ຜູ້ນຳຂອງເກົາຫຼີເໜືອ ທ່ານກິມຈົງອຸນ ໄດ້ຮັບຂອງຂວັນວັນເກີດ
ທີ່ໜ້າລຳຄານ ໃນວັນສຸກມື້ນີ້ ເວລາເກົາຫຼີໃຕ້ເລີ້ມການອອກອາ
ກາດທາງໂທລະໂຄ່ງຢູ່ຕາມເຂດຊາຍແດນຄືນອີກ.
ເພື່ອເປັນການຕອບໂຕ້ ກອງທັບເກົາຫຼີເໜືອ ໄດ້ເພີ້ມກຳລັງທະ
ຫານ ທີ່ປະຈຳການຢູ່ໃນເຂດໃກ້ຊາຍແດນຕື່ມຂຶ້ນ ແລະກຳລັງ
ເກົາຫລີໃຕ້ກໍຢູ່ໃນທ່າກຽມພ້ອມສຸດຂີດ.
ການເລີ້ມອອກອາກາດໂດຍທາງຕາໜ່າງໂທລະໂຄ່ງທີ່ຕັ້ງຢູ່ໃນ
ເຂດຊາຍແດນຂອງເກົາຫຼີໃຕ້ເລາະລຽບຕາມເຂດປອດທະຫານ
ໄດ້ພາໃຫ້ເກີດຄວາມເປັນໄປໄດ້ທີ່ຈະມີການປະເຊີນໜ້າທາງທະ
ຫານກັບເກົາຫຼີເໜືອ.
ໃນວັນສຸກມື້ນີ້ ອັງກິດໄດ້ຮ້ອງຂໍໃຫ້ເກົາຫລີໃຕ້ໂຈະການອອກອາກາດທາງໂທລະໂຄ່ງໄວ້
ກ່ອນເພື່ອບໍ່ໃຫ້ເປັນການເພີ້ມທະວີຄວາມເຄັ່ງຕຶງຢູ່ຕາມເຂດຊາຍແດນ.
ຕໍ່ມາໃນວັນສຸກມື້ນີ້ກໍມີລາຍງານວ່າ ເກົາຫຼີເໜືອເອງກໍໄດ້ເລີ້ມການອອກອາກາດທາງໂທ
ລະໂຄ່ງຂ້າມຊາຍແດນຂອງຕົນເພື່ອຕອບໂຕ້ຕໍ່ການອອກອາກາດຂອງເກົາຫຼີໃຕ້ ອີງຕາມ
ລາຍງານຂອງອົງການຂ່າວຢອນຮັບທີ່ກຸງໂຊລ.
ໃນເດືອນສິງຫາປີກາຍນີ້ ເກົາຫລີໃຕ້ໄດ້ເລີ້ມການອອກອາກາດທາງໂທລະໂຄ່ງຂອງຕົນ
ເປັນເທື່ອທຳອິດ ໃນຮອບ 11 ປີເພື່ອເປັນການຕອບໂຕ້ຕໍ່ການວາງລະເບີດຝັງດິນຢູ່ເຂດ
ປອດທະຫານໂດຍເກົາຫຼີເໜືອ. ຫຼັງຈາກນັ້ນທັງສອງຝ່າຍໄດ້ຍິງປືນໃຫຍ່ໂຈມຕີກັນແລະ
ທ່ານກິມຈົງອຸນໄດ້ປະກາດສະພາບຄ້າຍຄືກັບສົງຄາມ ແຕ່ການຂັດແຍ້ງໃນຂອບເຂດທີ່
ກວ້າງຂວາງ ສາມາດຫລີກລ່ຽງ ໄດ້ເວລາສອງປະເທດເກົາຫຼີ ໄດ້ຕົກລົງຢຸດເຊົາການທ້າ
ທາຍເກາະຜິດແລະຮ່ວມມືກັນໃນການແລກປ່ຽນແລະຈັດໃຫ້ບັນດາຄອບຄົວທີ່ພັດພາກ
ໄດ້ພົບພໍ້ກັນ.