ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຊຸມທີ່ເຄັ່ງຕຶງ ກ່ຽວກັບເພດານໜີ້ສິນ ຢູ່ທີ່ທໍານຽບຂາວ ສິ້ນສຸດລົງ ໂດຍບໍ່ມີຂໍ້ຕົກລົງໃດໆ

ປະທານສະພາຕໍ່າຂອງສະຫະລັດ ທ່ານເຄວິນ ແມັກຄາທີ ແລະ ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ ທ່ານມິຈ ແມັກຄອລເນລ ກ່າວປາໄສກັບບັນດານັກຂ່າວ ລຸນຫຼັງກການປຶກສາຫາລືກ່ຽວກັບແພດານໜີ້ສິນ ກັບປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢູ່ທີ່ທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 9 ພຶດສະພາ 2023.

ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາຂອງສະຫະລັດ ໄດ້ສະແດງເຖິງຄວາມຜິດຫວັງ ແລະ ລົ້ມແຫຼວ ລຸນຫຼັງການປະຊຸມທີ່ເຄັ່ງຕຶງ ກັບປະທານາທິບໍດີ ທ່ານໂຈ ໄບເດັນ ກ່ຽວກັບເພດານໜີ້ສິນ ໃນວັນອັງຄານວານນີ້. ທ່ານໄບເດັນ ພະຍາຍາມຍາມທີ່ຈະເຮັດໃຫ້ລະບົບການເງິນ ຢູ່ໃນທົ່ວໂລກທີ່ກໍາລັງບໍ່ສະບາຍໃຈນີ້ ສະຫງົບລົງ, ໂດຍກ່າວວ່າ ທ່ານຄິດວ່າ ການປະຊຸມ ແມ່ນ “ໃຫ້​ດອກ​ອອກ​ຜົນ” ແລະ​ກຸ່ມ​ດັ່ງ​ກ່າວ ກໍຈະພົບປະກັນອີກຄັ້ງນຶ່ງ ໃນມື້ວັນສຸກນີ້, ໃນຂະນະທີ່ສະຫະລັດກໍາລັງ ເພັ່ງເລັງໃສ່ຄວາມເປັນໄປໄດ້ ກ່ຽວກັບການ​ຜິດ​ນັດໃນ​ການຊໍາລະ​ໜີ້ ເປັນຄັ້ງທໍາອິດ ໃນປະຫວັດສາດຂອງປະເທດ.

ທ່ານ ໄບເດັນ ພົບກັບປະທານສະພາຕໍ່າ ຈາກພັກຣີພັບບຣິກັນ ທ່ານເຄວິນ ແມັກຄາທີ ໃນຕອນ​ບ່າຍຂອງວັນອັງຄານວານນີ້ ແລະຜູ້ນໍາສຽງສ່ວນໜ້ອຍໃນ
ສະ​ພາ​ສູງ ທ່ານມິຈ ແມັກຄອລແນລ (Mitch McConnell), ພ້ອມດ້ວຍຜູ້ນໍາສະພາຕໍ່າຈາກພັກເດໂມແຄຣັດ ທ່ານຮາຄີມ ເຈັຟຟຣີ (Hakeem Jeffries) ແລະຜູ້ນໍາສຽງສ່ວນຫຼາຍໃນສະພາ​ສູງ ທ່ານຊັກ ຊູມເມີ, ໃນ​ຄວາມ​ພະ​ຍາ​ຍາມ ເພື່ອໃຫ້ການ​ຄ້ຳ​ປະ​ກັນວ່າ ລັດຖະບານສາມາດຢືມເງິນເພີ້ມຂຶ້ນ​ໄດ້ ສໍາລັບການໃຊ້ຈ່າຍທີ່ມັນໄດ້ເກີດຂຶ້ນແລ້ວນັ້ນ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວປາໄສຕໍ່ບັນດານັກຂ່າວ ລຸນຫຼັງຈັດການປຶກສາຫາລືກ່ຽວກັບເພດານໜີ້ສິນ ກັບປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ, ຜູ້ນໍາສະພາສູງຈາກພັກຣີພັບບຣິກັນ ທ່ານມິຈ ແມັກຄອລເນລ ແລະບັນດາຜູ້ນໍາສະພາສູງ ຈາກພັກເດໂມແຄຣັດ ຢູ່ທີ່ທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 9 ພຶດສະພາ 2023.

ຫຼັງຈາກນັ້ນ, ທ່ານໄບເດັນ ໄດ້ສະ​ແດງ​ຄວາມ​ເຫັນ​ໄປໃນແງ່ດີ ກ່ຽວກັບການ​ຕົກ​ລົງ​ກັນໃນອະນາຄົດ. ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ໄດ້​ກ່າວ​ຢ້ຳ​ວ່າ ທ່ານ​ຈະ​ສືບ​ຕໍ່​ຢືນ​ຢັດ​ໃຫ້​ລັດ​ຖະ​ສະ​ພາ​ຍົກ​ເລີກ​ເພ​ດານ​ໜີ້​ສິນ.

ທ່ານກ່າວວ່າ “ຂ້າພະເຈົ້າໄດ້ສະແດງອອກມາຢ່າງແຈ່ມແຈ້ງແລ້ວ ໃນລະຫວ່າງການປະຊຸມວ່າ ການຜິດ​ນັດ​ບໍ່ໃຊ້ໜີ້ ບໍ່ແມ່ນທາງເລືອກສໍາລັບພວກເຮົາ, ແລະຂ້າພະເຈົ້າກໍໄດ້ເວົ້າຊໍ້າອີກຄັ້ງໃນເວລານັ້ນວ່າ ອາເມຣິກາ ບໍ່ແມ່ນປະເທດທີ່ບໍ່​ມີ​ເງິນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG