ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະເທີກີ ຍັງບາດໝາງກັນ ຍ້ອນເລື້ອງເຮືອບິນລົບ ຕົກ


ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdoganຖະແຫຼງທີ່ທຳນຽບລັດຖະບານ ໃນນະຄອນ Ankara, ປະເທດເທີກີ, 26 ພະຈິກ, 2015.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdoganຖະແຫຼງທີ່ທຳນຽບລັດຖະບານ ໃນນະຄອນ Ankara, ປະເທດເທີກີ, 26 ພະຈິກ, 2015.

ຣັດ​ເຊຍ ​ໄດ້​ກ່າວ​ໃນ​ວັນ​ພະຫັດ ມື້​ນີ້​ວ່າ ຕົນ​ຈະ​ເບິ່ງ​ເລື້ອງ​ການ​ນຳ​ເຂົ້າ​ອາຫານ​ການ​ກິນ​ຈາກ​ເທີ​ກີໂດຍ​ຈະ​ມີ​ການ​ກວດກາ​ຢ່າງເຂັ້ມ​ງວດເພີ້ມຂຶ້ນ​ເປັນ​ພິ​ເສດ ​ໃນ​ຂະນະ​ທີ່ການ​ໂຕ້ຖຽງ​ຂອງ ປະ​ເທດ​ທັງ​ສອງ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ກ່ຽວ​ກັບ​ການ​ຍິງ​ເຮືອບິນ​ລົບຣັດ​ເຊຍ ​ຕົກ ​ໃນ​ເຂດ​ຊາຍ​ແດນເທີ​ກີ ຕິດ​ກັບຊີ​ເຣຍ ​ນັ້ນ.

​ໂຄສົກ​ຂອງວັງ Kremlin ​ໄດ້​ປະຕິ​ເສດວ່າ Moscow ບໍ່​ໄດ້​ທຳ​ການ​ຫ້າ​ມຊື້​ເຂົ້າປາ​ອາຫານ ຈາກ​ເທີ​ກີ ​ແຕ່​ກໍ​ໄດ້​ກ່າວ​ວ່າ ​ໄດ້​ມີ​ການວາງ​ຂໍ້​ຈຳກັດ​ໃໝ່​ “ເພາະ​ເຫດຜົນ​ຫຼາຍ​ຢ່າງ,” ຊຶ່ງ​ຮວມທັງ ການ​ຂົ່ມຂູ່​ຂອງ​ພວກ​ຫົວ​ຮຸນ​ແຮ​ງນຳ​ດ້ວຍ.

ລັດຖະມົນຕີກະຊວງ​ກະ​ສິກຳ​ຂອງຣັດ​ເຊຍ ​ໄດ້​ກ່າວ​ວ່າ ການ​ເພີ້​ມການ​ການ​ຄວບ​ຄຸມ​ຕໍ່ຜະ ລິດຕະພັນອາຫານ​ການ​ກິນ​ແລະ​ກະ​ເສດ​ຂອງເທີ​ກີ ​ແມ່ນຍ້ອນ​ມີການລະ​ເມີດຊ້ຳ​ແລ້ວ​ຊ້ຳ ອີກ​ຕໍ່​ກົດ​ລະບຽບດ້ານ​ຮັກສາ​ຄວາມ​ປອດ​ໄພ.

ການວາງສະແດງອາຫານການກິນ, ໝາກໄ້ແຫ້ງ ຂອງເທີກີ ໃນ Istanbul, ເທີກີ, 29 ຕຸລາ, 2013 ຊຶ່ງທາງຣັດເຊຍ ທຳການກວດຂັນຢ່າງເຂັ້ມງວດ ໃນການນຳເຂົ້າ
ການວາງສະແດງອາຫານການກິນ, ໝາກໄ້ແຫ້ງ ຂອງເທີກີ ໃນ Istanbul, ເທີກີ, 29 ຕຸລາ, 2013 ຊຶ່ງທາງຣັດເຊຍ ທຳການກວດຂັນຢ່າງເຂັ້ມງວດ ໃນການນຳເຂົ້າ

ຫລັງ​ຈາກ​ມີ​ຄຳ​ສັ່ງ​ດັ່ງກ່າວ​ນີ້​ແລ້ວ ສື່​ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ວ່າ ມີ​ລົດ​ບັນທຸກ​ທີ່​ລຳລຽງ ສິນຄ້າ​ຈາກ​ເທີ​ກີ ​ໄດ້​ລໍຖ້າ​ເປັນ​ສາຍ​ຍາວ​ຢຽດ​ຢູ່​ທີ່​ຊາຍ​ແດນ.

ບາດກ້າວແບບ​ດຽວ​ ກັນ ເບິ່ງ​ຄືວ່າ ​ເປັນ​ການ​ຈຳກັດ​ຮັດ​ແຄບ​ເພື່ອ​ເປັນ​ການ​ລົງ​ໂທດຂອງຣັດ​ເຊຍ ​ໄດ້​ອອກ​ນຳ​ໃຊ້ຕໍ່​ບັນດາ​ປະ​ເທດ ທີ່​ບໍ່​ເຫັນ​ພ້ອມ ກ່ຽວ​ກັບ​ນະ​ໂຍບາຍການ​ຕ່າງປະ​ເທດເມື່ອບໍ່​ເທົ່າ​ໃດ​ປີ ທີ່​ຜ່ານ​ມານີ້.

ພາບທີ່ເອົາມາຈາກວີດີໂອ ທີ່ມອງເຫັນ ຈາກເທິງພູ ໃນແຂວງ Hatay, ເທີກີ, 24 ພະຈິກ, 2015 ທີ່ສະແດງໃຫ້ເຫັນ ເຮືອບິນລົບຂອງຣັດເຊຍຕົກ
ພາບທີ່ເອົາມາຈາກວີດີໂອ ທີ່ມອງເຫັນ ຈາກເທິງພູ ໃນແຂວງ Hatay, ເທີກີ, 24 ພະຈິກ, 2015 ທີ່ສະແດງໃຫ້ເຫັນ ເຮືອບິນລົບຂອງຣັດເຊຍຕົກ

Moscow ​ໄດ້​ຂູ່​ວ່າ ຈະ​ທຳ​ການ​ຕອບ​ໂຕ້​ທາງ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ຢ່າງແຮງ​ຕໍ່ ການ​ຍິງ​ເຮືອບິນ​ລົດ​ຣັດ​ເຊຍ​ຕົກ​ໃນ​ວັນ​ອັງຄານ​ຜ່ານ​ມາ​ຊຶ່ງ​ເປັນ​ເຫດ​ຮ້າຍ ​ທີ່​ປະທານາທິບໍດີ Vladimir Putin ​ເອີ້ນວ່າ ​ເປັນ​ການ​ຫລອນ​ແທງ​ທາງ​ຫລັງ.

ວັງ ​ເຄຣັມລິນ ກ່າວ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ​ເທີ​ກີ​ຍັງ​ບໍ່​ໄດ້​ທຳ​ການ​ຂໍ​ຂະ​ມາ​ໂທດ​ຢ່າງ​ເ​ປັນ​ທາງ ການ​ຕໍ່​ຕົນ​ເທື່ອ ກ່ຽວ​ກັບ​ເຫດ​ຮ້າຍ​ດັ່ງກ່າວ.

Turkey Jet
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG