ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນ ສາທາລະນະລັດ ເຊັກ ຫຼາຍສິບພັນຄົນ ສະແດງການສະໜັບສະໜູນ ຕໍ່ ຢູເຄຣນ


ຜູ້ປະທ້ວງຖືທຸງຊາດໃນລະຫວ່າງການຊຸມນຸມສະໜັບສະໜູນລັດຖະບານ ແລະ ຕໍ່ຕ້ານສົງຄາມໃນນະຄອນຫຼວງ ປຣາກ, ສາທາລະນະລັດ ເຊັກ, 30 ຕຸລາ, 2022.
ຜູ້ປະທ້ວງຖືທຸງຊາດໃນລະຫວ່າງການຊຸມນຸມສະໜັບສະໜູນລັດຖະບານ ແລະ ຕໍ່ຕ້ານສົງຄາມໃນນະຄອນຫຼວງ ປຣາກ, ສາທາລະນະລັດ ເຊັກ, 30 ຕຸລາ, 2022.

ປະຊາຊົນ ສາທາລະນະລັດ ເຊັກ ຫຼາຍສິບພັນຄົນໄດ້ເຕົ້າໂຮມກັນໃນນະຄອນ ຫຼວງ ເມື່ອວັນອາທິດວານນີ້ ເພື່ອສະແດງຄວາມສາມັກຄີກັນຂອງເຂົາເຈົ້າ ກັບ ຢູເຄຣນ ແລະ ການສະໜັບສະໜູນຂອງເຂົາເຈົ້າສຳລັບຄຸນຄ່າຂອງປະຊາທິ ປະໄຕ.

ການຊຸມນຸມກັນໄດ້ເກີດຂຶ້ນໃນການສະແດງປະຕິກິລິຍາຕອບໂຕ້ຕໍ່ການປະທ້ວງຕໍ່ຕ້ານລັດຖະບານ ເຊິ່ງຜູ້ປະທ້ວງຄົນອື່ນໆໄດ້ຮຽກຮ້ອງລັດຖະບານປະສົມທີ່ສະ ໜັບສະໜູນຕາເວັນຕົກຂອງນາຍົກລັດຖະມົນຕີ ປີເຕີ ເຟຍລາ ລາອອກສຳລັບ ການສະໜັບສະໜູນ ຢູເຄຣນ ຂອງເຂົາເຈົ້າ. ການຊຸມນຸມກ່ອນໜ້ານັ້ນກໍໄດ້ ເປັນການປະທ້ວງ ຕໍ່ລາຄາພະລັງງານທີ່ສູງຂຶ້ນ ແລະ ຄັດຄ້ານຕໍ່ການເປັນສະ ມາຊິກໃນສະຫະພາບຢູໂຣບ ແລະ ອົງການ NATO.

ພວກຜູ້ຈັດການຊຸມນຸມກ່ອນໜ້ານັ້ນເປັນທີ່ຮູ້ຈັກສຳລັບການເຜີຍແຜ່ໂຄສະນາ ຊວນເຊື່ອຂອງ ຣັດເຊຍ ແລະ ຄັດຄ້ານການສັກຢາກັນ ໂຄວິດ-19.

ປະຊາຊົນຜູ້ໄດ້ອອກມາໃນວັນອາທິດວານນີ້ ຢູ່ນະຄອນຫຼວງ ປຣາກ ໄດ້ຍົກທຸງ ຊາດ ເຊັກ, ຢູເຄຣນ ແລະ ທຸງສະຫະພາບ ຢູໂຣບ ໃນຂະນະທີ່ໄດ້ສະແດງຄຳ ຂວັນ ທີ່ອ່ານວ່າ “ສາທາລະນະລັດ ເຊັກ ບໍ່ມີຄວາມຢ້ານກົວ” ແລະ ພວກເຮົາ ຈະຈັດການມັນເອງ.”

ການຊຸມນຸມຂອງວັນອາທິດວານນີ້ ຢູ່ຈະຕຸລັດ ເວັນເຊັສລາສ (Wenceslas) ແມ່ນຖືກຈັດໂດຍກຸ່ມນຶ່ງທີ່ເອີ້ນວ່າ ນຶ່ງລ້ານໂອກາດສຳລັບປະຊາທິປະໄຕ, ເຊິ່ງຢູ່ເບື້ອງຫຼັງການຊຸມນຸມຫຼາຍຄັ້ງ ເພື່ອສະໜັບສະໜູນ ຢູເຄຣນ ລຸນຫຼັງ ການບຸກລຸກໂດຍ ຣັດເຊຍ ໃນວັນທີ 24 ກຸມພາ. ກຸ່ມດັ່ງກ່ອນໜ້ານີ້ຍັງໄດ້ຈັດການຊຸມນຸມຂະໜາດໃຫຍ່ຕໍ່ຕ້ານອະດີດນາຍົກລັດຖະມົນຕີ, ມະຫາເສດຖີພັນລ້ານປະຊານິຍົມ ທ່ານ ອານເດຣັສ ບາບິສ, ໂດຍເອີ້ນທ່ານວ່າເປັນໄພຂົ່ມຂູ່ສຳລັບປະຊາທິປະໄຕ.

ກຸ່ມດັ່ງກ່າວໄດ້ເວົ້າວ່າ ການປະທ້ວງຕໍ່ຕ້ານລັດຖະບານ, ເຊິ່ງໄດ້ເຕົ້າໂຮມພວກ ຂວາຈັດກັບຊ້າຍຈັດ, ໄດ້ສວຍໃຊ້ຄວາມຢ້ານກົວຂອງປະຊາຊົນ ກ່ຽວກັບ ອັດ ຕາເງິນເຟີ້ ແລະ ສົງຄາມໃນຢູເຄຣນ ແລະ ໄດ້ພະຍາຍາມທີ່ຈະທຳລາຍປະ ຊາທິປະໄຕ.

ສະຕີໝາຍເລກນຶ່ງຂອງ ຢູເຄຣນ ທ່ານນາງ ໂອເລນາ ເຊເລັນສກາ, ໄດ້ຂອບ ໃຈຜູ້ທີ່ໄດ້ຢູ່ໃນການຊຸມນຸມດັ່ງກ່າວ ໃນຂໍ້ຄວາມທາງວິດີໂອ. ທ່ານນາງໄດ້ກ່າວ ວ່າປະເທດຂອງລາວແມ່ນກຳລັງປະເຊີນກັບ “ຊ່ວງເວລາທີ່ມືດທີ່ສຸດໃນປະຫວັດ ສາດຂອງເຂົາເຈົ້າ” ແຕ່ເພີ່ມຄວາມຫວັງວ່າ ການຮຸກຮານຂອງ ຣັດເຊຍ ຈະບໍ່ ປະສົບຜົນສຳເລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG