອງຕົນ. ຖ້າພວກເຮົາຫາກຄິດກ່ຽວກັບເລື້ອງນີ້ໄວ້ ພວກ
ເຮົາກໍຄວນຈັດຕັ້ງລະບົບປ້ອງກັນເຮືອບິນຂອງພວກເຮົາແລ້ວ.
ຣັດເຊຍໄດ້ປະກາດໃນມື້ວັນພຸດຜ່ານມານີ້ວ່າ ຕົນຈະສົ່ງລະບົບລູກສອນໄຟ S-400 ໄປ
ຍັງແຂວງລາຕາເກຍຂອງຊີເຣຍ ທີ່ມີເຂດແດນຕິດກັບປະເທດເທີກີນັ້ນ.
ທ່ານ Putin ກ່າວວ່າ ມັນບໍ່ແມ່ນເປັນໄປບໍ່ໄດ້ ທີ່ເທີກີບໍ່ຮູ້ຈັກວ່ານັ້ນແມ່ນເຮືອບິນຣັດເຊຍ
ຕາມທີ່ປະທານາທິບໍດີເທີກີທ່ານ Recep Tayyip Erdogan ໄດ້ສະເໜີແນະໃຫ້ຮູ້ຕໍ່ໂທ
ລະພາບຂອງຝຣັ່ງນັ້ນ.