ປະກົດວ່າ ປະທານາທິບໍດີຜູ້ໃໝ່ຂອງອີຈິບ ໄດ້ຖອນຄໍາປະກາດ ທີ່ວ່າ ຜູ້ນໍາທີ່ນິຍົມການປະຕິຮູບ ທ່ານ Mohamed Elbaradei ຈະຖືກແຕ່ງຕັ້ງ ໃຫ້ເປັນນາຍົກລັດຖະມົນຕີ ຊົ່ວຄາວນັ້ນ.
ໂຄສົກຂອງທ່ານ Adly Mansour ປະທານາທິບໍດີຊົ່ວຄາວຂອງອີຈິບ ບອກພວກນັກຂ່າວເມື່ອວັນເສົາວານນີ້ວ່າ ການປຶກສາຫາລືກັນກໍາລັງດໍາເນີນຕໍ່ໄປຢູ່ ແລະປະຕິເສດວ່າ ການແຕ່ງຕັ້ງ ທ່ານ Elbaradei ທີ່ໄດ້ຮັບລາງວັນໂນເບລຂະແໜງສັນຕິພາບນັ້ນ ຍັງບໍ່ແນ່ນອນເທື່ອ.
ບັນດາເຈົ້າໜ້າທີ່ຝ່າຍຄ້ານເວົ້າກ່ອນໜ້ານີ້ວ່າ ທ່ານ ElBaradei ໄດ້ຖືກ ຮຽກຕົວໃຫ້ເຂົ້າພົບປະທານາທິບໍດີ Mansour ແລະຈະສາບານຕົວເຂົ້າ ຮັບຕໍາແໜ່ງນາຍົກລັດ ຖະມົນຕີ ໃນເວລາຕໍ່ມາຂອງມື້ດຽວກັນນັ້ນ.
ຝ່າຍກຸ່ມພະລາດອນພາບມຸສລິມ ເວົ້າວ່າ ຕົນປະຕິເສດການແຕ່ງຕັ້ງທ່ານ ElBaradei. ພວກສະໜັບສະໜຸນກຸ່ມພະລາດອນພາບ ປະຕິຍານວ່າ ຈະທໍາການປະທ້ວງຕໍ່ໄປ ຈົນກວ່າ ທ່ານ Morsi ຜູ້ນໍາທີ່ຖືກໂຄ່ນລົ້ມນັ້ນ ກັບຄືນເຂົ້າມາກໍາອໍານາດອີກ.
ກອງທັບອີຈິບໄດ້ຈັບກຸມທ່ານ Morsi ຊຶ່ງເປັນປະທານາທິບໍທີ່ຖືກເລືອກຕັ້ງ ຢ່າງເປັນປະຊາທິປະໄຕເທື່ອທໍາອິດທີ່ເຄີຍມີ ແລະຜູ້ນໍາອື່ນໆຂອງກຸ່ມພະລາດອນພາບມຸສລິມອີຈິບ ໃນວັນພຸດຜ່ານມາ ພ້ອມກັບໃຫ້ເຫດຜົນວ່າເປັນການເຄື່ອນໄຫວທີ່ຈໍາເປັນ ເພື່ອປ້ອງກັນບໍ່ໃຫ້ມີການລຸກຮືຂຶ້ນໃນຂອບເຂດກວ້າງຂວາງ. ບັນດາໄອຍະການສານ ໄດ້ສັ່ງໃຫ້ຄວບຄຸມຕົວຜູ້ນໍາພະລາດອນພາບສີ່ຄົນໄວ້ເປັນເວລາ 15 ມື້ ໃນຂະນະທໍາການສືບສວນເຫດການຄວາມຮຸນແຮງຕໍ່ຕ້ານພວກປະທ້ວງນັ້ນ.
ການປະທະກັນຫຼາຍບັ້ນລະຫວ່າງພວກທີ່ສະໜັບສະໜຸນແລະພວກທີ່ຄັດຄ້ານ ທ່ານ Morsi ໄດ້ລະເບີດຂື້ນໃນວັນສຸກຜ່ານມານີ້ ຢູ່ນະຄອນຫລວງໄຄໂຣ ແລະທົ່ວປະເທດ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດໄປ 36 ຄົນ ແລະອີກຫຼາຍກວ່າ 1,000 ຄົນໄດ້ ຮັບບາດເຈັບ.
ທີ່ນະຄອນຫຼວງວໍຊິງຕັນ ປະທານາທິບໍດີບາຣັກ ໂອບາມາ ໄດ້ສະແດງ ຄວາມເປັນຫ່ວງຫຼາຍທີ່ສຸດກ່ຽວກັບການແຕກແຍກກັນທາງການເມືອງທີ່ຍັງດໍາເນີນຢູ່ຕໍ່ມານັ້ນ. ທ່ານໂອບາມາ ໄດ້ກ່າວເນັ້ນຢໍ້າວ່າ ສະຫະລັດບໍ່ໄດ້ເຂົ້າ ຂ້າງຫລືສະໜັບສະໜຸນພັກ ການເມືອງຝ່າຍໃດ ຫຼືກຸ່ມໃດ ຂອງອີຈິບໂດຍສະເພາະເລີຍ.
ເບິ່ງວີດີໂອ: